ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສ້າງເຂື່ອນໄຊຍະບູລີ ໃນພາກເໜືອຂອງລາວ


ເຮືອລຳນຶ່ງ ພວມຫາປາ ຕາມລຳແມ່ນໍ້າຂອງ
ເຮືອລຳນຶ່ງ ພວມຫາປາ ຕາມລຳແມ່ນໍ້າຂອງ

ບັນດາລັດຖະບານຂອງປະເທດຕ່າງໆທີ່ຕັ້ງຢູ່ເລາະລຽບແຄມແມ່ນໍ້າຂອງໃກ້ຈະທຳການຕັດ ສິນໃຈແລ້ວ ກ່ຽວກັບແຜນການສ້າງເຂື່ອນໄຟຟ້າພະລັງນໍ້າ​​ໃຫຍ່ແຫ່ງ​ນຶ່ງຢູ່ ສປປ ລາວ. ດັ່ງທີ່ນາຍ Ron Corben ຜູ້ສື່ຂ່າວຂອງ VOA ລາຍງານມາແຕ່ບາງກອກແລ້ວກໍ​ແມ່ນ ​ວ່າ ພວກນັກອານຸລັກສະພາບແວດລ້ອມມີຄວາມຢ້ານກົວວ່າ ແຜນການກໍ່ສ້າງຫຼາຍໆເຂື່ອນ ໃສ່ລຳແມ່ນໍ້າຂອງ ຈະສ້າງຄວາມເສຍຫາຍຕໍ່ສິ່ງແວດລ້ອມແລະວິຖີການດຳລົງຊີວິດ ຫລື​ບ່ອນ​ທຳ​ມາ​ຫາ​ກິນ ຂອງປະຊາຊົນທີ່ອາໄສຢູ່ເລາະລຽບຕາມລຳແມ່ນໍ້ານັ້ນ.

ໃນພາກເໜືອຂອງລາວ ລັດຖະບານມີແຜນການ ຈະສ້າງ
ເຂື່ອນໄຟຟ້າ ພະລັງນໍ້າຂະໜາດ​ໃຫຍ່ທີ່ແຂວງໄຊຍະບູລີ
ຊຶ່ງຈະສາມາດຜະລິດກະແສໄຟຟ້າໄດ້ 1,260 ເມກາວັດ
ໃສ່ລຳແມ່ນໍ້າຂອງຕອນລຸ່ມ.

ເຂື່ອນດັ່ງກ່າວແມ່ນເຂື່ອນທຳອິດຂອງຈຳນວນທັງໝົດ 12
ເຂື່ອນທີ່ມີແຜນການຈະສ້າງໃສ່ລຳແມ່ນໍ້າຂອງ. ບັນດາລັດ
ຖະບານຂອງປະເທດຕ່າງໆ​ໃນ​ຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ
ສຽງ​ໃຕ້ທີ່ພົວພັນນຳການສ້າງເຂື່ອນເວົ້າວ່າເຂື່ອນເຫຼົ່ານີ້ຈະ
ເປັນແຫຼ່ງພະລັງງານທີ່ສະອາດ ສຳລັບຂົງເຂດພວມມີການ
ພັດທະນາຢ່າງວ່ອງໄວ ແລະຈະຊ່ອຍຫຼຸດຜ່ອນຄວາມທຸກ ຍາກ.

ໂຄງການເຂື່ອນໄຊຍະບູລີທີ່ມີມູນຄ່າ 3,500 ລ້ານໂດລາ
ນັ້ນຈະສ້າງຂຶ້ນດ້ວຍການຮ່ວມມືກັບໄທ ຊຶ່ງຈະເປັນຜູ້ຊື້
ໄຟຟ້າ ເກືອບທັງໝົດ ທີ່ເຂື່ອນດັ່ງກ່າວຈະຜະລິດອອກ.

ນີ້ເປັນໂຄງການອັນທຳອິດ ທີ່ຈຳເປັນຈະຕ້ອງໄດ້ຮັບການອະນຸມັດຈາກລັດຖະບານຂອງ 4
ປະເທດ ທີ່ຕັ້ງຢູ່ເລາະລຽບແຄມແມ່ນໍ້າຂອງຕອນລຸ່ມອັນມີ ສປປ ລາວ, ໄທ, ກຳປູເຈຍແລະ
ຫວຽດນາມ ພາຍໃຕ້ຂັ້ນຕອນຂອງການປຶກສາຫາລືທີ່ກຳກັບ​ເບິ່ງ​ນໍ​າໂດຍ ຄະນະກຳມາທິ
ການແມ່ນໍ້າຂອງ ຫລື MRC.

ບັນດາລັດຖະບານຂອງປະເທດເຫຼົ່ານີ້ອາດຈະນຳສະເໜີການຕັດສິນໃຈຂອງ ພວກເຂົາເຈົ້າ
ພາຍໃນເດືອນນີ້ກໍ​ເປັນ​ໄດ້.

ພາຍໃຕ້ຂໍ້ຕົກລົງສະບັບນື່ງ​ ທີ່​ເຊັນ​ກັນ​ໃນປີ 1995 ນັ້ນ ປະເທດທັງ 4 ຈະຕ້ອງຮ່ວມມືກັນ ເພື່ອຄໍ້າປະກັນການພັດທະນາແບບຍືນຍົງຢູ່ຕາມລະບົບແມ່ນໍ້າຂອງ ທີມີຄວາມຍາວທັງໝົດ
4,900 ຫຼັກກິໂລແມັດນັ້ນ.

ບັນດາກຸ່ມປົກປ້ອງສະພາບແວດລ້ອມກ່າວວ່າ ຂັ້ນຕອນການປຶກສາຫາລືທີ່ວ່ານີ້ບໍ່ມີຄວາມ
ໂປ່ງໃສ ແລະແຜນການກໍ່ສ້າງເຂື່ອນຕ່າງໆນັ້ນບໍ່ໄດ້ມີການອະພິປາຍຂອງປະຊາຊົນຫຼືການ
ສຶກສາຄົ້ນຄວ້າໃນເຂດທ້ອງຖິ່ນຢ່າງພຽງພໍ.

ນາງ Ame Trandem ຈາກກຸ່ມປົກປ້ອງສະພາບແວດລ້ອມແມ່ນໍ້າສາກົນກ່າວວ່າ ລັດຖະ
ບານຂອງປະເທດຕ່າງໆ ຍັງບໍ່ທັນໄປຮອດຈຸດບ່ອນທີ່ພວກເຂົາເຈົ້າສາມາດທຳການຕັດສິນ
ໃຈແບບຮອບຮູ້​ໄດເທື່ອ.

// ສຽງ //

ນາງ Trandem ກ່າວວ່າ “ດ້ວຍເຫດນີ້ ຈຶ່ງມີການສະເໜີແນະໃຫ້ເລື່ອນການຕັດ
ສິນໃຈອອກໄປອີກ
10 ປີ ແລະພວກເຮົາຮູ້ສຶກວ່າຂັ້ນຕອນໃນການປຶກສາຫາລື ກ່ຽວກັບໂຄງການສ້າງເຂື່ອນໄຊຍະບູລີ ໃນເວລານີ້ ຄວນຈະຢຸດຕິລົງ ເພື່ອອຳ
ນວຍ
ໃຫ້ປະຊາຊົນເຂົ້າອົກເຂົ້າໃຈດີຂຶ້ນກ່ຽວກັບແມ່ນໍ້າຂອງ ໃນໄລຍະທີ່ມີການ
ເລື່ອນ
ເວລາ 10 ປີນັ້ນ.”

ຄະນະກຳມາທິການແມ່ນໍ້າຂອງຫລື MRC ຊຶ່ງໄດ້ຮັບເງິນສະໜັບສະໜຸນຈາກປະເທດຕ່າງໆ
ຮວມທັງອອສເຕຣເລຍ ນິວຊີແລນ ສະຫະພາບຢູໂຣບແລະສະຫະລັດນັ້ນ ກໍໄດ້ແນະນຳ​ໃຫ້
ເລື່ອນເວລາ ໃນ​ການ​ກໍ່ສ້າງເຂື່ອນໄຊຍະບູລີອອກໄປ​ເຊ່ນ​ກັນ ໂດຍທີ່ຄະນະກຳມາທິການດັ່ງ
ກ່າວເວົ້າວ່າ ມີ​ຄວາມຈຳເປັນສຳ​ລັບການດຳເນີນງານເພີ່ມຕື່ມ​ ​ເພີ່ອຊັ່ງຊາຕີລາຄາເບິ່ງຜົນກະ
ທົບຈາກການສ້າງ ເຂື່ອນທັງ 12 ແຫ່ງນັ້ນ.

ແຕ່ລັດຖະບານລາວກ່າວວ່າ ຕົນມອງບໍ່ເຫັນເຫດຜົນໃດໆທີ່ຈະ​ຕ້ອງ​ມີ​ການຊັກຊ້າ ແລະເວົ້າ
ວ່າລັດຖະບານລາວໄດ້ດຳເນີນການຢ່າງຖືກຕ້ອງທຸກຢ່າງກ່ຽວກັບຂໍ້ບັງຄັບທາງດ້ານກົດໝາຍ
ສິ່ງແວດລ້ອມ ແລະດ້ານສັງຄົມ.

ຈຸດຕ່າງໆ ບ່ອນທີ່ຈະ ມີການສ້າງເຂື່ອນໃສ່ ແມ່ນໍ້າຂອງ
ຈຸດຕ່າງໆ ບ່ອນທີ່ຈະ ມີການສ້າງເຂື່ອນໃສ່ ແມ່ນໍ້າຂອງ

ທ່ານອະນົນ ສະນິດວົງ ນັກຊ່ຽວຊານກ່ຽວກັບເລື່ອງດິນຟ້າ
ອາກາດ ຂອງມະຫາວິທະຍາໄລຈຸລາລົງກອນທີ່ປະເທດໄທ
ກ່າວວ່າ ຍ້ອນ​ວ່າເຂື່ອນຕ່າງໆຄວບຄຸມການໄຫຼຂອງແມ່ນໍ້າ
ເຂື່ອນເຫຼົ່ານີ້ຈື່ງອາດເປັນໄພອັນຕະລາຍ ຕໍ່ຊີວະນາໆພັນ ແລະເສດຖະກິດໄດ້.

// ສຽງ //

ທ່ານອະນົນເວົ້າວ່າ “ມັນເປັນທີ່ຈະແຈ້ງ ແລະກໍໄດ້ພິສູດ
ໃຫ້ເຫັນມາແລ້ວ.
ປາໃນແມ່ນໍ້າຂອງນັ້ນແມ່ນເປັນທັງ ອາຫານການກິນແລະກໍເປັນທັງເສດຖະກິດນຳດ້ວຍ.
ປະມານນຶ່ງສ່ວນສາມຂອງເສດຖະກິດກຳປູເຈຍໃນ
ເວລານີ້
ແມ່ນອາໄສ ແລະ ກາງຕໍ່ນຳການສົ່ງປາເຫຼົ່ານີ້ອອກໄປຂາຍຢູ່ໃນຕ່າງ
ປະເທດ ໂດຍສະເພາະແລ້ວ ກໍແມ່ນໄທ
.”

ພວກນັກອານຸລັກສະພາບແວດລ້ອມເຊ່ນນາງ Ame Trandem ຈາກອົງການແມ່ນໍ້າສາກົນ
ກ່າວວ່າ ປະຊາຊົນຈຳນວນຫຼາຍໆລ້ານຄົນຈະໄດ້ຮັບຜົນກະທົບຈາກການສ້າງເຂື່ອນໃສ່ແມ່ນໍ້າ
ຂອງ.

// ສຽງ //

ນາງ Trandem ກ່າວວ່າ “​ເວລາພວກເຮົາມອງໄປເບິ່ງອະນາຄົດພຸ້ນ ຖ້າຫາກ ເຂື່ອນເຫຼົ່ານີ້ໄດ້ມີການສ້າງຂຶ້ນແທ້ ອະນາຄົດກໍຈະໜ້າເປັນຫ່ວງຫຼາຍ ຄືຜູ້ຄົນ ຈະທຸກຍາກຍ້ອນພວກເຂົາເຈົ້າຈະສູນເສຍແຫຼ່ງທີ່ມາຂອງລາຍໄດ້ອັນສຳຄັນ
ນັ້ນກໍຄື
ຈາກການຫາປາ ແລະຜູ້ຄົນກໍຈະບໍ່ມີອາຫານການກິນພຽງພໍນຳອີກ.
ນີ້ແມ່ນໜ້າເປັນຫ່ວງຫຼາຍ.”

ພວກນັກເຄື່ອນໄຫວເພື່ອປົກປ້ອງສະພາບແວດລ້ອມ ພວມທຳການກົດດັນ ໃຫ້ລັດຖະບານ
|ຂອງທັງ 4 ປະເທດ ໃນເຂດລຸ່ມແມ່ນໍ້າຂອງ ຢຸດເຊົາໂຄງການສ້າງເຂື່ອນໄຟຟ້າພະລັງນໍ້າ
ໄຊຍະບູລີ ເພື່ອທຳການຊັ່ງຊາຕີລາຄາເພີ່ມຕື່ມກ່ຽວກັບຜົນກະທົບໃນໄລຍະຍາວຕໍ່ທັງແມ່ນໍ້າ
ຂອງແລະປະຊາຊົນທີ່ອາໄສຢູ່ເລາະລຽບສອງຟາກຝັ່ງຂອງແມ່ນໍ້າດັ່ງກ່າວນີ້.

XS
SM
MD
LG