ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ງານ​ພົບ​ປະ​ສັງ​ສັນ ​ຄະນະ​ແພດ​ລາວ ​ໃນ​ທົ່ວ​ໂລກ ຄັ້ງ​ທີ 2 ​(ສະໄລດ໌)


ພິທີ​ບາສີສູ່​ຂັວນ
ພິທີ​ບາສີສູ່​ຂັວນ


ພິທີບາສີ
ພິທີບາສີ
ພິທີບາສີ
ພິທີບາສີ

ຄະນະແພດລາວ
ຄະນະແພດລາວ


ການ​ພົບ​ປະ​ສັງ​ສັນ​ຂອງ​ຄະນະ​ແພດ​ລາວ​ໃນ​ທົ່ວ​ທະວີບ​ ຄັ້ງ​ທີ 2​
ໄດ້​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ​ຕຸລາ ຜ່ານ​ມາ ທີ່​ນະຄອນ Las Vegas
ລັດ Nevada ນີ້​ແມ່ນ​ຖື​ວ່າ​ເປັນ​ການ​ຮວມຕົວ​ຂອງ​ຫຼາຍໆ​ອົງການ
ຫຼາຍໆ​ໜ່ວຍ​ງານ ​ແລະ​ບຸກຄະລາ​ກອນ ສ່ວນ​ບຸກຄົນ​ທີ່​ກ່ຽວຂ້ອງ​
ກັບ​ວົງ​ການ​ແພດລາວ ​ໃນ​ທົ່ວ​ໂລກ. ທ່ານ ດຣ. ​ເຈ​ຊັນ ຄໍາ​ລີ ຊຶ່ງເປັນ
ປະທານ​ໃຫ້ການ​ຈັດ​ງານ​ຄັ້ງ​ນີ້ ​ໄດ້​ອະທິບາຍ​ ເຖິງ​ເປົ້າ​ໝາຍ​ສໍາຄັນ
​ຂອງ​ການຈັດ​ງານ​ຄັ້ງ​ນີ້ ສູ່ VOA ຟັງ​ວ່າ:
ລິງໂດຍກົງ

ພິທີ​ມອບ​ຂອງ​ທີ່​ລະ​ລຶກ
ພິທີ​ມອບ​ຂອງ​ທີ່​ລະ​ລຶກ

ບຸກຄົນ​ສໍາຄັນ​ອີກ​ທ່ານ​ນຶ່ງທີ່​ຖື​ວ່າ​ເປັນ​ຜູ້​ອະ​ວຸ​ໂສ​ ຮຸ່ນ​ໃຫຍ່
ດຣ. ສີ​ສົງຄາມ ກະຕ່າຍ ສະ​ໂສຣິດ ​ເຄີຍ​ດໍາຣົງຕໍາ​ແໜ່​ງ​ເປັນ
​ປະທານ​ຂອງ​ຄະນະ​ແພດ​ລາວ​ຈາກ​ກາ​ນາ​ດາ ກໍ​ໄດ້​ເຂົ້າ​ຮ່ວມ
​ໃນ​ງານສັງສັນ​ຄື​ນນັ້ນ ຊຶ່ງທ່ານ​ໄດ້​ກ່າວວ່າ:



ວົງ​ການ​ແພດ​ລາວ​ກໍ​ຖື​ວ່າ​ເປັນ​ວົງ​ການ​ສໍາຄັນ ຄື​ປັດ​ໄຈ​ທີ່​ຈໍາ​ເປັນ
​ໃນ​ການ​ດໍາລົງ​ຊີວິດ ບໍ່​ຈໍາກັດ ​ຊັ້ນ​ວັນນະຫຼື​ເພດ ຊຶ່ງ​ສຸພາບ​ສະຕີ
ດຣ. ​ເຈົ້າ​ອາຣຸນາ ​ເພັຊຣາຊ ຂັຕຕິ​ຍະ​ວົງ ລູກ​ສາວ​ຂອງ​
ສະ​ເດັດ​ເຈົ້າ​ເພັຊຣາຊ ທີ່​ຮັບ​ເປັນ​ທີ່​ປຶກສາ​ຂອງ​ອົງການ​ດັ່ງກ່າວ​ນີ້
ກໍ​ໄດ້​ຮ່ວມ​ສະ​ແດງ​ຄວາມ​ຮູ້ສຶກ​ປາບ​ປື້​ມ ທີ່​ໄດ້​ເປັນ​ສ່ວນ​ນຶ່ງ​ຂອງ​
ງານ​ຄັ້ງ​ນີ້​ ຊຶ່ງທ່ານ​ໄດ້​ກ່າວວ່າ:


ຄະນະແພດລາວ
ຄະນະແພດລາວ

ງານ​ພົບ​ປະ​ສັງ​ສັນ​ໃນ​ໝູ່​ຄະນະ​ແພດ​ລາວ​ຄັ້ງ​ທີ 2 ນີ້​ຖື​ວ່າ​ປະສົບ
​ຜົນສໍາ​ເລັດ ຊຶ່ງ​ໄດ້ມີແຂກ​ເຂົ້າ​ຮ່ວມ​ເກຶອບ 4 ຮ້ອຍ​ຄົນ ຊຶ່ງ​ແຂກ​
ເຫຼົ່າ​ນີ້ ແມ່ນ​ໄດ້​ເດີນທາງ​ມາ​ຈາກ​ຫຼາຍໆເຂ​ດ​ໃນ​ສະຫະລັດ​ແລະ
​ຕ່າງປະ​ເທດ. ສຸພາບ​ສະຕີ ຍ​າ​ເອື້ອຍ​ພອນ​ສະອາດ ຈຸ​ນລະ​ມະນີ
ຄໍາ​ລີ ເຈົ້າ​ໜ້າ​ທີ່​ພະນັກງານ​ແພດ ຕາງໜ້າ​ໃຫ້​ທ່ານ ດຣ. ​ເຍ-
ນາຣາ
ທີ່​ຮັບ​ໜ້າ​ທີ່​ ເປັນ​ທີ່ປຶກສາ​ຂອງ​ອົງການ​ດັ່ງກ່າວ​ນີ້ ບອກ​ວ່າ ຂໍ​ທາງ​ໜ້າ​ພໍ່ ທີ່ແກ່​ຊະລາ​ແລ້ວ​ ມາ​ຮ່ວມ​ບໍ່​ໄດ້ ຈຶ່ງມາ​ເປັນ​ຕົວ​ແທນ​ໃນ​ຄັ້ງ​ນີ້ ຊຶ່ງ​ເພິ່ນ​ໄດ້​ກ່າວ​ວ່າ:
ຄະນະໜຸ່ມນ້ອຍເຍົາວະຊົນ
ຄະນະໜຸ່ມນ້ອຍເຍົາວະຊົນ
ການ​ເປີດ​ງານ
ການ​ເປີດ​ງານ
ຄະນະແພດລາວ
ຄະນະແພດລາວ
ຕາງໜ້າ​ໃຫ້​ເຍົາ​ວະ​ຊົນ​ໜຸ່ມ​ນ້ອຍ ກໍ​ແມ່ນຄຣີສຕີ​ນາ ຫານ
ສຸກ​ສະ​ວົງ
ພະຍາບານ​ແພດຈາກ ລັດ California ຊຶ່ງ​ເປັນ​ລູກ
​ສາວ​ຂອງ​ ດຣ. ບຸນ​ລັດ ຫານ ສຸກສະ​ວົງ ກໍ​ໄດ້​ປະກອບສ່ວນ ​
ຟ້ອນນາດຕະສິນ​ລາວ ທີ່​ພາກັນ​ມາ​ຮ່ວມ​ທັງ​ໝົດ​ຄອບຄົວ ​ຜູ້​ເປັນ​ພໍ່ ​
ທັງ​ຕີ​ກອງ​ແລະຮ້ອງ​ເພງ ນ້ອງ​ສາວ​ຫຼິ້ນ​ຂິມ​ແລະລະນາດ, ສ່ວນ​ແມ່
​ນັ້ນ​ ກໍ​ປະ​ກອບ​ສ່ວນຕຸບ​ຊິ່ງແລະ​ຮ້ອງ​ເພງ​ປະກອບ​ນໍາ ເປັນຕາ​
ອອນຊອນ​ຂອງ​ຄອບຄົວ​ຍຸກ​ໃໝ່ ທີ່​ເປັນ​ທັງ​ລາວ-​ທັງ​ອາ​ເມຣິກັນ
ທີ່​ມີ​ຄວາມ​ກ້າຫານ ສະຫຼາດ​ຫຼັກ​ແຫຼມ​ ມີຄວາ​ມຮູ້ ຄວາມ​ສາມາດ
​ແລະ​ກໍ​ຍັງ​ຄົງ​ຄວາມ​ເປັນ​ລາວ ຍຶດ​ເຄົ້າມູນ​ເດີ​ມ​ລາວໄວ້ ​ເດີນ​ຮອຍ​
ຕາມ​ພໍ່ ຮຽນ​ຝ່າຍແພດ​ໜໍ ຈົນເປັນພະຍາບານ​ໃຫ້​ຄອບຄົວ​ໄດ້​
ພູມ​ໃຈ ຊຶ່ງ​ຄຣີສຕີ​ນາ ​ໄດ້​ກ່າວ​ເຖິງ​ຄວາມ​ຮູ້ສຶກ​ພູມ​ໃຈ​ທີ່​ເກີດ​
ເປັນ​ຄົນ​ລາວ​ວ່າ:​




ຄະນະແພດຍິງ
ຄະນະແພດຍິງ
ຮ້ອງເພງຮວມໝູ່
ຮ້ອງເພງຮວມໝູ່

​ພິທີ​ເປີດ​ງານ​ໂດຍ​ສ່ວນ​ໃຫຍ່​ຂອງ​ຊາວ​ລາວ​ແລ້ວ​ນັ້ນ ​ເຖິງ​ແມ່ນ​ວ່າ​
ຈະ​ພັກອາ​ໄສ ຢູ່​ແຫ່ງ​ຫົນໃດກໍ​ຕາມ ຍັງ​ຮັກສາຮີດ​ສິບ​ສອງ
ຄອງ​ສິບ​ສີ່ ສືບ​ມາ ຊຶ່ງ​ກໍ​ໄດ້​ມີ​ການ ຜູກ​ຂໍ່ຕໍ່​ແຂນ ຕາມ​ຮີດຄອງ​ປະ​ເພ
ນີຟ້ອນ​ອວຍພອນ ນໍາສະ​ເໜີ​ບັນດາ​ເຈົ້າ​ໜ້າ​ທີ່​ຈັດ​ງານ​ ຈາກ​ທຸກ​ຝ່າຍ​
ແລະກິນ​ເຂົ້າ​ສາ​ມະ​ຄີ ເປັນງານລ້ຽງ​ແບບ​ບຸບ​ແຟ ທີ່​ຈັດ​ຂຶ້ນ​ໃນ​ໂຮງ​ແຮ​ມ
​ໂອ້ໂຖງ​ແຫ່ງ​ນຶ່ງ ແມ່​ງານ​ຈາກ​ຝ່າຍ​ອາ​ເມຣິກາ ທີ່​ເປັນ​ຫົວ​ຈັກຫົວ​ແຮງ
ກໍ​ແມ່ນ​ທຸ​ນ້າ ​ເຈົ້າ​ວັນ​ຄໍາ ວົງ​ວານິດແລະ​ຍາ​ນ້າຄໍາ​ສີ ສີ​ຫາ​ຣາດ
ສ່ວນຄະນະຈາກທາງກາ​ນາ​ດາ ກໍ​ແມ່ນຍາເອື້ອຍມະນີ​ຈັນ ວົງ​ຈັນ
ປະທານ​ຄະນະແພດ​ລາວ​-ກາ​ນາ​ດາ​ ຄົນ​ປະຈຸ​ບັນ ແລະ​ທັນ​ຕະ​ແພດ
ອຸດສາຫະ ຊົງ​ວິ​ໄລ ຊຶ່ງ​ເປັນຜູ້ລິເລີ່​ມຢາກ​ໃຫ້​ມີງານ​ສັງ​ສັນ​ຄະນະ​ແພດ
ຄັ້ງ​ທີ 2 ນີ້​ ເກີດ​ຂຶ້ນ ແລະ​ຜູ້​ທີ່​ຮອງ​ຮັບເປັນ​ເຈົ້າພາບຮັບຮອງແຂກ
ຫຼັງ​ຈາກວັນ​ງານ ທີ່​ນະຄອນ Las Vegas ກໍ​ແມ່ນ​ ຍາ​ເອື້ອຍ
ບຸນ​ອຸ້ມ ສິຣິສັກ ຊຶ່ງ​ກໍ​ໄດ້ຮັບ​ການ​ສະ​ນັບ​ສະ​ໜູນ ສົມ​ທົບ​ເລື່ອງ​
ອາຫານ​ການ​ກິນ​ແລະອື່ນໆຈາກ​ທຸກ​ພັກ​ຝ່າຍ​ ທັງ​ໃນ​ເຂດ​ທ້ອງ​ຖິ່ນ
​ແລະແຫ່ງ​ອື່ນໆ.

ດຣ. ໜຸ່ມ​ທັງ​ທີ່​ເປັນ​ທະນາຍຄວາມ​ນໍາ​ນັ້ນ ກໍ​ຄື Dr. Thuan
Tran
ຊຶ່ງ​ເປັນ Keynote Speaker ທີ່​ຂຶ້ນ​ກ່າວ​ຄໍາ​ປາ​ໄສ​
ໃນ​ຄໍາ​ຄືນ​ນັ້ນ ທີ່​ໄດ້​ກ່າວ​ເຖິງ​ ຄວາມ​ສໍາຄັນ​ຂອງ​ການຈັດ​ງານ​ຄັ້ງ​ນີ້
​ແລະ​ໃນ​ຖານະ​ທີ່​ເປັນ​ຜູ້​ທີ່​ອາບ​ນໍ້າ​ຮ້ອນ​ມາ​ກ່ອນ​ນັ້ນ ທີ່ມີປະສົບ​
ປະການ ​ໃນ​ຫຼາຍໆ​ດ້ານ ຊຶ່ງ​ທ່ານ​ດຣ. ​ໄດ້​ກ່າວ​ວ່າ ທ່ານ​ຢາກ
​ສົ່ງ​ເສີມ​ແລະ​ຊຸກຍູ້​ ໃຫ້​ໜຸ່ມ​ນ້ອຍ ລາວ​ເດີນ​ຕາມ ​ເພື່ອ​ພັດທະນາ
​ແລະ​ສ້າງບຸກຄະລາ​ກອນ ທາງ​ການ​ການແພດ​ໃຫ້​ຫຼາຍໆ ຊຶ່ງ​ມີ
​ຄວາມ​ສໍາຄັນ​ແລະ​ຈໍາ​ເປັນ ​ໃນ​ການ​ດໍາລົງ​ຊີວິດ ຊຶ່ງ​ທ່ານ​ໄດ້​ກ່າວ​ວ່າ:

Dr. Thuan ​ໃຫ້​ VOA ສໍາພາດ
Dr. Thuan ​ໃຫ້​ VOA ສໍາພາດ

ລິງໂດຍກົງ
XS
SM
MD
LG