ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄພ​ແຫ້ງ​ແລ້ງ ​ໃນເຂດລຸ່ມນ້ຳຂອງ ຮ້າຍແຮງຂຶ້ນ ທ່າມກາງ ທີ່ມີຄວາມສົງໄສ ໃນການໃຫ້ສັນຍາ ຂອງລາວ


ຊາວນາປູກເຂົ້າ ໃນນາທີ່ຂາດນ້ຳ ຢູ່ຂ້າງນອກ ນະຄອນພະນົມເປັນ ປະເທດກຳປູເຈຍ
ຊາວນາປູກເຂົ້າ ໃນນາທີ່ຂາດນ້ຳ ຢູ່ຂ້າງນອກ ນະຄອນພະນົມເປັນ ປະເທດກຳປູເຈຍ

ໄພ​ແຫ້ງ​ແລ້ງ​ໃນ​ຂົງ​ເຂດ​ເອ​ເຊຍ​ອາຄະ​ເນ ​ແມ່ນໄດ້​ສ້າງ​ຄວາມເປັນ
​ຫວ່ງ​ເປັນ​ໃຍ​ເພີ້​ມຂຶ້ນ​ຕາມ​ຊົນນະບົດໃນ​ກຳປູ​ເຈຍ ​ແລະ​ຫວຽດນາມ
ບ່ອນ​ທີ່ລະດັບ​ຄວາມ​ເຄັມ​ໃນແມ່ນ້ຳ​ຂອງກຳລັງ​ເພີ້​ມທະວີຂຶ້ນ ​ແລະ
​ພວກ​ຜູ້​ຄົນ​ແມ່ນຍັງ​ມີ​ຄວາມ​ສົງ​ໄສ​ບໍ່​ແນ່​ໃຈ​ກ່ຽວ​ກັບ​ການ​ໃຫ້​ຄຳໝັ້ນ
ສັນຍາ​ໃໝ່ໆລາວ ທີ່​ວ່າຕົນ​ຈະ​ນັບຖື​ສິດ​ທິຂອງ​ບັນດາ​ປະ​ເທດ ​ທີ່ຢູ່
ທາງ​ຫລັງ​ໃນ​ການສ້າງ​ເຂື່ອນ​ໃສ່ແມ່ນ້ຳຂອງ.

ການໃຫ້​ຄຳ​ໝັ້ນສັນຍາ​ຂອງ​ວຽງ​ຈັນ ​ແມ່ນ​ໄດ້​ມີ​ຂຶ້ນ​ໂດຍ​ທ່ານ
ບຸນ​ຍັງ ວໍຣະຈິດ ຜູ້​ຊຶ່ງ​ໄດ້​ຮັບ​ຕຳ​ແໜ່​ງ​ເປັນ​ເລຂາທິການ​ໃຫຍ່ ​
ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ທີ່​ໄດ້​ກໍ່​ໃຫ້​ເກີດ​ ມີຄວາມ​ຫວັງ​ທີ່
ທ່ານ​ອາດສະ​ແດງ​ອອກໃນ​ການ​ເຈລະຈາ​ເພື່ອ​ສ້າງ​ຄວາມ​ປະນີ
ປະນອມ​ຫຼາຍຂຶ້ນ ​ກັບ​ບັນດາປະ​ເທດ​ທັງຫຼາຍ​ທີ່​ອາ​ໄສແມ່ນ້ຳຂອງ​ໃນ​ການ​ດຳລົງ​ຊີວິດຮ່ວມ​ກັນ​ນັ້ນ.

ນາຍົກລັດຖະມົນຕີ Hun Sen ແຫ່ງກຳປູເຈຍ ຮັບຟັງຄຳປາໄສຂອງທ່ານ Barack Obama ໃນກອງປະຊຸມາຸດຍອດ 10-ປະເທດຂອງບັນດາສະມາຊິກປະເທດເອເຊຍ (ASEAN) ທີ່ເມືອງ Rancho Mirage, California, 15 ກຸມພາ, 2016.
ນາຍົກລັດຖະມົນຕີ Hun Sen ແຫ່ງກຳປູເຈຍ ຮັບຟັງຄຳປາໄສຂອງທ່ານ Barack Obama ໃນກອງປະຊຸມາຸດຍອດ 10-ປະເທດຂອງບັນດາສະມາຊິກປະເທດເອເຊຍ (ASEAN) ທີ່ເມືອງ Rancho Mirage, California, 15 ກຸມພາ, 2016.

ທ່ານບຸນ​ຍັງ ​ໄດ້​ກ່າວ​ຕໍ່​ລັດຖະບານກຳປູ​ເຈຍ ຫວ່າງ​ມໍ່ໆ​ມາ​ນີ້​
ກ່ຽວ​ກັບ​ແຜນການ​ຂອງ​ລາວ​ທີ່​ຈະສ້າງ 11 ​ເຂື່ອນ​ໃສ່​ແມ່​ນ້ຳຂອງ
​ ແລະມີ​ຜົນ​ກະທົບຕໍ່​ບັນດາ​ປະ​ເທດ​ເພື່ອນ​ບ້ານນັ້ນວ່າ “ລາວ
ຈະ​ພະຍາຍາມ​ທີ່​ຈະ​ໃຫ້ການ​ຄ້ຳປະກັນ​ວ່າ ຈະ​ບໍ່​ມີ​ຜົນ​ກະທົບ​
ແຕ່ຢ່າງ​ໃດ​ກ່ຽວ​ກັບ​ການ​ສ້າງ​ເຂື່ອນເຫຼົ່ານີ້”

ນອກ​ນັ້ນ ທ່ານ​ຍັງ​ກ່າວ​ເຕື່ອນ​ຕໍ່​ນາຍົກລັດຖະມົນຕີກຳປູ​ເຈຍ ທ່ານ Hun Sen ວ່າ ສປປ ລາວ​ ​ແມ່ນ​ໄດ້​ສຶກສາ​ເບິ່ງຜົນ​ກະທົບ​ທີ່​ອາດ​ເປັນ​ໄປ​ໄດ້​ ຈາກ​ການ​ສ້າງ​ເຂື່ອນນີ້ ​ແລະ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ພະຍາຍາມ​ໃຫ້​ມີ​ຜົນ​ກະ​ທົບ​ທີ່​ຈຳກັດ​ທີ່​ສຸດ ​ໃນ​ການ​ສ້າງ​ເຂື່ອນ​ໄຟຟ້າ​ພະ ລັງງານ​ນ້ຳດອນ​ສະ​ໂຮງ ທີ່​ເປັນ​ບັນຫາ​ໂຕ້​ແຍ້​ງນັ້ນ ອິງ​ຕາມ​ລາຍ​ງານ​ຂອງ​ໜັງສືພິມ The Phnom Penh Post ຊຶ່ງເຂື່ອນ​ດັ່ງກ່າວນີ້ ຈະ​ສ້າງ​ຂຶ້ນ​ຢູ່​ເໜືອ​ຊາຍ​ແດນ​ກຳປູ​ເຈຍ​ຂຶ້ນ​ໄປ​ໜ້ອຍ​ນຶ່ງ​ນັ້ນ.

ຊາວປະມົງພາກັນຄວ່າງແຫຫາປາໃນແມ່ນ້ຳຂອງໃຫ້ື້ກັຍນະຄອນຫຼວງພະນົມເປັນ ກຳປູເຈຍ, 1 ທັນວາ, 2015.
ຊາວປະມົງພາກັນຄວ່າງແຫຫາປາໃນແມ່ນ້ຳຂອງໃຫ້ື້ກັຍນະຄອນຫຼວງພະນົມເປັນ ກຳປູເຈຍ, 1 ທັນວາ, 2015.

​ແຕ່​ການ​ໃຫ້​ຄຳໝັ້ນສັນຍາ​ຂອງ​ທ່ານ​ແມ່ນ​ບໍ່​ເປັນຄວາມ​ຈິງ​ສຳລັບ
​ບັນດາ​ພວກ​ທີ່​ກາງ​ຕໍ່​ແມ່​ນ້ຳ ຂອງ​ໃນ​ການ​ດຳລົງ​ຊີວິດ ຊຶ່ງ​ໃນ​ເວລາ
​ນີ້ລະດັບ​ຂອງ​ນ້ຳ​ໃນ​ແມ່​ນ້ຳຂອງ​ໄດ້​ຫລຸດ​ຕ່ຳລົງ ຍ້ອນ ​ໄພ​ແຫ້ງ​ແລງ
​ຢ່າງ​ຮ້າຍ​ແຮງທີ່​ໄດ້​ມີ​ການຖິ້ມ​ໂທດ​ໃສ່​ການ​ປ່ຽນ​ແ​ປງຂອງ​ດິນ​ຟ້າ
​ອາກາດການ​ຕັດ​ໄມ້​ທຳລາຍ​ປ່າ ​ເພື່ອ​ໃຊ້​ດິນ​ໃນ​ທາງ​ອຸດສາຫະກຳ ​
ແລະ​ການ​ສ້າງ​ເຂື່ອນ​ຢູ່​ຕາມ​ລຳ​ແມ່​ນ້ຳຂອງ ​ໂດຍ​ສະ​ເພາະ​ແລ້ວ
​ແມ່ນ​ຢູ່​ທີ່​ປະ​ເທດ​ຈີນ.

XS
SM
MD
LG