ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ແຜນການສ້າງເຂື່ອນ ໃສ່ແມ່ນໍ້າຂອງ ສ້າງຄວາມເປັນຫ່ວງຫຼາຍຂື້ນ (ເບິ່ງວີດີໂອລາວ/ອັງກິດ)


ບໍລິສັດ​ໄທ​​ແຫ່ງ​ນຶ່ງ​ກ່າວ​ວ່າ ຕົນ​ຈະ​ເລີ່​ມ​ເດີນ​ໜ້າ​ລົງມື​ ກໍ່ສ້າງ​ເຂື່ອນ​ໄຟຟ້າ​ນໍ້າຕົກ​ໄຊ​ຍະ​ບູລີ ມູນ​ຄ່າ 3500 ​ລ້ານ​ໂດ​ລາ ຢູ່​ແມ່​ນໍ້າຂອງ​ໃນ​ ສປປ ລາວ ທີ່​ເປັນ​ຫົວ​ຂໍ້​ຂັດ​ແຍ້​ງກັນ​ນັ້ນ. ເປັນ​ທີ່ຄາດ​ວ່າ​​ ​ເຂຶ່ອນ​ໄຟຟ້າ​ນໍ້າຕົກ​ທີ່​ມີ​ການ ວາງ​ແຜນ​​ໄວ້​ ວ່າ​ຈະ​ສ້າງໃສ່​ແມ່​ນໍ້າຂອງ​ປະມານ 12 ແຫ່ງ​​ນັ້ນ ຈະນໍາ​ກໍາ​ໄລ​ຢ່າງ​ມະຫາສານມາ​ໃຫ້ພວກ​ປະ​ເທດ​ທີ່​ຈະ​ສ້າງ​ເຂື່ອນ​ເຫລົ່າ​ນັ້ນ ​ແຕ່​ບັນດາ​ນັກ​ອະນຸ ລັກ​ນິຍົມ​ເຕືອນ​ວ່າ ມັນຈະ​ເປັນ​​ໄພ​ຂົ່ມຂູ່​ຕໍ່​ຄວາມ​ອຸດົມສົມບູນ​ຂອງແມ່​ນໍ້າຂອງ ທີ່​ເປັນ​ຕົວ​ຄໍ້າ​ຈຸນ​ການ​ດໍາລົງ​ຊີວິດ​ຂອງ​ປະຊາຊົນ​ຫລາຍ​ລ້ານຄົນ​ນັ້ນ. ນາຍ Rick Valenzuela ຜູ້​ສື່​ຂ່າວ​ວີ​ໂອ​ເອ ​ໄດ້​ເດີນທາງ​ເລາະ​ໄປ​ຕາ​ມລໍາ​ແມ່ນໍ້າຂອງ ​ແລະ​ໄດ້​​ໂອ້​ລົມ​ກັບ​ພວກ​ປະຊາຊົນ​ທີ່​ເປັນ​ຫ່ວງ​ນໍາ​ການ​ປ່ຽນ​ແປງ​ນີ້ ຊຶ່ງ​ທອງ​ປານຈະ​ນໍາ​ເອົາລາຍ​ລະອຽດ​ມາສະ​ເໜີ​ທ່ານ.

ເບິ່ງວີດີໂອ ພາສາລາວ:​

ຄອບຄົວ​ຂອງ​ນາຍ​ເອກ ທານ ​ໄດ້​ອາ​ໃສ​ຢູ່​ໃນບ້ານ ກຣະຕີ ​ແຄ​ມແມ່​ນໍ້າຂອງ ທີ່​ສອກຫລີກ
ຫ່າງ​ໄກ​ຄວາມ​ຈະ​ເລີ​ນ ທາງ​ພາກ​ເໜືອ​ຂອງ​ກໍາປູ​ເຈຍ ມາ​ໄດ້​ດົນ​ກວ່າ​ສາມ​ເຊັ່ນຄົນ.

ຫລັງ​ຈາກ​ທີ່​ເຂຶ່ອນ​ໄຟຟ້າ​ນໍ້າຕົກ​ໄດ້​ຖືກ​ສ້າງ​ຫລາຍ​ແຫ່ງ​ຂຶ້ນຢູ່ຕາມ​ລໍາແມ່​ນໍ້າຂອງໃນ​ປະ​ເທດ
ຈີນ ພ້ອມ​ທັງຢູ່​ຕາມພວກແມ່​ນໍ້າສາຂາ​ຕ່າງໆ​ເໜືອ​ແນວ​ແມ່​ນໍ້າຂອງ​ນັ້ນ ນາຍ​ເອກ​ກໍ​ໄດ້ສັງ
​ເກດ​ເຫັນ​ຄວາມ​ແຕກ​ຕ່າງ​. ລາວເວົ້າ​ວ່າ

ແຕ່​ກີ້​ແຕ່​ກ່ອນ​ນັ້ນ​ ມີ​ປາ​ຫລາຍ ມາ​ບັດ​ນີ້​ ​ເຖິງ​ແມ່ນເຮົາ​ຫ້າງ​ຕຸ້ມ​ຈັບ​ປາ​ໄວ້​ຈັກສິບ​ອັນ
ມັນກໍ​ຍາກ​ທີ່​ຈະ​ໄດ້​ປາມາ.”

ຄອບຄົວ​ຂອງ​ນາຍທານ ອາ​ໃສ​ຢູ່ທາງທິດ​ເໜືອ​ຂອງ​ເຂຶ່ອນແຫ່ງ​ນຶ່ງ ທີ່​ໄດ້​ມີ​ການ​ສະ​ເໜີ​ວ່າ ​
ຈະກໍ່ສ້າງຂຶ້ນຢູ່​ໃນ​ເຂດ​ເມືອງ Sambor ຊຶ່ງ​ຈະ​ເປັນ​ເຂຶ່ອນ​ໄຟຟ້າ​ນໍ້າຕົກຢູ່​ຕາມ​ລໍາແມ່​ນໍ້າຂອງ
​ແຫ່ງ​ທໍາ​ອິດ​ຂອງ​ກໍາປູ​ເຈ​ຍ ​ແລະ​ເປັນ​ນຶ່ງ​ໃນຈໍານວນ 12 ​ເຂື່ອນ ​ທີ່​ໄດ້ມີ​ການ​ວາງ​ແຜນ​ໄວ້
ຕາມລໍາ​ແມ່​ນໍ້າຂອງ​ທີ່​ຍາວ 3,000 ກິ​ໂລ​ແມດ​ນັ້ນ. ໂຄງການ​ເຫລົ່າ​ນັ້ນສ່ວນ​ໃຫຍ່​ຍັງ​ຖືກ​ໂຈະ
​ໄວ້​ກ່ອນ ​ຍ້ອນ​ຄວາມ​ເປັນ​ຫ່ວງ​ດ້ານ​ສະພາບ​ແວ​ດລ້ອມ ​ແຕ່​ບັນດາລັດຖະບານ​ຂອງ​ປະ​ເທດ
​ໃນເຂດ​ແມ່​ນໍ້າຂອງ ກໍ​ມີ​ຄວາມ​ກະຕືລື​ລົ້ນ ​ຢາກຈະ​ພັດທະນາ​ເຂຶ່ອນ​ໄຟຟ້າ​ນໍ້າຕົກ​ຂຶ້ນມາ​ໃຫ້​
ໄດ້ ​ເພື່ອ​ສົ່ງ​ເສີມ​ເສດຖະກິດ​ຂອງ​ພວກ​ຕົນ.

ເໜືອ​ຂຶ້ນ​ໄປໄກ ຕາມລໍາແມ່​ນໍ້າຂອງນັ້ນ​ ການ​ກໍ່ສ້າງ​ເຂຶ່ອນ​ໄຟຟ້າ​ນໍ້າຕົກໃສ່​ແມ່​ນໍ້າຂອງແຫ່ງ​
ທໍາ​ອິດ​ຂອງ​ລາວ​ໃນ​ແຂວງ​ໄຊ​ຍະ​ບູລີ​ ກໍາລັງ​ດໍາ​ເນີນ​ສືບ​ຕໍ່​ໄປ.

​ທ່ານ ວີຣະພົນ ວີຣະວົງ ເຈົ້າໜ້າ​ທີ່​ກົມ​ໄຟຟ້າ​ລາວກ່າວ​ວ່າ ​ໂຄງການ​ເຂຶ່ອນ​ໄຊ​ຍະ​ບູລີ​ນີ້​ ຖື​ວ່າ​
ສໍາຄັນ​ທີ່​ສຸດ​ສໍາລັບ​ຂົງ​ເຂດ ​ເຖິງ​ແມ່ນ​ຈະ​ມີ​ຄວາມ​ເປັນຫ່ວງ​ຕ່າງໆ​ນາໆ​ ກ່ຽວ​ກັບ​ຜົນ​ກະທົບ
ຕໍ່ແມ່​ນໍ້າຂອງ​ນັ້ນ​ກໍ​ຕາມ.

“ມັນ​ຄື​ກັນ​ກັບ​ໂຄງການ​ນີວ​ເຄລຍ. ບາງ​ປະ​ເທດ​ຢາກ​ຢຸດ​ບໍ່​ເຮັດ ບາງ​ປະ​ເທດກໍ​ຢາກ​ເຮັດ ​
ແລະ​ໂຄງການ​ນີ້ ຂ້າພະ​ເຈົ້າ​ເຂົ້າ​ໃຈວ່າ​ມັນ​ກໍ​ຄື​ກັນ​ຫັ້ນ​ຫລະ”

ບັນດາ​ນັກວິ​ເຄາະ​ດ້ານ​ສະ​ພາບ​ແວດ​ລ້ອມ ​ແມ່ນ​ໄດ້​ເປັນ​ຜູ້​ຄັດຄ້ານ​ຢ່າງ​ເປີດ​ເຜີຍຕໍ່ການ​ສ້າງ
​ເຂຶ່ອນ​ໄຊ​ຍະ​ບູລີ ​ແລະ​ເຂຶ່ອນອື່ນໆ​ບາງ​ແຫ່ງທີ່ໄດ້ວາງ​ແຜນ​ໄວ້ນັ້ນ​ເຊັ່ນ​ກັນ. ທ່ານ​ນາງ Ame
Trandem ປະ​ຈໍາ​ກຸ່ມ​ແມ່​ນໍ້າ​ລະຫວ່າງ​ປະ​ເທດ ກ່າວ​ວ່າ:

“ຕາມ​ຫລັກ​ຖານ​ທັງ​ໝົດ​ທີ່​ລວບ​ລວມມາໄດ້ເທົ່າ​ເຖິງ​ປັດຈຸບັນ​ນີ້ ສະ​ແດງວ່າ​ເຂຶ່ອນດັ່ງກ່າວ​
ບໍ່ຄວນ​ຈະ​ຖືກ​ສ້າງ​ຂຶ້ນມາ ຊຶ່ງ​ຖ້າ​ຫາກ​ວ່າ​ຈະ​ສ້າງ​ແທ້ໆ​ແລ້ວ ມັນ​ຈະສ້າງ​ຄວາມ​ເສຍ​ຫາຍ
​ແລະ​ທໍາລາຍການ​ປະມົງ​ຕາມ​ລໍາ​ແມ່​ນໍ້າຂອງ​ນັ້ນ ຢ່າງ​ສິ້ນ​ເຊີງ.”

ຍ້ອນກັບຄືນໄປຍັງ​ແຂວງ Sambo ປະ​ເທດ​ກໍາປູ​ເຈຍນັ້ນ ​ເມຍ​ຂອງ​ນາຍ ເອກ ທານ ອະທິ
ບາຍ​ສູ່​ຟັງ​ກ່ຽວ​ກັບ​ວ່າ ​ແມ່​ນໍ້າຂອງ​ສະໜອງເຂົ້າປາ​ນາ​ນໍ້າ ໃຫ້ແກ່​ຄອບຄົວ​ແລະ​ໄຮ່​ນາ​ຂອງ
​ລາວ​ຢ່າງ​ໃດ. ນໍ້າ​ຈາກ​ແມ່​ນໍ້າຂອງ​ຊ່ວຍ​ຫລໍ່ລ້ຽງ​ໄຮ່ນາ​ຕາກ້າ​ຂອງ​ພວກ​ເຂົາ​ເຈົ້າ ແລະຄໍ້າ​ຈຸນ
​ໝູ່​ບ້ານ​ທັງ​ໝົດ.

ນອກ​ນີ້​ແລ້ວ ຄອບຄົວຂອງ​ນາຍ​ເອກຍັງ​ດໍາລົງ​ຊີວິດຢູ່​ແບບ​ບໍ່​ມີ​ໄຟຟ້າ​ໃຊ້​ ​ແຕ່​ວ່າ​ພວກ​ເຂົາ​ເຈົ້າ
ກໍ​ບໍ່​ມີ​ຄວາມ​ເຊື່ອ​ໝັ້ນ​ ກ່ຽວ​ກັບຜົນ​ປະ​ໂຫຍດທີ່ພວກ​ເຂົາ​ເຈົ້າຈະ​ໄດ້ຮັບ ​ຈາກການ​ສ້າງ​ເຂື່ອນ
ໄຟ​ຟ້າເທິງ​ແມ່​ນໍ້າຂອງນັ້ນ. ນາງ​ນຸດ ​ເຮັມ ​ເວົ້າ​ວ່າ:

“ຂ້ອຍ​ເປັນ​ຫ່ວງ​ຫລາຍ ​ແລະ​ກໍ​ບໍ່​ຮູ້​ວ່າ​ຈະ​ຍ້າຍ​ໜີ​ໄປ​ໃສ​ໄດ້ ​ຖ້າ​ຫາກ​ໝູ່​ບ້ານຂອງ​ພວກ​ເຮົາ​
ຖືກ​ນໍ້າ​ຖ້ວມ ມັນ​ຈະ​ເດືອດຮ້ອນ​ຫລາຍ​ທີ່​ສຸດ.”

ພ້ອມ​ກັບ​ການ​ສ້າງ​ເຂຶ່ອນທີ່​ຍັງ​ຕ້ອງ​ໃຊ້​ເວລາ​ອີກ​ດົນ​ນານ ​ກວ່າ​ຈະ​ສ້າງ​ສໍາເລັດນັ້ນ ຄອບຄົວ
​ຂອງ​ນາຍ ​ເອກ ທານ ຈະປ​ະ​ເຊີນ​ກັບ​ຄວາມ​ບໍ່​ແນ່ນອນ​ໄປ​ອີກຫລາຍ​ປີ​ ກ່ຽວ​ກັບ​ອະນາຄົດ​
ຂອງ​ພວກ​ເຂົາ​ເຈົ້າ.

ເບິ່ງວີດີໂອພາສາອັງກິດ:

XS
SM
MD
LG