ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະນັກງານແພດ ໃນມຽນມາ ເຂົ້າຮ່ວມການເດີນຂະບວນປະທ້ວງ ຕໍ່ຕ້ານລັດຖະບານ


ພວກປະທ້ວງພາກັນເຕົ້າໂຮມ ຂັດຂວາງການທັບມ້າງ ໂດຍກຳລັງຮັກສາຄວາມປອດໄພ ໃນຂະນະທີ່ເດີນຂະບວນຕໍ່ຕ້ານການເຮັດລັດຖະປະຫານຂອງພວກທະຫານ ໃນນະຄອນຢາງກຸ້ງ ປະເທດມຽນມາ ວັນທີ 20 ມີນາ 2021.
ພວກປະທ້ວງພາກັນເຕົ້າໂຮມ ຂັດຂວາງການທັບມ້າງ ໂດຍກຳລັງຮັກສາຄວາມປອດໄພ ໃນຂະນະທີ່ເດີນຂະບວນຕໍ່ຕ້ານການເຮັດລັດຖະປະຫານຂອງພວກທະຫານ ໃນນະຄອນຢາງກຸ້ງ ປະເທດມຽນມາ ວັນທີ 20 ມີນາ 2021.

ພວກປະທ້ວງຢ່າງໜ້ອຍສອງຄົນໄດ້ຖືກຂ້າຕາຍໃນວັນອາທິດວານນີ້ຢູ່ໃນມຽນ ມາ ຊຶ່ງເປັນການເສຍຊີວິດຄັ້ງຫຼ້າສຸດໃນການປະທະກັນຢ່າງຮຸນແຮງລະຫວ່າງ ຕຳຫຼວດແລະພວກພົນລະເຮືອນທີ່ພາກັນປະທ້ວງຕ້ານການເຮັດລັດຖະປະຫານ ໃນວັນທີ 1 ກຸມພາຜ່ານມາ.

ໂດຍເປັນການທ້າທາຍ ຕໍ່ການປາບປາມຂອງພວກທະຫານມຽນມາ ພວກປະທ້ວງຕໍ່ຕ້ານການເຮັດລັດຖະປະຫານ ໃນນະຄອນມັນດາເລ ໄດ້ຈັດການ ຊຸມນຸມຂຶ້ນ ໃນຕອນເຊົ້າມືດຂອງວັນອາທິດວານນີ້ ເພື່ອຫລີກລ່ຽງການປະເຊີນ ໜ້າຄັ້ງໃຫຍ່ ກັບກຳລັງຮັກສາຄວາມປອດໄພ ແລະຕຳຫຼວດ,

ພວກເຈົ້າໜ້າທີ່ການແພດ ຮວມທັງພວກທ່ານໝໍ ພວກນາງພະຍາບານ ບັນດານັກຮຽນ
ແພດ ແລະພະນັກງານຮ້ານຂາຍຢາພາກັນນຸ່ງເສືຶ້ອຄຸມສີຂາວ ເຂົ້າຮ່ວມ ກັບພວກປະທ້ວງ
ສະໜັບສະໜູນປະຊາທິປະໄຕເດີນຂະບວນຂ້າມໃນຄືນວັນເສົາ ຕໍ່ໃສ່ວັນອາທິດ ໂດຍພາ
ກັນຮ້ອງຄຳຂວັນ ແລະຖືປ້າຍຕ່່າງໆກ່າວວ່າ “ປົກປ້ອງ ຜູ້ນຳເຮົາ” ຊຶ່ງໝາຍເຖິງອະດີດຜູ້
ນຳປະເທດທີ່ແທ້ຈິງ ທ່ານນາງອອງ ຊານ ຊູຈີ “ປົກປ້ອງອະນາຄົດເຮົາ.” ທ່ານນາງຊູຈີ
ແລະບັນດາຜູ້ນຳທີ່ຖືກເລືອກຕັ້ງແບບປະຊາທິປະໄຕ ຍັງຖືກຄຸມຂັງຢູ່ ນັບແຕ່ວັນທີ 1
ເດືອນກຸມພາເປັນຕົ້ນມາ.

[[https://www.voanews.com/east-asia-pacific/who-aung-san-suu-kyi]]

ນະຄອນມັນດາເລ ເປັນເມືອງໃຫຍ່ອັນດັບສອງຂອງປະເທດມຽນມາ ຊຶ່ງໄດ້ກາຍເປັນ
ສູນກາງຕໍ່ຕ້ານທີ່ສຳຄັນຂອງພວກຝ່າຍຄ້ານຕ້ານກາານເຂົ້າຍຶດອຳນາດຂອງ
ພວກທະຫານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG