ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຟີລິບປິນ ຊອກຄົ້ນຫາ ຜູ້ຢູ່ເບື້ອງຫຼັງ ການກໍ່ກະບົດໃນ ຟີລິບປິນ


ທະຫານແຈກຢາຍຮູບຂອງທ້າວ ອິສນິລອນ ຮາປີລອນ ໃນບ້ານ ບູຕິກ, ເມືອງ ລານາວ ແດລ ເຊີ. ຟີລິບປິນ.
ທະຫານແຈກຢາຍຮູບຂອງທ້າວ ອິສນິລອນ ຮາປີລອນ ໃນບ້ານ ບູຕິກ, ເມືອງ ລານາວ ແດລ ເຊີ. ຟີລິບປິນ.

ໃນການຕໍ່ສູ້ເດືອນທີສອງ ລະຫວ່າງ ກອງທັບລັດຖະບານ ກັບ ພວກກະບົດມຸສລິມ ໃນ
ເມືອງທີ່ຕັ້ງຢູ່ພາກໃຕ້ຂອງ ຟີລິບປິນ ນັ້ນ ໄດ້ມີການປ່ຽນແປງໄປ ເປັນການຄົ້ນຫາຜູ້ຊາຍ
ຄົນໜຶ່ງ ທີ່ຕ້ອງການຕົວ ໂດຍລັດຖະບານ ມະນີລາ ເຊັ່ນດຽວກັບ ສະຫະລັດ ສຳລັບການ
ນຳພາລັດທິກໍ່ການຮ້າຍຂອງລາວດົນກວ່າ 20 ປີທີ່ຜ່ານມາ.

ກອງທັບ ຟີລິບປິນ ເຊື່ອວ່າ ທ້າວ ອິສນິລອນ ໂຕໂຕນີ ຮາປີລອນ ອາດລີ້ຊ່ອນ ຢູ່ໃນ
ເມືອງ ມາຣາວີ ທີ່ຖືກທຳລາຍຢ່າງກວ້າງຂວາງນັ້ນ. ກອງທັບໄດ້ໂຈມຕີເມືອງ ມາຣາວີ
ໃນວັນທີ 23 ພຶດສະພາທີ່ຜ່ານມາ ຍ້ອນພວກເຂົາເຈົ້າຢ້ານວ່າ ກຸ່ມ ອາບູ ຊາຢາຟ ທີ່ມີ
ປະຫວັດໃນການກໍ່ຄວາມຮຸນແຮງຂອງທ້າວ ຮາປີລອນ ໄດ້ສົມທົບເຂົ້າກັບອົງການກະ
ບົດອີກກຸ່ມໜຶ່ງຢູ່ທີ່ນັ້ນ.

ໂຄສົກກອງກຳລັງຕິດອາວຸດຂອງ ຟີລິບປິນ ທ່ານ ເຣັສຕີຕູໂຕ ປາດີຢາ ໄດ້ກ່າວໃນວັນ
ສຸກທີ່ຜ່ານມາ, ດັ່ງທີ່ໄດ້ກ່າວຢໍ້າໂດຍເວັບໄຊຫ້ອງການປະທານາທິບໍດີວ່າ “ການສັນນິ
ຖານ ອີງຕາມການຂາດການຢືນຢັນຂອງບັນດາຜູ້ບັນຊາການພາກພື້ນດິນຂອງພວກ
ເຮົາ ກ່ຽວກັບ ການຫຼົບໜີ ຫຼື ການຕໍ່ສູ້ຂອງລາວ ຈາກບໍລິເວນຂອງເມືອງ ມາຣາວີ ກໍ
ແມ່ນວ່າ ລາວຍັງຢູ່ໃນບໍລິເວນນັ້ນ, ການປະຕິບັດງານຂອງພວກເຮົາຍັງເພັ່ງເລັງໃສ່ຂົງ
ເຂດທີ່ມີຄວາມເປັນໄປໄດ້ ບ່ອນທີ່ເຊື່ອວ່າ ລາວຍັງຄົງລົບລີ້ຢູ່.”

ການຕາຍ ຫຼື ການຈັບກຸມທ້າວ ຮາປີລອນ ໄດ້ ຈະເຮັດໃຫ້ອິດທິພົນໂດຍກົງຂອງຜູ້ຊາຍ
ທີ່ໄດ້ຊ່ວຍນຳພາພວກ ອາບູຊາຢາຟ, ເຊິ່ງເປັນກຸ່ມທີ່ຮູ້ຈັກກັນ ໃນການລັກພາຕົວນັກ
ທ່ອງທ່ຽວຕ່າງປະເທດໄປ ແລະ ການຕັດຫົວບາງຄົນນັບຕັ້ງແຕ່ປີ 1997 ເປັນຕົ້ນມາ
ສິ້ນສຸດລົງໄດ້. ເມື່ອບໍ່ດົນມານີ້ ເຂົາໄດ້ພະຍາຍາມທີ່ຈະຂະຫຍາຍອິດທິພົນຂອງເຂົາ
ໄປສູ່ກຸ່ມມຸສລິມ ຕໍ່ຕ້ານ ລັດຖະບານ ກຸ່ມອື່ນໆໃນ ຟີລິບປິນ, ເຊິ່ງບາງຄົນເຊື່ອວ່າ ເພື່ອ
ສ້າງຄວາມເຄົາລົບຈາກພວກ ລັດອິສລາມ.

ກ່ອນໜ້ານີ້, ທ້າວ ຮາປີລອນ ໄດ້ເປັນຮອງຫົວໜ້າ ແລະ ສະມາຊິກຂອງ “ສະພາທີ່ປຶກ
ສາການນຳພາ”
ສຳລັບພວກ ອາບູ ຊາຢາຟ, ເຊິ່ງປະຕິບັດການໃນໝູ່ເກາະຕ່າງໆໃນທະ
ເລ ຊູລູ ຕັ້ງຢູ່ພາກໃຕ້ທີ່ມີປະຊາ ກອນມຸສລິມສ່ວນໃຫຍ່ຂອງ ຟີລິບປິນ, ອີງຕາມການ
ກ່າວຂອງໂຄງ ການປາບປາມລັດທິຫົວຮຸນແຮງ ທີ່ບໍ່ຫວັງຜົນກຳໄລ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG