ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ພວມພິຈາລະນາຢູ່ວ່າ ຈ ປິດໜ່ວຍປາບປາມ ລັດທິກໍ່ການຮ້າຍໃນ ອາຟຣິກາ


ນາຍພົນ ທັອມມັສ ວາລຮອສເຊີ, ຊ້າຍ, ຜູ້ບັນຊາ ກອງ
ບັນຊາການ ສະຫະລັດ ປະຈຳ ອາຟຣິກາ, ພ້ອມກັບເອກ
ອັກຄະລັດຖະທູດ ສະຫະລັດ ປະຈຳ ເຊເນກາລ ທ່ານ ຕູລີນາໂບ ມູຊິງກີ, ຂວາ, ກ່າວຄຳປາໄສ ໃນລະຫວ່າງ
ການທ່ຽວຊົມ ສູນການຮ່ວມມືຮັກສາຄວາມປອດໄພ ຊິສເຊ.
ນາຍພົນ ທັອມມັສ ວາລຮອສເຊີ, ຊ້າຍ, ຜູ້ບັນຊາ ກອງ ບັນຊາການ ສະຫະລັດ ປະຈຳ ອາຟຣິກາ, ພ້ອມກັບເອກ ອັກຄະລັດຖະທູດ ສະຫະລັດ ປະຈຳ ເຊເນກາລ ທ່ານ ຕູລີນາໂບ ມູຊິງກີ, ຂວາ, ກ່າວຄຳປາໄສ ໃນລະຫວ່າງ ການທ່ຽວຊົມ ສູນການຮ່ວມມືຮັກສາຄວາມປອດໄພ ຊິສເຊ.

ທຳນຽບຂາວກຳລັງຊອກຫາຊ່ອງທາງທີ່ຈະຖອນໜ່ວຍກອມມັງໂກຂອງ ສະຫະລັດ
ເກືອບທຸກໆຈຸອອກຈາກປະເທດ ໄນເຈີ ແລະ ປິດໜ່ວຍປາບປາມລັດທິກໍ່ການຮ້າຍ
ລະດັບສູງສ່ວນໃຫຍ່ລົງ ໃນທົ່ວທະວີບ ອາຟຣິກາ, ອີງຕາມການລາຍງານຂອງສື່ມວນ
ຊົນ.

ບັນດາເຈົ້າໜ້າທີ່ທຳນຽບຂາວ ໄດ້ບອກໜັງສືພິມ ນິວ ຢອກ ໄທມສ໌ ວ່າ ກອງທະຫານ
ສະຫະລັດ ໃນປະເທດ ກາເມຣູນ, ເຄັນຢາ, ລີເບຍ ແລະ ຕູນີເຊຍ ກໍຈະຖືກປິດລົງ
ເຊັ່ນກັນ ຖ້າລັດຖະມົນຕີປ້ອງກັນປະເທດ ທ່ານ ຈິມ ແມັດຕິສ ຮັບຮອງເອົາແຜນການ
ດັ່ງກ່າວ, ແຕ່ ສະຫະລັດ ຍັງຈະມີກອງທັບຂະໜາດໃຫຍ່ໃນປະເທດ ໄນຈີເຣຍ ແລະ
ໂຊມາເລຍ ຢູ່.

ອີງຕາມໜັງສືພິມ ໄທມສ໌ ນັ້ນ, ການເຄື່ອນໄຫວດັ່ງກ່າວແມ່ນສ່ວນນຶ່ງຂອງການປ່ຽນ
ແປງແຜນຍຸດທະສາດ ສະຫະລັດ ຈາກການຕໍ່ສູ້ກັບພວກຕໍ່ຕ້ານລັດຖະບານ ໄປເປັນ
ການເພັ່ງເລັງໃສ່ຄວາມເປັນໄປໄດ້ ໃນການຕໍ່ສູ້ໃນວົງກວ້າງ.

ແຕ່ມັນຍັງໄດ້ເກີດຂຶ້ນຫຼັງຈາກການໂຈມຕີຂອງພວກຫົວຮຸນແຮງໃສ່ທະຫານ ສະຫະ
ລັດ ຫຼາຍຄົນໃນປະເທດ ໄນເຈີ ເມື່ອປີກາຍນີ້ ທີ່ໄດ້ເຮັດໃຫ້ຊາວ ອາເມຣິກັນ 4 ຄົນ
ເສຍຊີວິດ, ເຊິ່ງ ທຳນຽບຫ້າແຈ ຍອມຮັບວ່າ ຄວາມຜິດພາດດັ່ງກ່າວນັ້ນ ແມ່ນຄວາມ
ຮັບຜິດຊອບຂອງເຂົາເຈົ້າ.

ໜັງສືພິມນັ້ນ ໄດ້ລາຍງານວ່າ ກຳລັງທະຫານ ສະຫະລັດ ຫຼາຍຮ້ອຍຄົນ ໃນທົ່ວທະ
ວີບ ອາຟຣິກາ ຈະຖືກມອບວຽກໃໝ່ໃຫ້ ພາຍໃຕ້ແຜນການດັ່ງກ່າວ. ແຕ່ນາຍພົນ
ທັອມມັສ ວາລຮອສເຊີ (Thomas Waldhauser), ຫົວໜ້າກອງບັນຊາການປະຈຳ
ທະວີບ ອາຟຣິກາ, ກ່ອນໜ້ານີ້ ໄດ້ບອກໜັງສືພິມ ໄທມສ໌ ວ່າ, ສະຫະລັດ ຈະບໍ່ “ຍ່າງ
ໜີ” ແລະ ປະຖິ້ມພາລະກິດຂອງເຂົາເຈົ້າ ເພື່ອຝຶກຊ້ອມກອງກຳລັງໃນທ້ອງຖິ່ນ ໃນ
ການປະຕິບັດການປາບປາມລັດທິກໍ່ການຮ້າຍ.

ບັນດາເຈົ້າໜ້າທີ່ປ້ອງກັນປະເທດ ສະຫະລັດ ບາງຄົນໄດ້ຄັດຄ້ານແຜນການທີ່ຈະປິດ
ໜ່ວຍທະຫານນັ້ນລົງ ໃນ ອາຟຣິກາ, ເຊິ່ງໄດ້ກ່າວວ່າ ມັນຈະເປັນການຕັດອິດທິພົນ
ຂອງ ສະຫະລັດ ໃນເວລາທີ່ ຈີນ ແລະ ຣັດເຊຍ ກຳລັງພະຍາຍາມຈະຂະຫຍາຍອິດ
ທິພົນຂອງເຂົາເຈົ້າຢູ່.

ແຕ່ເຈົ້າໜ້າທີ່ທ່ານນຶ່ງໄດ້ບອກໜັງສືພິມ ໄທມສ໌ ວ່າ ບັນດາປະເທດ ອາຟຣິກາ ໄດ້
ພັດທະນາກອງກຳລັງທີ່ມີຄວາມສາມາດໃນການປາບປາມລັດທິກໍ່ການຮ້າຍແລ້ວ
ແລະ ຫຼາຍປະເທດກໍບໍ່ຕ້ອງການໃຫ້ ສະຫະລັດ ມີໜ້າຢູ່ທີ່ນັ້ນຢ່າງຖາວອນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG