ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະເທດໃນລຸ່ມແມ່ນ້ຳຂອງ ໄດ້ກາຍເປັນສູນລວມຂອງບັນດາແກັ່ງອາຊະຍາກຳຈີນ ເພີ້ມຂຶ້ນຢ່າງຕໍ່ເນື່ອງ


ທາງການໄທ ຈັບພວກອາຊະຍາກອນຊາວຈີນ ທີ່ໄດ້ເຂົ້າໄປດຳເນີນການສູນໂທລະສັບເພື່ອສໍ້ໂກງຄົນຈີນດ້ວຍກັນ.
ທາງການໄທ ຈັບພວກອາຊະຍາກອນຊາວຈີນ ທີ່ໄດ້ເຂົ້າໄປດຳເນີນການສູນໂທລະສັບເພື່ອສໍ້ໂກງຄົນຈີນດ້ວຍກັນ.

ປະເທດໃນລຸ່ມແມ່ນ້ຳຂອງ ໄດ້ກາຍເປັນສູນລວມຂອງບັນດາແກັ່ງອາຊະຍາກຳຈີນ ເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນໃນປະເທດທີ່ລັດຖະບານ ໄດ້ຈັດຕັ້ງເຂດເສດຖະກິດພິເສດຂຶ້ນຈຳນວນຫຼາຍນັ້ນ ຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານຊູວິດ ກະມົນວິສິດ ນັກທຸລະກິດໄທ ໃນພາກບໍລິການແລະສະຖານບັນເທິງຄົບວົງຈອນ ທັງເປັນອະດີດວຸດທິສະມາຊິກສະພາໄທ ດ້ວຍນັ້ນ ໄດ້ໃຫ້ການຢືນ ຢັນວ່າ ບັນດາແກັ່ງອາຊະກຳຈາກຈີນ ໄດ້ພາກັນເຂົ້າມາລົງຫລັກປັກຖານ ຢູ່ໃນປະເທດໃນເຂດລຸ່ມແມ່ນນ້ຳຂອງ ເພີ້ມຂຶ້ນຢ່າງຕໍ່ເນື່ອງ ນັບເປັນເວລາຍາວນານກວ່າ 10 ປີແລ້ວ ໂດຍສະເພາະແມ່ນປະເທດທີ່ລັດຖະບານມີນະໂຍບາຍສົ່ງເສີມໃຫ້ຈັດຕັ້ງເຂດເສດຖະກິດພິເສດ ເພື່ອຮອງຮັບການລົງທຶນຈາກຕ່າງປະເທດຢ່າງກວ້າງຂວາງນັ້ນ ກໍຄືເປົ້າໝາຍສຳຄັນຂອງກຸ່ມແກັ່ງອາຊະຍາກອນຈີນ ໂດຍເຫັນໄດ້ຈາກການຕັ້ງບ່ອນ ກາຊີໂນ (Casino) ທັງ ອອນໄລນ໌ (Online) ແລະບໍ່ Online ແລະການຫລອກລວງສໍ້ໂກງເອົາເງິນຫຼືທີ່ເອີ້ນວ່າ ສູນໂທລະສັບ (Call Center) ນັ້ນ ກໍເຮັດໃຫ້ບັນດາແກັ່ງອາຊະຍາກຳຈີນ ເຫຼົ່ານີ້ ພາກັນຫລົບໜີ ແລະເດີນທາງມາໄທ ໃນຖານະນັກທຸລະກິດຈີນ ທີ່ລົງທຶນໃນໄທ ດັ່ງທີ່ ທ່ານຊູວິດ ຢືນຢັນວ່າ:

“ເຮົາຕ້ອງແຍກປະເດັນ ລະຫວ່າງການເຮັດໃຫ້ຈີນທີ່ດີໆ ມາທ່ຽວ ອັນນັ້ນ ບໍ່ມີບັນຫາ ຖືກບໍ່? ຈີນມາທ່ຽວ ຈີນມາສະໜັບສະໜຸນເສດຖະກິດ ມາທ່ອງທ່ຽວ ຊຶ່ງຖືວ່າ ຈີນເປີດປະເທດ ແຕ່ບັນຫາກໍຄື ຈີນປິດປະເທດ ສີຫານຸກວີລ (Sihanouk Ville) ບໍ່ມີຄົນ ມັນກະເລີຍແຫ່ກັນມາປະເທດໄທ ຊຶ່ງພວກນີ້ໃຊ້ ນອມມະນີ (Nominee) ຫຼືຜູ້ຕາງໜ້າທັງນັ້ນເດີ້ ມາ ນອມມີນີ ໃຜໃຫ້ຕັ້ງບໍລິສັດ ເຂົາເອີ້ນວ່າ ບໍລິສັດ ແຊລ ຄຳປານີ (Shell Company) ຄືບໍລິສັດທີ່ມີແຕ່ເປືອກ ບໍ່ໄດ້ເຮັດກິດຈະກຳຫຍັງດອກ ຖືຊັບສິນຮຽບຮ້ອຍແລ້ວ ເອົາເງິນມາແຕ່ໃສ? ມາຊື້ລົດ 40 ລ້ານຫັ້ນ ແມ່ນບໍ່? ຄັນນຶ່ງບໍ່ແມ່ນຖືກໆ.”

ທັງນີ້ ທາງການຕຳຫຼວດໄທ ໄດ້ເພີ້ມຄວາມເຂັ້ມງວດ ໃນການກວດກາບັນດາຄົນຈີນທີ່ເດີນທາງເຂົ້າ-ອອກປະເທດໄທ ນັບແຕ່ເດືອນພຶດສະພາ 2022 ເປັນຕົ້ນມາ ຊຶ່ງສາມາດຈັບກຸມຜູ້ຕ້ອງຫາທີ່ທາງການຕຳຫຼວດຈີນ ໄດ້ອອກໝາຍຈັບ ໃນຖານະທີ່ເປັນອາຊະຍາກອນອັນຕະລາຍ ໄດ້ພຽງລາຍດຽວເທົ່ານັ້ນ ແຕ່ວ່າ ກໍສາມາດຕິດ ຕາມຢຶດຊັບສິນທີ່ຜູ້ຕ້ອງຫາ ໄດ້ມາດ້ວຍການຟອກເງິນຜິດກົດໝາຍ ຄິດເປັນມູນຄ່າເກີນກວ່າ 1,500 ລ້ານບາດ ແລະຍັງຈະສືບຄົ້ນເພື່ອຢຶດຊັບສິນເພີ້ມຂຶ້ນອີກ ລວມທັງຈະຂະຫຍາຍຜົນທີ່ໄດ້ຈາກການສືບສວນເພື່ອຕິດຕາມຈັບກຸມສະມາຊິກຄົນອີື່ນໆຕໍ່ໄປ ແຕ່ກໍເຊື່ອວ່າ ສ່ວນໃຫຍ່ໄດ້ພາກັນຫລົບໜີໄປຍັງປະເທດເພື່ອນບ້ານແລ້ວ ດັ່ງທີ່ພົນເອກຕໍສັກ ສຸຂະວິມົນ ຮອງຜູ້ບັນຊາການຕຳຫຼວດແຫ່ງຊາດໄທ ໄດ້ຢືນຢັນວ່າ:

“ສ່ວນທີ່ເປັນມືອາຊີບ ມີການຟອກເງິນ ເຮົາກະພົບຢູ່ເລື້ອຍໆ ຕອນນີ້ ທີ່ໜ້າຢ້ານ ຄືປະເທດເພື່ອນບ້ານ ເຂົາກໍຈະມີເຂດທີ່ຄົນຈີນໄປເປີດກາຊີໂນ ເໝືອນເປັນເມືອງຂອງຄົນຈີນເລີຍ ຈະມີຄົນຈີນທີ່ບໍ່ດີບາງສ່ວນຫັ້ນ ກະໄປຕັ້ງເປັນແກັ່ງ ສູນໂທລະ ສັບ ຫຼື (Call Center) ຫຼືເປັນພວກຕົວະຕົ້ມ ສແກມເມີ (Scammers) ແລ້ວກໍເອົາຄົນຈາກປະເທດໄທຫັ້ນ ໄປເປັນລູກນ້ອງ ໄປຢູ່ໃນສູນໂທລະສັບ (Call Center) ໄປຢູ່ໃນທີມ Scammer ມີບັນຊີທີ່ຢູ່ໃນເມືອງໄທ ແລະເຮັດເປັນຂະ ບວນການ ອັນນີ້ເປັນບັນຫາໃຫຍ່ ຄືເວລາເຮົາຈັບຫັ້ນ ເຮົາຈະຈັບໄດ້ແຕ່ຄົນໄທ ຫຼືໄປຈັບຄົນໄທ ໃນປະເທດເພຶ່ອນບ້ານ ແຕ່ເຮົາຈະບໍ່ໄດ້ຫົວໜ້າແກັ່ງກັບມາ ຊຶ່ງອັນນັ້ນເຮົາອາດຈະຕ້ອງມານັ່ງຄຶດກົນລະຍຸດໃໝ່ໆ ທີ່ຈະຕ້ອງແກ້ບັນຫາເລື້ອງນີ້ໃຫ້ໄດ້.”

ສ່ວນທ່ານບົວຄົງ ນາມມະວັງ ເຈົ້າແຂວງບໍ່ແກ້ວ ໄດ້ຍອມຮັບວ່າ ບັນຫາອາຊະຍາກຳ ໄດ້ເພີ້ມສູງຂຶ້ນຢ່າງຕໍ່ເນື່ອງ ທັງບັນຫາຢາເສບຕິດ ການຄ້າເຖື່ອນ-ໜີພາສີ-ການຄ້າປະເວນີ ແລະການເຂົ້າເມືອງຜິດກົດໝາຍ ຈຶ່ງເຮັດໃຫ້ຕ້ອງເພີ້ມມາດຕະການກວດກາຢ່າງເຂັ້ມງວດຢູ່ເຂດ 39 ບ້ານເປົ້າໝາຍທີ່ຕັ້ງຢູ່ເຂດຕໍ່ເນື່ອງກັບເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ຊຶ່ງມີຊາວຈີນ ເດືອນທາງມາຫຼິ້ນການພະນັນຢູ່ທີ່ບ່ອນກາສິໂນ King roman ຫຼາຍເປັນພິເສດ ໂດຍສະ ເພາະແມ່ນໃນໄລຍະຂອງການສົ່ງເສີມການທ່ອງທ່ຽວ ລະຫວ່າງ ລາວ-ຈີນ ນັ້ນ ທາງການລາວ ໄດ້ຈັບກຸມອາຊະຍາກອນຊາວຈີນ ທີ່ກະທຳຄວາມຜິດໃນລາວ ແລະໄດ້ສົ່ງໂຕໄປໃຫ້ກັບທາງການຈີນແລ້ວກວ່າ 1,000 ຄົນທີ່ຮ່ວມກັນສໍ້ໂກງເງິນຊາວຈີນດ້ວຍກັນ ໂດຍຜ່ານລະບົບອິນເຕີເນັດ (Internet) ຈຳນວນ 2,200 ກວ່າກໍລະນີ ຄິດເປັນມູນຄ່າໃນການສໍ້ໂກງກວ່າ 1,200 ລ້ານຫຢວນ ສ່ວນສະຫະ ພັນແມ່ຍິງລາວ ກໍຊ່ອຍເຫຼືອແມ່ຍິງລາວ ໄດ້ 226 ຄົນ ທີ່ຕົກເປັນເ​ຫຍື່ອການຄ້າມະນຸດໃນຈີນ.

ໂດຍໃນຮອບ 2 ປີຜ່ານມາ ຕຳຫຼວດລາວ ຈັບນັກຄ້າຢາເສບຕິດໄດ້ 13,900 ກວ່າຄົນຈາກ 9,430 ກວ່າຄະດີຢຶດຢາບ້າ 73 ກວ່າລ້ານເມັດ ເຮໂຣອິນກວ່າ 853 ກິໂລກຣາມ ຢາໄອຊ໌ ກວ່າ 3 ໂຕນ ກັນຊາ 9 ໂຕນ ຝິ່ນເກີນກວ່າ 1 ໂຕນ ໂຄເຄນກວ່າ 18 ກິໂລກຣາມ ສານເຄມີກວ່າ 30 ໂຕນ ສ່ວນຢູ່ທີ່ຄ້າຍຄຸມຂັງ-ດັດສ້າງໃນທົ່ວປະເທດລາວ ມີຜູ້ຖືກຫາມີຄວາມຜິດ 8,815 ຄົນ ແລະຜູ້ທີ່ຖືກດັດສ້າງ 5,905 ຄົນ ມີນັກໂທດທັງໝົດ 17,561 ຄົນ ໃນນີ້ມີນັກໂທດທີ່ສານຕັດສິນປະຫານຊີວິດເຖິງ 603 ຄົນ ແລະນັກໂທດຂັງຄຸກຕະຫຼອດຊີວິດ 996 ຄົນ.

XS
SM
MD
LG