ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊາວປາແລັສໄຕນ໌ ຄົນນຶ່ງ ຖືກຍິງຕາຍ ຢູ່ເຂດຊາຍແດນ ໃນລະຫວ່າງການປະທ້ວງ ປະຈຳສັບປະດາ


ພວກປະທ້ວງໜຸ່ມນ້ອຍຊາວປາແລັສໄຕນ໌ ແລ່ນໜີໄປ ຈາກຮົ້ວຂັ້ນຊາຍແດນ ໃນລະຫວ່າງ ການເດີນຂະບວນປະທ້ວງຢູ່ທາງກ້ຳຕາເວັນອອກ ຂອງເຂດເມືອງກາຊາ, ໃນວັນທີ 10 ພຶດສະພາ 2019.
ພວກປະທ້ວງໜຸ່ມນ້ອຍຊາວປາແລັສໄຕນ໌ ແລ່ນໜີໄປ ຈາກຮົ້ວຂັ້ນຊາຍແດນ ໃນລະຫວ່າງ ການເດີນຂະບວນປະທ້ວງຢູ່ທາງກ້ຳຕາເວັນອອກ ຂອງເຂດເມືອງກາຊາ, ໃນວັນທີ 10 ພຶດສະພາ 2019.

ຄົນປາແລັສໄຕນ໌ຜູ້ນຶ່ງ ໄດ້ເສຍຊີວິດຍ້ອນການຍິງປືນໃສ່ຂອງອິສຣາແອລ ຕໍ່ການເດີນ
ຂະບວນປະທ້ວງ ປະຈຳສັບປະດາ ຢູ່ເລາະແຄມຮົ້ວເຂດຊາຍແດນ ລະຫວ່າງ ເຂດ
ກາຊາກັບອິສຣາແອລ ອີງຕາມບັນດາເຈົ້າໜ້າທີ່ຂອງປາແລັສ ໄຕນ໌.

ກະຊວງສາທາລະນະສຸກຂອງເຂດກາຊາ ໄດ້ກ່າວໃນວັນສຸກວານນີ້ ວ່າ ຊາວ
ປາແລັສໄຕນ໌ ຄົນນຶ່ງ ອາຍຸ 24 ປີ ໄດ້ຖືກຂ້າຕາຍ ໃນລະຫວ່າງການປະທ້ວງ ຢູ່ຊາຍ
ແດນ ແລະອີກ 30 ຄົນ ໄດ້ຮັບບາດເຈັບຈາກລູກປືນ.

ໂຄສົກຂອງກອງທັບອິສຣາແອລ ໄດ້ກ່າວວ່າ ກຳລັງຂອງຕົນໄດ້ເປີດສາກຍິງ ເຂົ້າ​ໃສ່
ເວ​ລາພວກປະທ້ວງບາງສ່ວນ ຍັບເຂົ້າ​ໄປໃກ້ຮົ້ວກັ້ນ​ຊາຍ​ແດນ.

ຄວາມຮຸນແຮງດັ່ງກ່າວ ໄດ້ທະວີຂຶ້ນເປັນຄັ້ງທຳອິດ ພາຍຫຼັງຈາກຂໍ້ຕົກລົງຢຸດຍິງ ໄດ້
ຍຸຕິການສູ້ລົບກັນ ເມື່ອສັບປະດາແລ້ວນີ້ ຊຶ່ງເປັນການສູ້ລົບ​ທີ່ຮ້າຍແຮງສຸດ ໃນຮອບ
ຫຼາຍປີຜ່ານມາ. ການສູ້ລົບດັ່ງ​ກ່າວ ແມ່ນພົວພັນນຳການໂຈມຕີດ້ວຍ ຈະຫຼວດຂອງ
ກຸ່ມຮາມັສ ກັບການໂຈມຕີທາງອາກາດຂອງອິສຣາແອລ ທີ່ໄດ້ ເຮັດຊາວປາແລັສໄຕນ໌
29 ຄົນ ແລະ ຊາວອິສຣາແອລ 4 ຄົນ ເສຍຊີວິດ.

ພວກປະທ້ວງຊາວປາແລັສໄຕນ໌ ໄດ້ພາກັນເດີນຂະບວນ ໃນທຸກສັບປະດາ ຢູ່ຕາມ
ບໍ​ລິ​ເວນຮົ້ວເຂດຊາຍແດນ ລະຫວ່າງ ​ເຂດກາຊາ​ຕິດກັບອິສຣາແອລ ມາ ຕັ້ງແຕ່ເດືອນ
ມີນາ 2018. ຊາວປາແລສໄຕນ໌ ແລະພວກທະຫານຂອງອິສຣາ ແອລຫຼາຍກວ່າ 200
ຄົນ ໄດ້ເສຍຊີວິດໄປ ໃນເຫດການເດີນຂະບວນປະທ້ວງ ທີ່ມີມາຍາວນານຫຼາຍກວ່າ
ນຶ່ງປີ ຊຶ່ງໄດ້ຈັດຂຶ້ນໂດຍກຸ່ມຮາມັສ.

ພວກຊາວປາແລັສໄຕນ໌ ຮຽກຮ້ອງໃຫ້ຍຸຕິການປິດລ້ອມ ຕໍ່ເຂດກາຊາຂອງອິສ ຣາແອລ
ແລະອີຈິບ. ອິສຣາແອລ ມອງເຫັນວ່າ ການປະທ້ວງນັ້ນເປັນໄປໄດ້ ສູງວ່າ ເປັນການ
ອຳພາງ ສຳລັບການໂຈມຕີຂ້າມຊາຍແດນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG