ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເລກລາງວັນທີນຶ່ງຂອງ​ຫວຍ Mega Millions 1.58 ຕື້ໂດລາ ຖືກຂາຍຢູ່ໃນລັດຟລໍຣີດາ


Mirta Herrera, ຂວາ, ຂາຍຫວຍ, ວັນທີ 7 ສິງຫາ, 2023, ຢູ່ຊຸບເປີມາເກັດ Presidente ໃນຄຸ້ມ Little Havana ຂອງ Miami ມື້ກ່ອນການຈັບສະຫລາກ. ຜູ້ຊື້ຫວຍໃນ Florida ຖືກລາງວັນ 1.58 ຕື້ໂດລາ Mega Millions ເປັນປະຫວັດການ ໃນວັນອັງຄານນີ້, ຫ້ອງການຫວຍ ໄດ້ປະກາດ.
Mirta Herrera, ຂວາ, ຂາຍຫວຍ, ວັນທີ 7 ສິງຫາ, 2023, ຢູ່ຊຸບເປີມາເກັດ Presidente ໃນຄຸ້ມ Little Havana ຂອງ Miami ມື້ກ່ອນການຈັບສະຫລາກ. ຜູ້ຊື້ຫວຍໃນ Florida ຖືກລາງວັນ 1.58 ຕື້ໂດລາ Mega Millions ເປັນປະຫວັດການ ໃນວັນອັງຄານນີ້, ຫ້ອງການຫວຍ ໄດ້ປະກາດ.

ຜູ້ຫຼິ້ນຫວຍໃນລັດຟລໍຣິດາຂອງສະຫະລັດຖືກລາງວັນ Mega Millions ມູນຄ່າ 1.58 ຕື້ໂດລາເປັນປະຫວັດການ ໃນວັນອັງຄານນີ້, ໜ່ວຍງານອອກຫວຍໄດ້ ປະກາດ, ອີງຕາມການລາຍງານຈາກອົງການຂ່າວ AFP.

"ຫຼັງຈາກ 31 ງວດທີ່ບໍ່ມີການຊະນະລາງວັນໃຫຍ່, ຜູ້ໂຊກດີໃນລັດ ຟລໍຣີດາ (Florida) ຈະສະເຫຼີມສະຫຼອງລະດູຮ້ອນຂອງ 2023 ດ້ວຍລາງວັນທີ 1 ຂະ​ໜາດ​ໃຫຍ່ທີ່ສູງເປັນປະຫວັດການ, ເຊິ່ງປະຈຸບັນຢູ່ທີ່ປະມານ 1.58 ຕື້ໂດລາ," ຫວຍ Mega Millions ໄດ້ກ່າວໃນຖະແຫຼງການ.

ການຖືກລາງວັນທີນຶ່ງ 10 ຕົວເລກໃນວັນອັງຄານວານນີ້ ຄາດວ່າຈະສ້າງ ສະຖິຕິໃຫມ່ສໍາລັບຫວຍ​ດັ່ງ​ກ່າວ, ໂດຍແຊງໜ້າການຈ່າຍເງິນສູງສຸດຂອງ Mega Millions ກ່ອນໜ້ານີ້ ທີ່ຢູ່ທີ່ 1.537 ຕື້ໂດລາ ໃນປີ 2018, ສຳນັກງານອອກຫວຍໄດ້ກ່າວ.

ຜູ້ຖືກລາງວັນທີນຶ່ງ​ຫວຍ Mega Millions ແມ່ນການຊະນະຄັັ້ງທຳອິດທີ່ໄດ້ຖືກ ປະກາດນັບຕັ້ງແຕ່ເດືອນເມສາ - ແລະຖ້າຈໍານວນເງິນລາງວັນໄດ້ຮັບການ ຢືນຢັນ, ມັນຈະເປັນການຈ່າຍເງິນທີ່ໃຫຍ່ທີ່ສຸດເປັນອັນດັບທີສາມໃນປະຫວັດ ສາດ lottery ສະຫະລັດ, ABC News ໄດ້ລາຍງານ.

ຜູ້ຊະນະ, ທີ່ບໍ່ໄດ້ລະບຸຕົວຕົນ, ສາມາດເລືອກທີ່ຈະເອົາເງິນສົດປະມານ 783 ລ້ານໂດລາ, ຫຼືຮັບເງິນເຕັມຈໍານວນໂດຍແບ່ງອອກເປັນການຈ່າຍເປັນເງິນປີ ໃນໄລຍະ 30 ປີ, ເຊິ່ງເພີ່ມຂຶ້ນ 5 ສ່ວນຮ້ອຍຕໍ່ປີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG