ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີການສົ່ງໜັງສື ຮ້ອງຮຽນ ໃຫ້ລາວແລະໄທ ຍົກເລີກ ໂຄງການສ້າງເຂື່ອນໄຊຍະບູລີ


ຊາວປະມົງຄົນນຶ່ງ ພວມຫາປາ ຢູ່ໃກ້ໆກັບບ່ອນທີ່ມີການສະເໜີໃຫ້ສ້າງ ເຂື່ອນໄຊຍະບູລີໃສ່
ຊາວປະມົງຄົນນຶ່ງ ພວມຫາປາ ຢູ່ໃກ້ໆກັບບ່ອນທີ່ມີການສະເໜີໃຫ້ສ້າງ ເຂື່ອນໄຊຍະບູລີໃສ່

ໜັງສືຮ້ອງຮຽນນາໆຊາດຈາກ 100 ກວ່າປະເທດ ຮຽກຮ້ອງໃຫ້ລັດຖະບານໄທແລະລັດຖະ ບານລາວ ຍົກເລີກໂຄງການສ້າງເຂື່ອນໄຟຟ້ານໍ້າຕົກຂະໜາດໃຫຍ່ແຫ່ງນຶ່ງ ຢູ່ໃນເຂດລຸ່ມ ແມ່ນໍ້າຂອງ. ນາຍ Ron Corben ລາຍງານມາວ່າ ນອກນັ້ນແລ້ວ ໃນສັບປະດາແລ້ວນີ້ ບັນດາສະມາຊິກລັດຖະສະພາສະຫະລັດກໍໄດ້ຮຽກຮ້ອງໃຫ້ມີການປະຕິບັດຕາມກົດລະບຽບ ວ່າດ້ວຍການປ້ອງກັນສິ່ງແວດລ້ອມຢ່າງເຄັ່ງຄັດໃນໂຄງການດັ່ງກ່າວ ຊຶ່ງມີຄວາມຢ້ານກົວ ກັນວ່າ ອາດຈະສ້າງຜົນກະທົບໄລຍະຍາວຕໍ່ລະບົບນິເວດຂອງແມ່ນໍ້າຂອງ.

ເຂື່ອນໄຊຍະບູລີມູນຄ່າ 3,500 ລ້ານໂດລາຢູ່ລາວແມ່ນນຶ່ງໃນຈຳນວນທັງໝົດ 11 ເຂື່ອນ ທີ່ຈະສ້າງໃສ່ເຂດລຸ່ມແມ່ນໍ້າຂອງຊຶ່ງໄຫຼຜ່ານປະເທດໄທ ກຳປູເຈຍແລະຫວຽດນາມນຳດ້ວຍ
ນັ້ນ.

ແຕ່ພວກພວກອະນຸລັກສະພາບແວດລ້ອມກ່າວວ່າ ເຂື່ອນໄຊຍະບູລີ ທີ່ສາມາດຜະລິດໄຟ
ຟ້າໄດ້ 1,280 ເມກາວັດນັ້ນ ຈະສົ່ງຜົນກະທົບ ໃນຂອບເຂດທີ່ກວ້າງໄກ ໂດຍສະເພາະ
ແມ່ນຢູ່ໃນເຂດຕ່າງໆ ເຊັ່ນ​ເຂດສາມຫຼ່ຽມປາກແມ່ນໍ້າຂອງໃນຫວຽດນາມ ຊຶ່ງເປັນແຫຼ່ງປູກ ເຂົ້າທີ່ສຳຄັນສຸດຂອງປະເທດນັ້ນ.

ອົງການແມ່ນໍ້າສາກົນ ຊຶ່ງເປັນກຸ່ມປົກປ້ອງສະພາບແວດລ້ອມ ທີ່ມີສຳນັກງານຢູ່ສະຫະລັດ
ກ່າວວ່າ ມີ 22,580 ຄົນຈາກ 100 ກວ່າປະເທດໄດ້ລົງນາມໃນໜັງສືຮ້ອງຮຽນ ຮຽກຮ້ອງ ໃຫ້ຍົກເລີກໂຄງການສ້າງເຂື່ອນໄຊຍະບູລີຍ້ອນມີຄວາມວິຕົກກັງວົນເປັນທີ່ສຸດກ່ຽວກັບອະ
ນາຄົດຂອງເຂດອ່າງແມ່ນໍ້າຂອງຕອນລຸ່ມ.

ໜັງສືຮ້ອງຮຽນດັ່ງກ່າວນີ້ ໄດ້ມີການນຳສະເໜີພຽງນຶ່ງອາທິດ ກ່ອນທີ່ພວກລັດຖະມົນຕີ
ຂອງບັນດາປະເທດສະມາຊິກ ໃນຄະນະກຳມາທິການແມ່ນໍ້າຂອງສາກົນ ທີ່ປະກອບດ້ວຍ
ສປປ ລາວ ກຳປູເຈຍ ໄທແລະຫວຽດນາມນັ້ນ ມີກຳນົດທີ່ຈະປະຊຸມ​ກັນ ​ເພື່ອທຳການຕັດ ສິນໃຈຂັ້ນສຸດທ້າຍກ່ຽວກັບໂຄງການດັ່ງກ່າວ.

ຜູ້ປະສານງານ ໃນການປຸກລະດົມຢູ່ໄທ ຂອງອົງການແມ່ນໍ້າສາກົນ ທ່ານນາງພຽນພອນ
ດີຖີກ່າວວ່າ ໜັງສືຮ້ອງຮຽນສະບັບນີ້ໄດ້ເນັ້ນໃຫ້ເຫັນເຖິງຄວາມວິຕົກກັງວົນກ່ຽວກັບຜົນ
ກະທົບຈາກເຂື່ອນດັ່ງກ່າວ.

ທ່ານນາງພຽນພອນກ່າວວ່າ “ພວກເຮົາຢາກໃຫ້ລັດຖະບານຂອງບັນດາປະເທດ
ໃນເຂດແມ່ນໍ້າຂອງ ໂດຍສະເພາະແລ້ວປະເທດທີ່ມີບົດບາດສຳຄັນ ກໍ​ຄືລັດຖະ ບານໄທແລະລັດຖະບານລາວນັ້ນ ຮັບຊາບໄວ້ວ່າ ໂລກພວມຈັບຕາເບິ່ງຢູ່​ ຄືມີ ຜູ້ຄົນເປັນຈຳນວນຫຼວງຫຼາຍ ທີ່ຢາກປົກປ້ອງຄຸ້ມຄອງແມ່ນໍ້າຂອງ ແລະວິຖີການ
ດຳລົງຊີວິດທໍາ​ມາ​ຫາ​ກິນຂອງປະຊາຊົນຈຳນວນຫຼາຍໆລ້ານຄົນທີ່ກາງຕໍ່ອາໄສ
ແມ່ນໍ້າຂອງ ແລະຢາກໃຫ້ລັດຖະມົນຕີເຫຼົ່ານີ້ທຳການຕັດສິນໃຈທີ່ດີບໍ່ແມ່ນການ
ຕັດສິນໃຈທີ່ອີງ​ໃສ່ການເມືອງ.”

ການສະເໜີສ້າງເຂື່ອນ 11 ແຫ່ງໃສ່ແມ່ນໍ້າຂອງແມ່ນໄດ້ມີຂຶ້ນເລີ່ມແຕ່ປີ 2006 ເປັນຕົ້ນມາ. ພາຍໃຕ້ການຕົກລົງກັນນັ້ນໄທຈະເປັນຜູ້ຊື້ກະແສໄຟຟ້າ 95% ທີ່ຜະລິດໂດຍເຂື່ອນໄຊຍະ
ບູລີຂອງລາວ.

ກະຊວງພະລັງງານຂອງໄທກ່າວວ່າ ຕົນບໍ່ໄດ້ພົບເຫັນຫຼັກຖານໃດໆທີ່ໃຫ້ການສະໜັບສະ
ໜຸນຕໍ່ການກ່າວອ້າງ ຂອງພວກອະນຸລັກສະພາບແວດລ້ອມ ກ່ຽວກັບຄວາມເສຍຫາຍໄລ
ຍະຍາວທີ່ຈະມີຕໍ່ແມ່ນໍ້າຂອງນັ້ນແຕ່ເຈົ້າໜ້າທີ່ຫວຽດນາມແລະກຳປູເຈຍໄດ້ໃຫ້ການສະໜັບ
ສະໜຸນພວກອະນຸລັກສະພາບແວດລ້ອມໂດຍເວົ້າວ່າ ມັນຈະສ້າງຄວາມເສຍຫາຍຢ່າງຮ້າຍ
ແຮງໃຫ້ແກ່ປານາໆພັນ.

ເມື່ອເດືອນເມສາຜ່ານມາ ບັນດາປະເທດໃນເຂດລຸ່ມແມ່ນໍ້າຂອງໄດ້ຕົກລົງກັນທີ່ຈະໂຈະໂຄງ ການສ້າງເຂື່ອນໄຊຍະບູລີໄວ້​ເພື່ອລໍຖ້າເບິ່ງການສຶກສາເພີ່ມຕື່ມ. ແຕ່ມີລາຍງານຂ່າງ​ຫລາຍ
ກະ​ແສເມື່ອໄວໆມານີ້ທີ່ເວົ້າ​ວ່າມີການກໍ່ສ້າງທີ່ພວມດຳເນີນໄປຢູ່ໃນບໍລິເວນສ້າງເຂື່ອນໂດຍ
ພວກບໍລິສັດກໍ່ສ້າງຂອງໄທ.

ທ່ານ Carl Thayer ນັກວິຊາການທີ່ມະຫາວິທະຍາໄລ New South Wales ປະເທດ
ອັອສເຕຣເລຍກ່າວວ່າ ການຕັດສິນໃຈຂອງລັດຖະບານລາວ ທີ່ຈະກົດດັນຕໍ່ໄປເພື່ອໃຫ້ມີ
ການສ້າງເຂື່ອນດັ່ງກ່າວນີ້ ຈະກໍ່ໃຫ້ເກີດຄວາມເຄັ່ງຕຶງທາງດ້ານການທູດ.

ທ່ານ Thayer ເວົ້າວ່າ “ທັງຫວຽດນາມແລະກຳປູເຈຍ ເຖິງແມ່ນໄດ້ມີການປຶກສາ
ຫາລືກໍຈິງ ພວກເຂົາເຈົ້າກ່າວວ່າ ເຂົາເຈົ້າຂ້ອນຂ້າງມີຄວາມວິຕົກກັງວົນ ທັງ
ສອງປະເທດ​ແມ່ນ​ມີຄວາມດີໃຈທີ່ສຸດ ທີ່ໄດ້​ມີການ​ໂຈະໂຄງການສ້າງເຂື່ອນນີ້.
ສິ່ງທຳອິດ ທີ່ພວກເຮົາບໍ່ໄດ້ກ່າວເຖິງ ກໍຄືຈະມີການຖະແຫຼງການຢ່າງແຂງຂັນ
ທາງດ້ານການທູດຕໍ່ລາວແລະຂ້າພະ​ເຈົ້າ​ຄິດ​ວ່າທ່ານອາດຈະ​ໄດ້ເຫັນການໄປ ຢ້ຽມຢາມລາວໃນລະດັບສູງ ຂອງເຈົ້າໜ້າທີ່ຫວຽດນາມ ເພື່ອຂໍຄໍາຊີ້ແຈງ ຍ້ອນ
ວ່າ ເຂື່ອນດັ່ງກ່າວໄດ້ສ້າງຄວາມວິຕົກກັງວົນຢ່າງໃຫຍ່ໃຫ້ແກ່ຫວຽດນາມ.”

ທ່ານ Thayer ກ່າວວ່າ ນອກນັ້ນແລ້ວ ຫວຽດນາມຍັງຈະຫັນ​ໄປ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ
ບັນດາປະເທດທີ່ໃຫ້ຄວາມສະໜັບສະໜຸນທາງດ້ານການເງິນແກ່ຄະນະກຳມາທິການແມ່ນໍ້າ
ຂອງສາກົນຮວມທັງສະຫະລັດ ອັອສເຕຣເລຍແລະຍີ່ປຸ່ນເພື່ອ​ໃຫ້ທຳຄວາມກົດດັນທາງດ້ານ
ການທູດຕໍ່ລັດຖະບານລາວແລະໄທ ​ເພື່ອໃຫ້ເລື່ອນໂຄງການສ້າງເຂື່ອນດັ່ງກ່າວນີ້ ອອກໄປ
ຕື່ມອີກ.

ພວກນັກວິເຄາະຮຽກຮ້ອງໃຫ້ໂຈະໂຄງການສ້າງເຂື່ອນເປັນເວລານຶ່ງທົດສະວັດເພື່ອຊັ່ງຊາ
ຕີລາຄາເພີ່ມຕື່ມ ກ່ຽວກັບຜົນກະທົບຕໍ່ລະບົບນິເວດແລະສະພາບແວດລ້ອມ ຈາກທັງໂຄງ
ການສ້າງເຂື່ອນໄຊຍະບູລີ ຕະຫຼອດທັງການສ້າງເຂື່ອນອື່ນໆໃນເຂດລຸ່ມແມ່ນໍ້າຂອງ.

ກອງປະຊຸມລະດັບລັດຖະມົນຕີຂອງຄະນະກຳມາທິການແມ່ນໍ້າຂອງສາກົນ ມີກຳນົດຈະໄຂ
ຂຶ້ນທີ່ນະຄອນສຽມຣຽບປະເທດກຳປູເຈຍເລີ່ມແຕ່ວັນທີ 7 ທັນວາ ເປັນຕົ້ນໄປ.

XS
SM
MD
LG