ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄອບຄົວຂອງຊາຍຜິວດໍາ ທີ່ຖືກຍິງຕາຍ ໃນແອັດແລນຕາ ຮຽກຮ້ອງໃຫ້ປະຕິຮູບ “ຢ່າງໃຫຍ່ຫລວງ” ໃນເລື້ອງຕໍາຫລວດ


ຜູ້ປະທ້ວງຄົນນຶ່ງຮ້ອງໂຮຂຶ້ນໃນວັນເສົາຜ່ານມາໃກ້ກັບຮ້ານອາຫານ Wendy ບ່ອນທ້າວ Rayshard Brooks ຖືກຕໍາຫລວດຍິງຕາຍ ໃນວັນສຸກຜ່ານມາ ໃນນະຄອນ Atlanta ລັດຈໍເຈຍ (AP Photo/Brynn Anderson)
ຜູ້ປະທ້ວງຄົນນຶ່ງຮ້ອງໂຮຂຶ້ນໃນວັນເສົາຜ່ານມາໃກ້ກັບຮ້ານອາຫານ Wendy ບ່ອນທ້າວ Rayshard Brooks ຖືກຕໍາຫລວດຍິງຕາຍ ໃນວັນສຸກຜ່ານມາ ໃນນະຄອນ Atlanta ລັດຈໍເຈຍ (AP Photo/Brynn Anderson)

ຄອບຄົວຂອງຊາຍຜິວດໍາທີ່ຖືກຍິງ ແລະຂ້າຕາຍໂດຍຕໍາຫລວດຢູ່ໃນນະຄອນ ແອັດແລນຕາ ທີ່ຢູ່ທາງພາກໃຕ້ຂອງສະຫະລັດນັ້ນ ໃນວັນຈັນວານນີ້ ໄດ້ຮຽກ ຮ້ອງໃຫ້ມີ “ການປ່ຽນແປງຢ່າງໃຫຍ່ຫຼວງ” ຢູ່ໃນວຽກງານຂອງຕໍາຫລວດພາຍ ຫລັງມີການຍິງກັນຢູ່ໃນຮ້ານອາຫານກິນດ່ວນ ຫລື fast-food ແຫ່ງນຶ່ງໃນວັນ ສຸກຜ່ານມາ.

ການເສຍຊີວິດຂອງທ້າວ ເຣຊາດ ບຣຸກສ໌ (Rayshard Brooks) ພະນັກງານ ຮ້ານອາຫານຄົນນຶ່ງ ທີ່ເປັນພໍ່ຂອງລູກສາວນ້ອຍ 3 ຄົນນັ້ນ ເປັນການຍິງຊາຍ ອາເມຣິກັນ ເຊື້ອສາຍອາຟຣິກາຜູ້ຫລ້າສຸດ ທີ່ເຮັດໃຫ້ມີຄໍາຖາມຂຶ້ນມາກ່ຽວກັບ ການໃຊ້ກໍາລັງຕໍາຫລວດ ແລະເຮັດໃຫ້ເກີດມີການລຸກຂຶ້ນປະທ້ວງຢູ່ທົ່ວປະເທດ.

ນາງເທຍຣາ ບຣຸກສ໌ (Tiara Brooks), ພີ່ນ້ອງຂອງທ້າວບຣຸກສ໌, ກ່າວຢູ່ກອງ ປະຊຸມຖະແຫລງຂ່າວໃນວັນຈັນວານນີ້ຢູ່ທີ່ນະຄອນແອັດແລນຕາວ່າ “ພວກເຮົາ ເມື່ອຍ ແລະພວກເຮົາຮູ້ສຶກທໍ້ແທ້ໃຈຫຼາຍ. ສິ່ງສໍາຄັນທີ່ສຸດກໍຄືຫົວໃຈຂອງພວກ ເຮົາສະຫລາຍ, ສະນັ້ນພວກເຮົາຕ້ອງການຄວາມຍຸຕິທໍາມາໃຫ້ແກ່ທ້າວ ເຣຊາດ ບຣຸກສ໌ (Rayshard Brooks).

ສ່ວນພັນລະຍາຂອງທ້າວ ບຣຸກສ໌ທີ່ເປັນໝ້າຍ, ນາງໂທມີກາ ມີລເລີນັ້ນ ເວົ້າ ວ່າ “ບໍ່ມີຄວາມຍຸຕິທໍາໃດໆ ທີ່ຈະສາມາດເຮັດໃຫ້ຂ້າພະເຈົ້າຮູ້ສຶກພໍໃຈກ່ຽວກັບ ສິ່ງ ທີ່ໄດ້ເຮັດລົງໄປ. ຂ້າພະເຈົ້າບໍ່ສາມາດໄດ້ສາມີຂອງຕົນກັບຄືນມາອີກ.”

ຫ້ອງການກວດກາດ້ານການແພດຂອງຄາວຕີຟູລທັນໄດ້ລົງຄວາມເຫັນວ່າ ການ ເສຍຊີວິດຂອງທ້າວບຣຸກສ໌ ເປັນຄາດຕະກໍາ ແລະການສັນລະສູດສົບ ແມ່ນພົບ ວ່າ ລາວໄດ້ຖືກຍິງສອງບາດຢູ່ທາງຫລັງ.

ພວກເຈົ້າໜ້າທີ່ເວົ້າວ່າ ທ້າວ ບຣຸກສ໌ ຖືກຍິງຕາຍໂດຍຕໍາຫລວດນະຄອນແອັດ ແລນຕາ, ທ້າວ ແກເຣດ ຣັອຟ (Garrett Rolfe), ພາຍຫລັງທີ່ທ້າວ ບຸຣກສ໌ ຄວ້າເອົາປືນຊອດໄຟຟ້າ ແລະແນໃສ່ທ້າວຣັອຟ (Rolfe) ໃນຂະນະທີ່ລາວພະ ຍາຍາມທີ່ຈະແລ່ນໜີອອກຈາກລານຈອດລົດຂອງຮ້ານອາຫານເວັນດີສ໌ ໄປໃນ ຂະນະທີ່ເຈົ້າໜ້າທີ່ 2 ຄົນ ກໍາລັງພະຍາຍາມທີ່ຈະໃສ່ກັບມືລາວ ແລະຈັບລາວ ໄປ ພາຍຫລັງທີ່ການກວດຫາສິ່ງມືນເມົາ ໃນຮ່າງກາຍລາວບໍ່ຜ່ານ.

ທະນາຍຄວາມ ພອລ ຮົວຫວາດ (Paul Howard) ປະຈຳຄາວຕີ ຟູລທັນໃນ
ລັດຈໍເຈຍ ກ່າວຕໍ່ CNN ໃນວັນອາທິດຜ່ານມາວ່າ ທ່ານຄາດວ່າຈະຕັດສິນໃຈ ໃນກາງອາທິດນີ້ວ່າ ຄວນຈະຍື່ນຂໍ້ກ່າວຫາ ຕໍ່ຕໍາຫລວດຄົນນັ້ນຫລືບໍ່.

ທ້າວ ຣັອຟ ໄດ້ຖືກໄລ່ອອກຈາກກອງກໍາລັງຕໍາຫລວດ ນະຄອນແອັດແລນຕາ ຢ່າງວ່ອງໄວ ແລະທ້າວ ເດັບວິນ ບຣອສແນນ (Devin Brosnan), ເຈົ້າໜ້າ ທີ່ຜູ້ທີສອງແມ່ນຖືກໃຫ້ພັກການລໍຖ້າການສືບສວນໃຫ້ສໍາເລັດລົງຢູ່. ມີວີດິໂອຈໍາ ນວນຫລວງຫລາຍກ່ຽວກັບເຫດການດັ່ງກ່າວ ທີ່ມາຈາກກ້ອງຖ່າຍຮູບ ພົກຢູ່ນໍາ ຕົວຂອງຕໍາຫລວດ ແລະຢູ່ກັບລົດ ແລະຮູບຢູ່ໃນກ້ອງວົງຈອນປິດຂອງຮ້ານອາ ຫານອີກດ້ວຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG