ໃຜຢາກເປັນມະຫາເສດຖີພັນລ້ານ?
ຊາວອາເມຣິກັນມີໂອກາດ ແຕ່ກໍມີໂອກາດຂ້ອນຂ້າງໜ້ອຍ ເວລາເລືອກເອົາໂຕເລກ
ລອດເຕີຣີເມກາ ມິລລຽນສ໌ (Mega Millions) ໃນຕອນແລງວັນສຸກມື້ນີ້.
ເງິນລາງວັນໄດ້ເພີ້ມຂຶ້ນ ນັບແຕ່ໄດ້ມີຜູ້ຖືກເທື່ອຫລ້າສຸດ ໃນເດືອນກໍລະກົດທີ່ຜ່ານມາ
ແລະໄດ້ເພີ້ມຂຶ້ນຢ່າງໜ້າຕື່ນເຕັ້ນເຖິງ 970 ລ້ານໂດລາ ແລະອາດຈະກາຍນຶ່ງພັນ
ລ້ານໂດລາ ໃນເວລາມີການຂາຍປີ້ລອດໂຕທັງໝົດ ກ່ອນເລກອອກ.
ໃນຂະນະດຽວກັນ ເງິນລາງວັນຂອງລອດເຕີຣີອີກອັນນຶ່ງ ທີ່ຮ້ອງວ່າ ພາວເວີ- ບອລ
(Power Ball) ກໍຖີບຂຶ້ນເປັນ 430 ລ້ານໂດລາ ສຳລັບຜູ້ຊະນະ ທີ່ຈະອອກວັນເສົາ
ມື້ອື່ນນີ້.
ໂອກາດໃນການທີ່ຈະຖືກເລກທັງສອງນີ້ ມີຢູ່ 1 ໃນ 302 ລ້ານຄົນ ແຕ່ຫຼາຍຄົນຖືວ່າ
ມັນເປັນການມ່ວນຊື່ນໃນຄວາມຝັນຂອງຄວາມຮັ່ງມີອັນຍິ່ງໃຫຍ່ ໃນການຈ່າຍເງິນ
ພຽງ 2 ໂດລາເທົ່ານັ້ນ ສຳລັບເລກໂຕນຶ່ງ.
Who wants to be a billionaire?
Americans have a chance — a very slight chance — when the Mega Millions lottery numbers are picked Friday night.
The jackpot has been building since the last winning set of numbers was drawn in July and has climbed to an astounding $970 million and could exceed the billion-dollar mark by the time all tickets are sold.
Meantime, the jackpot for another lottery called Powerball stands at $430 million for a lucky winner in Saturday’s drawing.
The odds of winning either game are about 1 in 302 million, but many consider the fun of dreaming of vast riches worth the price of the $2 ticket.