ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວປະເຊີນກັບການຄັດຄ້ານ ຢ່າງໜັກຕໍ່ໂຄງການສ້າງ ເຂຶ່ອນໄຊຍະບູລີ


ຊາວປະມົງຂະເໝນພາກັນກູແຫຫາປາຂອງເຂົາເຈາ ຢູແມນຂອງ ນອກນະຄອນຫລວງພະນົມເປັນ, ວັນທີ 19 ເມສາ 2011
ຊາວປະມົງຂະເໝນພາກັນກູແຫຫາປາຂອງເຂົາເຈາ ຢູແມນຂອງ ນອກນະຄອນຫລວງພະນົມເປັນ, ວັນທີ 19 ເມສາ 2011

ລາວມີແຜນການຈະສ້າງເຂຶ່ອນໄຟຟ້າພະລັງນໍ້າແຫ່ງນຶ່ງ ຢູ່ຕອນລຸ່ມຂອງແມ່ນໍ້າຂອງ ແຕ່ ພວກປະເທດເພື່ອນບ້ານເວົ້າວ່າ ຕ້ອງໃຫ້ມີການສຶກສາຄວາມເປັນໄປໄດ້ເພີ່ມຕື່ມ. ພວກ ນັກວິເຄາະກ່າວວ່າ ການຄັດຄ້ານຫລືບໍ່ເຫັນດີນໍາແຜນການດັ່ງກ່າວໃນລະດັບສູງຫລາຍນັ້ນ ກໍາລັງສ້າງຄວາມກົດດັນໃຫ້ລາວ ຕ້ອງດັດແປງຄວາມໄຝ່ຝັນທະເຍີທະຍານດ້ານພະລັງງານ ໄຟຟ້ານໍ້າຕົກຂອງຕົນ. ຜູ້ສື່ຂ່າວວີໂອເອ Mikes Ives ສົ່ງລາຍງານມາຈາກບ້ານກອງນາງ ທາງຝັ່ງປະເທດໄທ ກົງກັນຂ້າມກັບນະຄອນຫລວງວຽງຈັນ ຊຶ່ງດາຣາມີລາຍລະອຽດມາສະ ເໜີທ່ານ ໃນອັນດັບຕໍ່ໄປ.

ຂໍ້ສະ​ເໜີ​ທີ່​ກາຍ​ມາເປັນ​ບັນຫາໂຕ້​ແຍ້​ງກັນ​ ໂດຍ​ລັດຖະ
ບານລາວ ​ທີ່​ຈະ​ສ້າງ​ເຂຶ່ອນ​ໄຟຟ້າ​ພະລັງ​ນໍ້າ​ ຢູ່​ຕອນ​ລຸ່ມ
ຂອງ​ແມ່​ນໍ້າຂອງ ຊຶ່ງ​ເປັນແຫ່ງ​ທໍາ​ອິດໃນຈໍານວນ 11
ແຫ່ງ​ທີ່​ວາງ​ແຜນ​ໄວ້​ນັ້ນ ​ໄດ້​ສ້າງ​ຄວາມ​ໂກດ​ແຄ້ນ​ໃຫ້ແກ່​ພວກ​ປະຊາຊົນ​ທີ່​ອາ​ໃສ​ຢູ່ໃກ້ແຄມ​ນໍ້າຂອງ​.

ນາງ​ໄພ​ເລີ ​ແມ້ນ​ມູນ ຊາວ​ໄທ​ເຊື້ອສາຍ​ລາວ​ທີ່​ອາ​ໃສ​ຢູ່​ບ້ານ​ກອງ​ນາງ ທາງຝັ່ງໄທ ຊຶ່ງ​ຕັ້ງ​ຢູ່​ທາງລຸ່ມ​ຂອງ​ເຂື່ອນ​ໄຟຟ້າ​ພະລັງ​ນໍ້າ​ ທີ່​ລາວ​ວາງ​ແຜນ​ຈະ​ສ້າງ​ຂຶ້ນ​ຢູ່ໄຊ​ຍະບຸລີ​ນັ້ນ ​ເປັນ​ຄົນ​ນຶ່ງ​ທີ່ຄັດຄ້ານ​ຕໍ່​ແຜນການ​ນີ້.

// ສຽງ​ເດັກນ້ອຍ​ຫລີ້ນ​ນໍ້າ ຢູ່​ນໍ້າຂອງ //

ເມື່ອ​ວັນ​ອາທິດ​ກ່ອນ ນາງ​ໄພ​ເລີ ​ແມ້ນມູນ ​ແລະ​ເພື່ອນ​ບ້ານຫລາຍ​ຄົນ​ໄດ້​ພາກັນ​ມາຊຸມ​ເຂົ້າ ກິນ​ເຂົ້າໜຽວ​ກັນ ຢູ່​ຊາຍ​ຫາດ​ແຄມ​ຂອງ ​ແລະໂອ້​ລົ​ມກັນ​ເລຶ້ອງເຂຶ່ອນ​ໄຟຟ້າ​ໄຊ​ຍະ​ບຸລີ ຂະນະ​ທີ່ພວກ​ເດັກນ້ອຍ​ພາກັນ​ຫລິ້ນ​ນໍ້າ​ຢູ່ໃນນໍ້າຂອງ ​ໃກ້ໆ​ກັນນັ້ນ.

ພວກ​ເຈົ້າໜ້າ​ທີ່​ຂອງ​ ສປປ ລາວ ຊຶ່ງ​ເປັນ​ປະ​ເທດ​ທີ່ຍາກຈົນ ​ແລະ​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລທີ່
ປົກຄອງ​ໂດຍ​ລັດຖະບານ​ຄອມ​ມີ​ວນີສນັ້ນ ​ເວົ້າວ່າ ການ​ສ້າງ​ເຂຶ່ອນດັ່ງກ່າວ​ນີ້​ຂຶ້ນມາຈະ​ຊ່ວຍ
ຫລຸດຜອນ​ຄວາມທຸກຈົນຂອງ​ປະຊາຊົນ​ລົງ​ ແລະ​ສ້າງລາຍ​ໄດ້​ໃຫ້​ລັດຖະບານ.

ແຕ່​ນາງໄພ​ເລີ​ແລະ​ເພື່ອນ​ບ້ານ​ຂອງ​ນາງກ່າວ​ວ່າ ​ເຂຶ່ອນ​ໄຊ​ຍະບຸລີ ​ແລະ​ເຂຶ່ອນອື່ນໆທີ່​ລາວ
ສະ​ເໜີ​ຈະສ້າງ​ຂຶ້ນນັ້ນ ​ແມ່ນ​ເປັນ​ໄພ​ຂົ່ມຂູ່​ຕໍ່​ໝູ່​ບ້ານຂອງ​ພວກ​ເຂົາ​ເຈົ້າ​ເພາະວ່າ​ການ​ຫາ​ປາ
ເປັນແຫ​ລ່ງລາຍ​ໄດ້​ຫລັກຂອງ​ເຂົາ​ເຈົ້າ. ນາງແມ້ນ​ມູນ​ເວົ້າວ່າ

“ຖ້າ​ສົມມຸດ​ວ່າເຂຶ່ອນນີ້ ມັນ​ເກີດຂຶ້ນ​ມາ​ແລ້ວນີ້ ລູກຫລານເຮົາຈະຢູ່ ແບບໃດ? ອັນນີ້ ເຮົາກໍບໍ່ຮູ້ວ່າອະນາຄົດມັນຈະເປັນແບບ ໃດ? ເອີ.. ພຽງແຕ່ສົມມຸດວ່າ ນໍ້າມັນມາຫລາຍໆ ມັນທະລັກເຂົ້າໝູ່ບ້ານ ເຮົາ ແລ້ວມັນບໍ່ມີສັນຍານເຕືອນໄພ ມັນ.. ເຮົາເຄີຍຢູ່ແບບສຸກສະບາຍ ເອີ...ມັນກໍຊິຕາຍຄືຈັ່ງພາກໃຕ້ຫັ້ນແລ້ວ.”

ຜູຊາຍລາວຄົນນກຳລັງຂລົດຖີບຜານ ກອງເລຂາທິການຂອງຄະນະກຳມາ ທິການແມນຂອງ ຫລື MRC ທນະ ຄອນຫລວງວຽງຈັນ ບອນທພວກເຈາ ໜາທຈາກ ລາວ, ກຳປູເຈຍ, ໄທ ແລະຫວຽດນາມ ປະຊຸມກັນເມອວັນທີ 19 ເມສາ ກຽວກັບໂຄງການສາງ ເຂອນໄຊຍະບູລີຂອງລາວ.
ຜູຊາຍລາວຄົນນກຳລັງຂລົດຖີບຜານ ກອງເລຂາທິການຂອງຄະນະກຳມາ ທິການແມນຂອງ ຫລື MRC ທນະ ຄອນຫລວງວຽງຈັນ ບອນທພວກເຈາ ໜາທຈາກ ລາວ, ກຳປູເຈຍ, ໄທ ແລະຫວຽດນາມ ປະຊຸມກັນເມອວັນທີ 19 ເມສາ ກຽວກັບໂຄງການສາງ ເຂອນໄຊຍະບູລີຂອງລາວ.

ຂະນະດຽວກັນ ຢູ່ທາງ​ຝັ່ງ​ວຽງ​ຈັນ ​ເມືອງ​ຫລວງ​ຂອງ​ລາວນັ້ນ ຄະນະ​ກໍາມະການ​ຮ່ວມຂອງ​ຄະນະກໍາມາ​ທິການແມ່​ນໍ້າຂອງ ສາກົນ ກໍກໍາລັງ​ກະກຽມ​ກອງ​ປະຊຸມ​ທີ່​ມີ​ການ​ ລໍຖ້າ​ຟັງຜົນ​ກັນ​ຢ່າງ​ຫລວງຫລາຍ ​ກ່ຽວ​ກັບ​ເຂຶ່ອນ​ໄຟຟ້າ​ໄຊ​ຍະ​ບຸລີ ຊຶ່ງ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ອັງຄານ​ຕໍ່​ມາ ຄືວັນ​ທີ 19​ ອາທິດ​ແລ້ວ​ນີ້.

ທີ່​ກອງ​ປະ​ຊຸມ​ດັ່ງກ່າວລາວ​ເວົ້າວ່າ ​ໂຄງການ
ສ້າງ​ເຂຶ່ອນ​ແມ່ນ​ຈະ​ດໍາ​ເນີນ​ຕໍ່​ໄປໂດຍ​ອ້າງ​ວ່າ​
ການ​ສ້າງເຂຶ່ອນທີ່​ວ່ານີ້​ຈະເປັນ​ໄປ​ຕາມ​ມາດ
ຕະຖານ​ຂອງສາກົນ.

ແຕ່​ພວກ​ປະ​ເທດ​ເພື່ອນ​ບ້ານຂອງ​ລາວ ​ທີ່ຢູ່ໃນ​ເຂດລຸ່ມຂອງ​ແມ່​ນໍ້າຂອງ​ ກໍ​ຄື ​ໄທ ກໍາປູ​ເຈຍ ​ແລະ​ຫວຽດນາມ ​ໄດ້​ພາກັນ​ອອກ​ຖະ​ແຫລ​ງ ການ​ ທີ່ເວົ້າວ່າ​ ມີ​ຄວາມ​ຕ້ອງການ​ຂໍ້​ມູນ​ເພີ່ມ​ຕື່ມ​ກ່ຽວ​ກັບ​ຜົນ​ກະທົບຕໍ່​ສິ່ງແວດລ້ອມ​ທີ່​ອາດ​ຈະ​ມີ​ຂຶ້ນຂ້າມເຂດຊາຍ​ແດນ​ ຈາກເຂຶ່ອນດັ່ງ ກ່າວນັ້ນ ໂດຍ​ສະ​ເພາະ​ຫວຽດນາມ ຊຶ່ງ​ໄດ້​ອອກຖະ​ແຫລ​ງການ​ທີ່​ຮຸນ​ແຮງ​ກ່ວາ​ໝູ່ ໂດຍ​ຮຽກຮ້ອງ​ໃຫ້​ມີ​ການ​ໂຈະ​ການ​ສ້າງ​ເຂື່ອນໃໝ່ໃດໆຢູ່​ຕາມ​ລໍາ​ແມ່​ນໍ້າຂອງໄວ້ ເປັນ​ເວລາສິບ​ປີ.

ພວກ​ສີ່ປະ​ເທດ​ໃນເຂດລຸ່ມ​ແມ່​ນໍ້າຂອງ​ບໍ່​ໄດບັນລຸ​ການ​ຕັດ​ສັນ​ໃຈ​ຮ່ວມໃດໆ ກ່ຽວ​ກັບ​ເຂຶ່ອນ​ໄຊ​ຍະ​ບູລີນັ້ນ​ ​ແຕ່​ກໍ​ເຫັນ​ພ້ອມ​ກັນ​ທີ່​ຈະ​ຈັດ​ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ຂຶ້ນ ໃນ​ທ້າຍ​ປີ​ນີ້.

ພວກ​ນັກວິ​ເຄາະ​ກ່າວ​ວ່າ ຖະ​ແຫລ​ງການ​ຕ່າງໆ​ຂອງ​ພວກລັດຖະບານ ​ແລະການ​ຕັດສິນ​ໃຈ​ຍົກ​ລະດັບ​ກອງ​ປະຊຸມຂຶ້ນ​ເປັນ​ລະດັບ​ລັດຖະມົນຕີ​ນັ້ນ ​ແມ່ນເ​ຮັດ​ໃຫ້​ຜົນ​ໄດ້ຜົນ​ເສຍ​ທາງ​ການ​ເມືອງ​ມີ​ສູງ​ຂຶ້ນກ່ຽວ​ກັບ​ຂໍ້​ໂຕ້​ແຍ້ງກັນ​ເລຶ້ອງ​ເຂຶ່ອນ​ໄຊ​ຍະ​ບຸລີ​ນັ້ນ.

ທ່ານ Phillip Hirsch ອາຈານ​ສອນ​ວິຊາ​ນິ​ເວດ​ວິ​ທະ​ຍາມະ​ນຸດ​ທີ່​ມະຫາວິ​ທະຍາ​ໄລ Sydney ​ແຫ່ງ​ປະ​ເທດ​ອອສ​ເຕຣ​ເລຍ ກ່າວ​ວ່າ ເຖິງ​ແມ່ນ​ຄະນະກໍາມາ​ທິການ​ແມ່​ນໍ້າຂອງ​ສາກົນບໍ່​ສາມາດ​ທີ່​ຈະ​ຢຸດ​ຫລື​ຍັບ​ຍັ້ງ​ລາວ ​ບໍ່​ໃຫ້​ສ້າງ​ເຂຶ່ອນດັ່ງກ່າວ​ໃສ່​ຕາມ​ລໍາ​ແມ່​ຂອງ​ໄດ້​ກໍ​ຕາມ ​ແຕ່ລະບຽບ​ການ​ຂອງຄະນະ​ກໍາມາ​ທິການ​ດັ່ງກ່າວ ກໍ​ອະນຸຍາດ​ໃຫ້​ພວກ​ປະ​ເທດ​ເພື່ອນ​ບ້ານ​ສາມາດ​ໃຊ້​ຄວາມ​ກົດ​ດັນ​ທາງ​ການ​ທູດ​ຕໍ່​ລາວ​ໄດ້. ທ່ານ Hirsch ກ່າວ​ວ່າ

“ຖ້າ​ຫາກ​ລາວ​ຈະ​ເດີນ​ໜ້າ​ສ້າງ​ເຂຶ່ອນ​ໄຊ​ຍະ​ບຸລີ​ຂຶ້ນມາ​ແຕ່​ລໍາພັງ​ຜູ້​ດຽວ​ ​ໂດຍ​ທີ່​ບໍ່​ຍອມຮັບຟັງຄວາມ​ຄິດ​ເຫັນ​ຂອງປະ​ເທດ​ອື່ນໆ​ນັ້ນ​ແລ້ວ ມັນ​ກໍ​ຈະເປັນ​ການ​ກະທໍາ​ທີ່​ຕໍ່ຕ້ານ​ແນວ​ຄິດ​ຂອງ​ປະ​ເທດ​ອື່ນໆ ​ແລະ​ໂດຍ​ສະ​ເພາະ ຕໍ່ຕ້ານ​ຄວາມ​ປາດ​ຖະໜາ​ດີ​ຂອງ​ຫວຽດນາມ ຊຶ່ງ​ເປັນ​ປະ​ເທດ​ທີ່​ມີ​ຄວາມສໍາພັນ​ທີ່​ໄກ້​ຊິດ​ທີ່​ສຸດ​ກັບ​ລາວ.”

ທ່ານ Hirsch ທໍານາຍ​ວ່າ ມັນ​ຈະເປັນ​ການ​ປະ​ເຊີນ​ໜ້າກັນ​ລະຫວ່າງລັດຖະມົນຕີ​ຈາ​ກລາວ ​ແລະ​ເພື່ອນ​ບ້ານ​ຫວຽດນາມ ​ຊຶ່ງ​ທັງ​ສອງ​ເປັນ​ປະ​ເທດ​ທີ່​ປົກຄອງໂດຍພັກ​ດຽວ​ ກໍຄືພັກ​ຄອມ​ມິ​ວ ນີສ ​ເຊັ່ນ​ກັນນັ້ນ.

ທ່ານ Hirsch ​ເວົ້າຕື່ມ​ວ່າ ຖ້າ​ຫາກມີ​ການ​ສ້າງ​ເຂຶ່ອນ​ໄຊ​ຍະ​ບຸລີ​ຂຶ້ນ ມັນ​ກໍ​ຈະ​ເຮັດ​ໃຫ້​ເປັນ​ການ​ງ່າຍ​ຂຶ້ນ ສໍາລັບ​ພວກ​ປະ​ເທດ​ອື່ນໆ​ໃນ​ເຂດ​ລຸ່ມ​ແມ່​ນໍ້າຂອງ ​ໂດຍ​ສະ​ເພາະ​ກໍາປູ​ເຈຍ ທີ່​ຈະ​ສ້າງ​ເຂຶ່ອນຢູ່​ຕາມ​ລໍາ​ແມ່​ນໍ້າຂອງ​ໄດ້.

ລາວ​ບໍ່​ສາມາດທີ່​ຈະ​ເມີນ​ເສີຍ ຕໍ່​ຖະ​ແຫລ​ງກາ​ນຕໍາ​ໜິຕິຕຽນ​ຈາກ​ພວກ​ປະ​ເທດເພື່ອນ​ບ້າ​ນ ຂອງ​ຕົນໄດ້ ​ອິງ​ຕາມ​ນັກອະນຸ​ລັກ​ສະພາບ​ແວດ​ລ້ອມ​ຫວຽດນາມຄົນ​ນຶ່ງ​ ທີ່​ບໍ່​ປະສົງ​ຈະ​ອອກ​ນາມ ຊຶ່ງ​ຜູ້ກ່ຽວ​ໄດ້​ກ່າວ​ຕໍ່ວີ​ໂອ​ເອວ່າ ຖ້າ​ຫາກ​ວ່າ​ລາວ​ສ້າງ​ເຂຶ່ອນດັ່ງກ່າວ​ຂຶ້ນມາ​ ​ໂດຍ​ບໍ່​ເອົາ​ ຫົວຊາ​ຕໍ່​ການ​ຄັດຄ້ານ​ທີ່ຢູ່​ໃນລະດັບ​ສູງ​ນັ້ນ​ແລ້ວ ລາວ​ກໍ​ຈະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່ຊື່​ສຽງ​ ຂອງ​ຕົນ ຢູ່ໃນ​ປະຊາ​ຄົມ​ໂລກ.

ພາຍ​ໃຕ້​ລະບຽບການ​ຂອງ​ຄະນະ​ກໍາມາ​ທິການ​ແມ່​ນໍ້າຂອງສາກົນ​ນັ້ນ ພວກ​ສີ່​ປະ​ເທດ​ໃນເຂດ​ລຸ່ມ​ແມ່​ນໍ້າຂອງ​ແມ່ນ​ຈະ​ຕ້ອງ​ແຈ້ງໃຫ້ບັນດາ​ປະ​ເທດ​ເພື່ອນ​ບ້ານ​ຂອງ​ຕົນ​ຊາບເສຍ​ກ່ອນ ຖ້າ​ຫາກ​ວ່າ​ຕົນມີ​ແຜນການ​ຈະ​ສ້າງ​ເຂຶ່ອນ​ໃດໆ​ໃສ່​ລໍາ​ແມ່​ນໍ້າຂອງ ​ແຕ່​ວ່າພວກ​ເຂົາ​ເຈົ້າ​ບໍ່​ຈໍາ​ເປັນ ຕ້ອງຂໍ​ຄໍາ​ອະນຸຍາດ​ຈາກ​ກັນ​ແລະກັນ ​ເພື່ອ​ທີ່​ຈະ​ດໍາ​ເນີນ​ການ​ຕໍ່​ໄປ​ກັບ​ການ​ສ້າງ​ເຂຶ່ອນນັ້ນ.

ປະ​ເທດ​ຈີນ ຊຶ່ງ​ມີ​ຊາຍ​ແດນ​ຕິດ​ກັບພາກ​ເໜືອ​ຂອງ​ລາວ​ລາວ ​ແມ່ນ​ມີ​ເຂຶ່ອນ​ໄຟຟ້າພະລັງ​ນໍ້າຕົກໃຊ້​ແລ້ວ ​ສີ່ແຫ່ງທີ່​ຈີນສ້າງ​ຂຶ້ນ​ຢູ່ຕອນ​ເທິງ​ຂອງ​ລໍາແມ່​ນໍ້າຂອງ​.

ພວກກຸມອະນຸລັກສງແວດລອມໄທພາກັນປະທວງ ໂຄງການສາງເຂອນໄຊຍະບູລີ.
ພວກກຸມອະນຸລັກສງແວດລອມໄທພາກັນປະທວງ ໂຄງການສາງເຂອນໄຊຍະບູລີ.

ພວກ​ກຸ່ມ​ສັງຄົມ​ພົນລະ​ເຮືອນ
ແລະ​ອົງການ​ທີ່​ບໍ່​ຂຶ້ນກັບ​ລັດ
ຖະບານ​ຢູ່ໃນທົ່ວຂົງ​ເຂດ​ນີ້
ໄດ້​ກ່າວ​ເຕືອນ​ໄວ້​ວ່າການ
ສ້າງ​ເຂຶ່ອນ​ໃດໆ​ຢູ່ໃນ​ຕອນ​ລຸ່ມ
ຂອງແມ່ນໍ້າຂອງ​ນັ້​ນ ​ແມ່ນ​
ຈະ​ເປັນ​ການ​ທໍ​າລາຍ​ສະພາບ
ແວດ​ລ້ອມ ​ແລະ​ພ້ອມ​ທັງ
ຂົ່ມຂູ່​ຕໍ່​ຄວາມ​ໝັ້ນຄົງ​ດ້ານ
ສະ​ບຽງອາຫານ ​ແລະ​ຕໍ່​ຊີວິດ
ຄວາມເປັນ​ຢູ່​ຕາມ​ຊົນນະບົດ
ນັ້ນ​ນໍາ.

ທ່ານ Stuart Chapman ຜູ້​ອໍານວຍ​ການ​ຝ່າຍ​ອະນຸລັກ​ປະ​ຈໍາ​ໂຄງການ​ແມ່​ນໍ້າຂອງ​ທັງ​ໝົດ
ຂອງ​ກອງ​ທຶນ​ສັດ​ແລະ​ພືດ​ປ່າ​ຂອງ​ໂລກ ກ່າວ​ວ່າ ​ເຂຶ່ອນ​ໄຊ​ຍະ​ບຸລີ​ແມ່ນ​ຈະ​ສົ່ງ​ຜົນ​ກະທົບຢ່າງ​
ຮ້າຍ​ແຮງ​ ຕໍ່​ການ​ໄຫລ​ແລະກໍ່​ຕົວ​ຂອງ​ຂີ້ຕົມ​ຫລື​ສິ່ງ​ເສດ​ເຫລືອຢູ່​ໃຕ້​ນໍ້າ ​ແລະ​ການ​ລ່ອງ​ໄຫ​ລ​ ໄປມາ​ຂອງ​ພວກ​ປາທັງຫລາຍ. ທ່ານແຊບ​ແມນ​ກ່າວ​ວ່າ

“​ແມ່​ນໍ້າຂອງ​ຖື​ເປັນ​ແມ່​ນໍ້າທີ່​ພິ​ເສດ ບໍ່​ຄື​ແມ່​ນໍ້າ​ອື່ນໆ ທັງ​ໃນ​ແງ່​ຄວາມ​ຫລາກຫລາຍ​ຂອງ​ປາ ​ແລະ​ປະລິມານ​ປາ​ທີ່​ລອຍ​ຂຶ້ນ​ລົງ ໄປ​ມາ​ຕາມ​ລໍາ​ແມ່​ນໍ້າ. ດັ່ງ​ນັ້ນ​ເວົ້າ​ແທ້ໆ​ແລ້ວ ການ​ສ້າງ​ເຂຶ່ອນ​ໃດໆ​ໃສ່​ຕາມ​ລໍາ​ແມ່​ນໍ້າຂອງ​ນັ້ນ ຈະ ເປັນ​ສິ່ງ​ກັກ​ກັ້ນ​ຕໍ່​ປາ​ຫລາຍ​ຊະນິດ ເຖິງເວລາລະດູ​ຍົກ ຍ້າຍ​ຖິ່ນ​ຖານ​ຂອງ​ມັນ ​ເພາະ​ຖ້າວ່າ​ມັນ​ຍົກຍ້າຍ​ບໍ່​ໄດ້​ ມັນ​ກໍ​ຈະ​ບໍ່​ອອກ​ແມ່​ແຜ່​ລູກ ​ແລະ​ນີ້ຈະເປັນ​ຕົວ​ນໍາພາໄປ​ສູ່ຄວາມ​ຫາ​ຍະ​ນະ​ຂອງ​ການ​ປະ​ມົງ​ໄດ້.”

ທ່ານແຊບ​ແມນ ກ່າວ​ຕໍ່​ໄປ​ວ່າ ເຂຶ່ອນຕ່າງໆ​ບາງແຫ່ງຢູ່ໃນຂົງເຂດ​ອາ​ເມ​ຣິກາ​ເໜືອ​ໄດ້​ສ້າງ​ຂັ້ນ​ໄດ​ປາ ຫລື fish ladders ​ແລະ​ອຸປະກອນ​ອື່ນໆ​ເພື່ອ​ຊ່ວຍ​ໃຫ້ປາເລັດ​ລອດລອຍ​ຜ່ານ​ເຂຶ່ອນໄປໄດ້ ​ແຕ່ວ່າ​ເທັ​ກ​ໂນ​ໂລ​ຈີ່​ທີ່ວ່າ​ນີ້ ຈະ​ບໍ່​ຊ່ວຍໃຫ້ປາ​ຫລາຍໆ​ຊະນິດ​ຢູ່​ໃນ​ແມ່ນໍ້າຂອງ ລອດ​ຊີວິດ​ໄດ້.

ການ​ສຶກສາ​ຄົ້ນຄວ້າ​ບັ້ນ​ນຶ່ງ​ຂອງ​ກອງ​ທຶນ​ສັດ​ແລະ​ພືດ​ປ່າ​ໂລກ ຫລື WWF ອ້າງ​ວ່າ ​ການ​ສັ່ງ​ຊາຕີ​ລາ​ຄາ​ຜົນ​ກະທົບດ້ານ​ສະພາບ​ແວດ​ລ້ອມ ສໍາລັບການ​ສ້າງ​ເຂຶ່ອນ​ໄຊ​ຍະ​ບຸລີນັ້ນ ​ແມ່ນ​ບໍ່​ໄດ້​ມາດຕະຖານ​ສາກົນ​ເລີຍ

95 ​ເປີ​ເຊັນ​ຂອງ​ກະ​ແສ​ໄຟຟ້າ​ທີ່​ຜະ​ລິດ​ໄດ້​ທັງ​ໝົດ 1,260 ​ເມ​ກາ​ວັດ ຂອງ​ເຂຶ່ອນດັ່ງກ່າວ​ນີ້ແມ່ນຈະ​ສົ່ງໄປ​ຂາຍ​ໃຫ້​ໄທ ​ແລະ​ບໍລິສັດ​ນຶ່ງ​ຂອງ​ໄທ​ກໍຈະ​ເປັນ​ຜູ້​ດໍາ​ເນີນການ​ແລະ​ບໍລິຫານ​ໂຄງການ​ສ້າງ​ເຂຶ່ອນ ທີ່​ມີ​ມູນ​ຄ່າ 3.5 ພັນ​ລ້ານ​ໂດ​ລານີ້.

ການ​ປະຕິບັດ​ງານ​ຂັ້ນ​ຕົ້ນກ່ຽວ​ກັບ​ເຂຶ່ອນດັ່ງກ່າວ​ ​ໄດ້​ເລີ່​ມລົງມື​ໄປ​ແລ້ວ ຕາມ​ລາຍ​ງານ​ສື່​ມວນ​ຊົນ​ຂອງ​ໄທ.

ຊາວປະມົງຄົນນງກຳລັງຫາປາ ຢູແມນຂອງ ໃກໆ ບອນທລັດຖະບານລາວມີແຜນການຈະສາງເຂອນ ໄຊຍະບູລີໃສ. (File)
ຊາວປະມົງຄົນນງກຳລັງຫາປາ ຢູແມນຂອງ ໃກໆ ບອນທລັດຖະບານລາວມີແຜນການຈະສາງເຂອນ ໄຊຍະບູລີໃສ. (File)

ທ່ານ Carl Middleton ​ຜູ້​ອໍາ
ນວຍການໂຄງການເອເຊຍຕາ
ເວັນອອກສຽງໃຕ້ຂອງກຸ່ມສະ
ພາບແວດລ້ອມທີ່​ຊຶ່ວ່າ ແມ່ນໍ້າ
ລະຫວ່າງປະເທດຫລື Inter-
national Rivers ບອກກັບ
ວີໂອເອວ່າ ແທນທີ່ໄທຈະສະ​
ແຫວ​ງຫາພະລັງໄຟຟ້າຈາກ
ແຫລ່ງແມ່ນໍ້າຂອງນັ້ນ ໄທຄວນ
ຈະເພັ່ງເລັງໃສ່ການພັດທະນາ
ປັບປຸງພະລັງງານແບບປະຢັດ
ແລະການພັດທະນາແຫລ່ງ
ພະລັງງານທີ່ໝຸນໃຊ້ຄືນໃໝ່ໄດ້
ຫລາຍ​ກ່ວາ. ທ່ານມິດເດີນຕັນ ກ່າວວ່າ

“ຂ້າພະເຈົ້າຄິດວ່າ ສິ່ງທີ່
ຕ້ອງການຈະເອົາເຂົ້າມາຢູ່ໃນການພິຈາລະນາກັນນັ້ນ ກໍຄືຂັ້ນ​ຕອນການດໍາເນີນ
ການຕັດສິນໃຈທີ່​ຄົບ​ຖ້ວນ​ກວມ​ກວ້າງ​ຫລາຍ​ຂຶ້ນ ທີ່​ຮັບຮູ້​ໃນ​ຜົນ​ກະທົບ​ທີ່​ຈະ​ມີ​
ຕໍ່ວິຖີການດໍາລົງຊີວິດ ແລະຄວາມໝັ້ນຄົງດ້ານສະບຽງອາຫານ ຖ້າຫາກມີການ
ສ້າງເຂຶ່ອນຢູ່ຕາມລໍາແມ່ນໍ້າຂອງນັ້ນ.”

ການສຶກສາຄົ້ນຄວ້າອິດສະຫລະບັ້ນນຶ່ງທີ່ວ່າ​ຈ້າງໂດຍຄະນະກໍາມາທິການແມ່ນໍ້າຂອງສາກົນ
ໄດ້ເຕືອນ ​ເມື່ອເດືອນຕຸລາຂອງປີຜ່ານມາວ່າ ເຂຶ່ອນໄຟຟ້າພະລັງນໍ້າຈາກແມ່ນໍ້າຂອງແມ່ນ
ຈະເຮັດ​ໃຫ້​ຄວາມ​ບໍ່​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ​ຊຸດ​ໂຊມ​ລົງ​ໄປ​ອີກ ​ແລະ​ກໍ່​ໃຫ້​ເກີດ​ຜົນ​ກະ
ທົບຕໍ່​ສະພາບ​ແວດ​ລ້ອມຢ່າງຮ້າຍ​ແຮງ​ທີ່​ສຸດ​ແລະ​ບໍ່​ສາມາດຕ່າວ​ປີ້ນສູ່​ສະພາບ​ເດີມ​ໄດ້.

ໃນຕົ້ນເດືອນນີ້ ທ່ານຈິມ ເວບ ສະມາຊິກສະພາສູງສະຫະລັດກໍໄດ້ອອກຖະແຫລງສະບັບ
ນຶ່ງທີ່ເຕືອນວ່າ ການສ້າງເຂຶ່ອນໃດໆຢູ່ຕາມລໍາແມ່ນໍ້າຂອງນັ້ນ ແມ່ນຈະເປັນອັນຕະລາຍ
ແກ່ການ​ປະມົງ​ ຫລື​ການຫາປາ ແລະການປູກເຂົ້າໃນເຂດສາມຫລ່ຽມແມ່ນໍ້າຂອງໄດ້.

ມີປະຊາຊົນປະມານ 60 ລ້ານຄົນທີ່ກາງຕໍ່ອາໃສແມ່ນໍ້າຂອງສໍາລັບການດໍາລົງຊີວິດຂອງ
ພວກເຂົາເຈົ້າ.



XS
SM
MD
LG