ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູດພິເສດ ສປຊ ພົບປະ ແບບແຍກກັນ ກັບ​ຄູ່ສົງຄາມ ໃນ ຊີເຣຍ (ສະໄລດ໌/ວີດີໂອ)


ທ່ານ Lakhdar Brahimi ທູດພິເສດສະຫະປະຊາຊາດ ແລະສັນນິບາດຊາດອາຣັບ ກ່າວຕໍ່ບັນດານັກຂ່າວ ທີ່ນະຄອນ Geneva.
(ວັນທີ 20 ທັນວາ 2013)
ທ່ານ Lakhdar Brahimi ທູດພິເສດສະຫະປະຊາຊາດ ແລະສັນນິບາດຊາດອາຣັບ ກ່າວຕໍ່ບັນດານັກຂ່າວ ທີ່ນະຄອນ Geneva. (ວັນທີ 20 ທັນວາ 2013)
ທ່ານ Lakhdar Brahimi ທູດ​ພິ​ເສດ​ ຂອງ​ສະຫະ​ປະຊາ​ຊາດ​
ແລະ​ສັນນິບາດ​ຊາດ​ອາຣັບ ກຳນົດ​ຈະ​ພົບ​ປະ​ກັບບັນດາຜູ້ຕາງ
ໜ້າ​ຂອງ​ລັດ​ຖະບາ​ນຊີ​ເຣຍ​ແລະ​ພວກຕໍ່ຕ້ານໃນ​ວັນ​ພະຫັດ​ມື້​ນີ້
​ທີ່​ນະຄອນ​ເຈ​ເນ​ວາ ​ໃນ​ຂະນະ​ທ່ານ​ພະຍາຍາມໄກ່​ເກ່ຍ​ເພື່ອ​ຍຸດ
ຕິຄວາມ​ວຸ້ນວາຍຮ້າຍແຮງທີ່​ດຳ​ເນີນ​ມາ​ໄດ້​ເກືອບ ​3 ປີ​ແລ້ວ​ນັ້ນ.

ທ່ານ Brahimi ຈະ​ພົບ​ປະກັນ​ແບບແຍກກັນ ກັບ​ແຕ່ລະ​ຝ່າຍ ​
ແລະ​ໂອ້​ລົມ​ສົນທະນາ​ກັນ ຫາ​ວິທີ​ທາງ​ເພື່ອ​ເອົາ​ບາ​ດກ້າວ​ຕໍ່​ໄປ​
ເພື່ອ​ໃຫ້​ມີ​ການ​ເຈລະຈາ​ກັນ​ໂດຍ​ກົງ. ການ​ພົບ​ປະ​ຫາລື​ກັນ​ດັ່ງ
ກ່າວ​ມີ​ໝາຍ​ກຳໜົດໄວ້​ວ່າ ຈະ​ເລີ້ມ​ຂຶ້ນ​ໃນ​ວັນສຸກ​ມື້​ອື່ນ​ນີ້ ແຕ່​
ທ່ານ Brahimi ກ່າວ ໃນ​ວັນ​ພຸດ​ວານ​ນີ້ຫຼັງ​ຈາກ​ການ​ໄຂ​ກອງ​
ປະຊຸມ​ສັນຕິພາບ​ ທີ່​ໄດ້​ລໍຄອຍ​ມາ​ເປັນ​ເວລາ​ດົນ​ນານແລ້ວນັ້ນ​ວ່າ ການ​ພົບ​ປະກັນແບບ ແຍກກັນກັບ​ແຕ່ລະ​ຝ່າຍ ອາດ​ຈະ​ດຳ​ເນີນຕໍ່​ໄປ.



ນອກ​ນັ້ນ​ ທ່ານ​ຍັງ​ກ່າວ​ຕື່ມ​ວ່າ “ມີ​ຮ່ອງຮອຍ​ທີ່​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ສົມຄວນ ທີ່​ວ່າຝ່າຍ​ລັດຖະບານ ​ແລະ​ພວກຕໍ່ຕ້ານ ກຳລັງ​ກະກຽມ​ທີ່​ຈະ​ໂອ້​ລົມ​ກັນ ກ່ຽວກັບ​
ເລື້ອງ​ການ​ເຂົ້າ​ໄປຊ່ອຍເຫຼືອຂອງກຸ່ມຈັດຕັ້ງມະນຸດສະທຳ ການ​ປ່ອຍ​ໂຕ​ພວກ​ນັກ​ໂທດ ​ແລະ​ຈັດ​ຕັ້ງ​ການ​ຢຸດ​ຍິງ​ຂຶ້ນ​ໃນ​ທ້ອງ​ຖິ່ນ."


ມື້​ທຳ​ອິດ​ຂອງ​ເຈລະຈາເພື່ອ​ສ້າງສັນ​ຕິ​ພາບ ໄດ້​ນຳ​ເອົາ​ພວກ​ຜູ້ຕາງໜ້າ​ຫຼາຍ​ກວ່າ 40 ປະ​
ເທດ​ມາ​ປະຊຸມ​ກັນທີ່​ເມືອງ Montreux ຂອງ​ສະ​ວິດ​ເຊີ​ແລນ ​ແລະ​ໄດ້​ມີ​ຄວາມເຫັນ​ແຕກ
​ຕ່າງ​ກັນ​ຢ່າງ​ຫຼວງ​ຫຼາຍ ​ກ່ຽວ​ກັບ​ອະນາ​ຄົດ​ຂອງ​ປະທານາທິບໍດີ Bashar al-Assad ​ໃນ
ຊີ​ເຣຍນັ້ນ.

Syria Conference Opens with Acrimony
please wait

No media source currently available

0:00 0:02:03 0:00
ລິງໂດຍກົງ
XS
SM
MD
LG