ຜູ້ນຳຝ່າຍຄ້ານເປັນເວລາດົນນານຂອງເວເນຊູເອລາທ່ານ Antonio Ledezma ໄດ້
ເດີນທາງໄປເຖິງນະຄອນ Madrid ໃນວັນເສົາມື້ນີ້ ບ່ອນທີ່ທ່ານໄດ້ຖືກຕ້ອນ ຮັບຈາກ
ຄອບຄົວຂອງທ່ານ.
ທ່ານ Ledezma ກ່າວວ່າ “ເວເນຊູເອລາ ບໍ່ໄດ້ຢູ່ທີ່ຂອບເບິ່ງເຂົ້າໄປ ໃນນາລົກ. ມັນຢູ່ໃນນາລົກແລ້ວ “ມັນກຳລັງພັງທະລາຍລົງ. ແລະນັ້ນແມ່ນສິ່ງທີ່ຂ້າພະເຈົ້າຢາກເວົ້າ
ກັບນາຍົກລັດຖະມົນຕີ Rajoy.”
ທ່ານ Ledezma ຜູ້ທີ່ໄດ້ຖືກກັກບໍລິເວນນັບແຕ່ປີ 2015 ເປັນຕົ້ນມາ ຍ້ອນຖືກກ່າວຫາ
ວ່າວາງແຜນເຮັດລັດຖະປະຫານນັ້ນກ່າວວ່າ ທ່ານໄດ້ຫຼົບໜີຈາກການ ກັກບໍລິເວນໃນ
ວັນສຸກວານນີ້ ແລະຂ້າມເຂົ້າໄປໃນປະເທດ Columbia ຊຶ່ງເປັນ ເພື່ອນບ້ານ ຜ່ານປ້ອມ
ຍາມຕຳຫລວດ ແລະທະຫານ ຫລາຍສິບແຫ່ງ.
ກ່ອນອອກຈາກ Columbia ທ່ານ Ledezma ກ່າວວ່າ ທ່ານໄດ້ວາງແຜນ “ເດີນທາງໄປ
ທົ່ວໂລກ” ເພື່ອຕໍ່ສູ້ເພື່ອອິດສະຫຼະພາບທາງດ້ານການເມືອງຢູ່ໃນເວເນຊູເອລາ. ທ່ານ Ledezma ອະດີດເຈົ້າຄອງນະຄອນ Caracas ກ່າວວ່າ ທ່ານໄດ້ໂອ້ລົມທາງໂທລະສັບ
ກັບ ປະທານາທິບໍດີ Columbia ທ່ານ Juan Manuel Santos ຜູ້ທີ່ໄດ້ສະເໜີໃຫ້ການສະໜັບສະໜູນທ່ານ.
ພວກເຈົ້າໜ້າທີ່ກວດຄົນເຂົ້າເມືອງຂອງ Columbia ກ່າວຢູ່ໃນຖະແຫລງການວ່າ ທ່ານ Ledezma ໄດ້ເຂົ້າປະເທດຢ່າງຖືກຕ້ອງກົດໝາຍ ຫລັງຈາກ ໄດ້ຂ້າມຂົວ Simon
Bolivar ທີ່ແບ່ງແຍກປະເທດທັງສອງ.
ປະທານາທິບໍດີເວເນຊູເອລາ ທ່ານ Nicolas Maduro ຮັບຮູ້ການຫລົບໜີຂອງທ່ານ Ledezma ຜູ້ທີ່ທ່ານຮ້ອງແບບເຍາະເຍີ້ຍວ່າ "ຜີດິບ.”
ທ່ານ Maduro ໄດ້ກ່າວໃນຕອນແລງວັນສຸກວານນີ້ວ່າ “ປະຊາຊົນຢູ່ໃນນະ ຄອນຫຼວງ
Madrid ຈະຕ້ອງລະມັດລະວັງໃນຍາມມື້ຄືນ ຜີດິບກຳລັງຈະເດີນ ທາງໄປນະຄອນ
Madrid.”
ທ່ານ Ledezma ອາຍຸ 62 ປີ ໄດ້ເປັນຜູ້ນຳພາການປະທ້ວງຢູ່ຕາມທ້ອງຖະໜົນ ເພື່ອ
ຄັດຄ້ານທ່ານ Maduro ໃນປີ 2014 ທີ່ພາໃຫ້ເກີດຄວາມຮຸນແຮງຫລາຍເດືອນ. ທ່ານ
ໄດ້ໃຊ້ເວລາຢູ່ໃນຄຸກສອງສາມເດືອນ ກ່ອນຖືກປ່ອຍໂຕ ແລະຖືກກັກບໍລິເວນ ໃນປີ
2015 ເນື່ອງຈາກບັນຫາສຸຂະພາບ.
ທ່ານ Ledezma ກ່າວໃນວັນສຸກວານນີ້ວ່າ ປັດຈຸບັນນີ້ “ລັດຖະບານມີແຜນ” ຕໍ່ຕ້ານ
ທ່ານ ແຕ່ບໍ່ໄດ້ໃຫ້ລາຍລະອຽດ. ພວກຜູ້ນຳຝ່າຍຄ້ານໄດ້ຖືກຕ້ອງຕິກ່ຽວກັບແຜນເຈລະ
ຈາທາງດ້ານການເມືອງຮອບໃໝ່ ລະຫວ່າງລັດຖະບານເວເນຊູເອລາ ແລະບັນດາເຈົ້າ
ໜ້າທີ່ຝ່າຍຄ້ານ ທີ່ເປັນເຈົ້າພາບໂດຍ ສາທາລະນະລັດ Dominican.
ຊາວເວເນຊູເອລາຫລາຍຮ້ອຍພັນຄົນ ໄດ້ຂ້າມຊາຍແດນໄປຍັງ Columbia ໃນໄລຍະ
ສອງສາມປີຜ່ານມານີ້ ເພື່ອຫລົບໜີຈາກວິກິດການທາງດ້ານເສດຖະ ກິດ ແລະການເມືອງ
ຢູ່ໃນປະເທດຂອງເຂົາເຈົ້າ.
ໃນຕົ້ນປີນີ້ ຜູ້ສຳຄັນອີກຄົນນຶ່ງທີ່ຕິຕຽນທ່ານ Maduro ຫົວໜ້າໄອຍະການເວເນຊູເອລາ
ທີ່ຖືກປົດຈາກຕຳແໜ່ງ ທ່ານນາງ Luisa Ortega Diaz ກໍໄດ້ໄປຂໍ້ລີ້ໄພຢູ່ໃນປະເທດ Columbia.