ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢາ​ປົວ​ພະ​ຍາດ​ ສໍາ​ລັບ​ຕົວ​ປະ​ກັນ​ ແລະພົນລະເຮືອນ ຊາວປາແລັສໄຕນ໌ ມີກຳນົດຈະໄປເຖິງເຂດກາຊາ ລຸນຫຼັງການຕົກລົງ


ທ່າມກາງຄວາມຂັດແຍ້ງ ທີ່ຍັງດຳເນີນຢູ່ ລະຫ່ວາງ ອິສຣາແອລ ແລະ ກຸ່ມອິສລາມປາແລັສໄຕນ໌ ຮາມາສ, ລົດບັນທຸກທີ່ຂົນສົ່ງການຊ່ວຍເຫຼືອ ເດີນທາງມາຮອດ ໃນເມືອງຣາຟາ ທາງພາກໃຕ້ຂອງເຂດກາຊາ,​ ວັນທີ 17 ມັງກອນ 2024.
ທ່າມກາງຄວາມຂັດແຍ້ງ ທີ່ຍັງດຳເນີນຢູ່ ລະຫ່ວາງ ອິສຣາແອລ ແລະ ກຸ່ມອິສລາມປາແລັສໄຕນ໌ ຮາມາສ, ລົດບັນທຸກທີ່ຂົນສົ່ງການຊ່ວຍເຫຼືອ ເດີນທາງມາຮອດ ໃນເມືອງຣາຟາ ທາງພາກໃຕ້ຂອງເຂດກາຊາ,​ ວັນທີ 17 ມັງກອນ 2024.

ຢາ​ປົວ​ພະ​ຍາດ​ສໍາ​ລັບ​ຕົວ​ປະ​ກັນ​ທີ່ກຸ່ມ​ຫົວ​ຮຸນ​ແຮງ ຮາມາສ ຈັບໄວ້​ຢູ່​ໃນເຂດກາຊາ ​ຈະ​ໄດ້​ຮັບ​ການ​ຈັດ​ສົ່ງ ​ໃນ​ວັນ​ພຸດ​ວານ​ນີ້ ​ພາຍ​ໃຕ້​ການ​ຕົກ​ລົງ​ທີ່​ຝຣັ່ງ​ ແລະ​ກາ​ຕາ ເປັນຜູ້ໄກ່ເກ່ຍ​.

ຝຣັ່ງກ່າວວ່າຢານີ້ແມ່ນມີໄດ້ວສຳລັບຕົວປະກັນ 45 ຄົນ ທີ່ມີພະຍາດຊໍາເຮື້ອ, ແລະວ່າການຈັດສົ່ງຈະດໍາເນີນໂດຍໄດ້ຮັບການຊ່ວຍເຫຼືອຈາກອົງການກາແດງສາກົນ.

ກາ​ຕາ​ກ່າວ​ວ່າ ຂໍ້​ຕົກ​ລົງດັ່ງກ່າວ ​ຍັງ​ລວມ​ເຖິງ​ຢາ​ປົວ​ພະ​ຍາດ​ ແລະ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທໍາ​ອື່ນໆ​ ສໍາ​ລັບ​ພົນ​ລະ​ເຮືອນຊາວປາແລັສໄຕນ໌ ທີ່ຢູ່ໃນເຂດກາຊາ ອີກດ້ວຍ.

ຂະນະ​ທີ່ ​ສົງຄາມລະຫວ່າງ​ອິສຣາ​ແອລ ແລະກຸ່ມ ຮາ​ມາ​ສ ​ໄດ້​ກ້າວເຂົ້າ​ເດືອນ​ທີ 4, ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ ແອນໂທນີ ບລິງເກັນ ​ໄດ້​ກ່າວ​ຢ້ຳ​ວ່າ "ເສັ້ນທາງ​ກ້າວ​ໄປ​ສູ່​ລັດປາແລັສໄຕນ໌" ​ແມ່ນເປັນສິ່ງ​ຈຳ​ເປັນ​ເພື່ອ​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງ.

ອິສຣາແອລ ຈະບໍ່ “ໄດ້ຮັບຄວາມໝັ້ນຄົງຢ່າງແທ້ຈິງ ຖ້າວ່າຂາດສິ່ງນັ້ນ,” ນັກການທູດລະດັບສູງຂອງສະຫະລັດ ກ່າວໃນວັນພຸດວານນີ້ ຢູ່ທີ່ກອງປະຊຸມປະຈຳປີຂອງການປະຊຸມເສດຖະກິດໂລກ ຢູ່ທີ່ຣີສອດສະກີ ຂອງເມືອງ ດາວອສ, ປະເທດສະວິສເຊີແລນ.

ທ່ານ ບລິງເກັນ ກ່າວ​ວ່າ ຖ້າ​ອິສຣາ​ແອ​ລ​ ແລະ ​ປະ​ເທດ​ອາຣັບ​ຫລາຍ​ປະເທດ ເຮັດ​ວຽກ​ຮ່ວມ​ກັນ, ​ພວກເຂົາສາມາດ​ໂດດ​ດ່ຽວ​ອິຣ່ານ ​ໄດ້, ຊຶ່ງ​ທ່ານ​ໄດ້​ເອີ້ນ​ວ່າ "ຄວາມ​ເປັນ​ຫ່ວງທີ່​ໃຫຍ່​ທີ່​ສຸດ ​ໃນ​ດ້ານ​ຄວາມໝັ້ນຄົງ", ເຊັ່ນດຽວກັນກັບບັນດາກຸ່ມຕົວແທນຂອງອີ່ຣ່ານ. ບັນດາກຸ່ມຕົວແທນດັ່ງກ່າວ ລວມມີ ພວກກະບົດ ຮູຕີ ຂອງເຢເມນ ທີ່ບຸກໂຈມຕີ ກຳປັ່ນການຄ້າ ຢູ່ທະເລແດງ.

"ບັນຫາດັ່ງກ່າວກຳລັງແຜ່ລາມຈາກຈຸດນີ້ໄປຫາຈຸດນັ້ນ, ແລະແນ່ນອນວ່າ ມັນຮຽກຮ້ອງໃຫ້ມີການຕັດສິນໃຈທີ່ຍາກ ແລະ ທ້າທາຍຫຼາຍ. ມັນຮຽກຮ້ອງໃຫ້ມີແນວຄວາມຄິດທີ່ເປີດກວ້າງຕໍ່ກັບທັດສະນະດັ່ງກ່າວ," ທ່ານບລິງເກັນ ກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG