ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍ​ງານ​ສື່ມວນ​ຊົນ ກ່າວ​ວ່າ ທ່ານ ທ​ຣຳ ສ້າງ​ຄວາມ​ຮັ່ງ​ມີ ຜ່ານການ​ສໍ້​ໂກງ​ພາ​ສີ


​ປະ​ຊາ​ຊົນ​ຍ່າງ​ຜ່ານ​ຕຳ​ຫຼວດ​ຮັກ​ສາ​ຄວາມ​ປອດ​ໄພ ແລະ ຄົນ​ຍາມ​ປະ​ຕູ ​ຢູ່​ຕໍ່​ໜ້າ​ຕຶກ ທ​ຣຳ ທາວ​ເວີ ໃນ​ນະ​ຄອນ ນິວຢອກ.
​ປະ​ຊາ​ຊົນ​ຍ່າງ​ຜ່ານ​ຕຳ​ຫຼວດ​ຮັກ​ສາ​ຄວາມ​ປອດ​ໄພ ແລະ ຄົນ​ຍາມ​ປະ​ຕູ ​ຢູ່​ຕໍ່​ໜ້າ​ຕຶກ ທ​ຣຳ ທາວ​ເວີ ໃນ​ນະ​ຄອນ ນິວຢອກ.

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ໃຊ້​ວິ​ທີ​ການຫຼົບຫຼີກ​ພາ​ ສີ​ທີ່ຍັງ​ເປັນ​ຄຳ​ຖາມ ແລະ
ການສໍ້ໂກງລ້ວນໆ ເພື່ອຂະຫຍາຍຄວາມຮັ່ງມີຂອງທ່ານຢ່າງຫຼວງຫຼາຍ ເຊິ່ງເລີ່ມດ້ວຍ
ເງິນຈາກພໍ່ແມ່ຂອງທ່ານ. ໜັງສືພິມ ນິວ ຢອກ ໄທມສ໌ (New York Times) ໄດ້ລາຍ
ງານໃນວັນອັງຄານວານນີ້.

ທ່ານ ທ​ຣຳ ມັກ​ຈະ​ພັນ​ລະ​ນາ​ຕົນ​ເອງວ່າ ​ເປັນ​ຜູ້​ຊາຍ​ທີ່​ຮັ່ງ​ມີ​ດ້ວຍ​ຕົນ​ເອງ, ໂດຍ​ກ່າວ
ວ່າ ທ່ານໄດ້ເລີ່ມຕົ້ນດ້ວຍເງິນກູ້ຢືມເງິນຈາກພໍ່ຂອງທ່ານ 1 ລ້ານໂດລາ ແລະ ໄດ້ສ້າງ
ຄວາມຮັ່ງມີຂອງທ່ານຈາກການລົງທຶນ ແລະ ການຄ້າຂາຍຕ່າງໆ.

ແຕ່​ໃນ​ລາຍ​ງານ​ທີ່​ຍາວ ແລະ ມີ​ລາຍ​ລະ​ອຽດ 40,000 ຄຳ​ນັ້ນ, ໜັງ​ສື​ພິມ ນິວ ຢອ​ກ
ໄທມສ໌ ໄດ້ລາຍງານວ່າ ທ່ານ ທຣຳ ໄດ້ຮັບເງິນປະມານ 413 ລ້ານໂດລາຈາກພໍ່ຂອງ
ທ່ານ, ທ່ານ ເຟຣັດ ທຣຳ, ເພິ່ນແມ່ນເຈົ້າພໍ່ອະສັງຫາລິມະຊັບໃນນະຄອນ ນິວຢອກ.

ທ່ານ ເຟ​ຣັດ ທຣຳ ໄດ້​ເລີ່ມ​ໂອ​ນ​ເງິນ​ໃຫ້​ທ່ານ ດໍ​ໂນ​ລ ທ​ຣຳ ແລະ ອ້າຍ​ເອື້ອຍ​ນ້ອງ​ຂອງ​
ທ່ານ ຕອນທີ່ພວກເພິ່ນຍັງເປັນເດັກນ້ອຍ ແລະ ໜັງສືພິມດັ່ງກ່າວໄດ້ເວົ້າວ່າ ພວກເພິ່ນ
ຍັງໄດ້ຮັບເງິນຈາກອານາຈັກອະສັງຫາລິມາຊັບນັ້ນໃນທຸກມື້ນີ້.

ໜັງ​ສື​ພິມ​ໄດ້​ລາຍ​ງານ​ວ່າ ທ່ານ ທ​ຣຳ ໄດ້​ຊ່ວຍ​ເຫຼືອ​ພໍ່​ຂອງ​ເພິ່ນ ສ້າງ​ຄວາມ​ຮັ່ງ​ມີ​ດ້ວຍ​
ການຫຼີກລ່ຽງພາສີ, ລວມທັງສິ່ງທີ່ໜັງສືພິມດັ່ງກ່າວນັ້ນເອີ້ນວ່າ ການຫັກພາສີທີ່ບໍ່
ເໝາະສົມ.

ລາຍ​ງານ​ທີ່​ວ່າ​ນັ້ນ​ໄດ້​ກ່າວ​ຫາວ່າ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້ໃຊ້​ກົນ​ອຸ​ບາຍ​ເພື່ອຫຼຸດ​ມູນ​ຄ່າ
ຂອງການຄອບຄອງອະສັງຫາລິມະຊັບຂອງທ່ານ ທຣຳ ເພື່ອຫຼຸດຄ່າເສຍພາສີລົງຢ່າງ
ຫຼວງຫຼາຍ.

ໜັງ​ສື​ພິມ ນິວ ຢອກ ໄທ​ມ​ສ໌ ຍັງ​ໄດ້​ລາຍ​ງານ​ວ່າ ທ່ານ ດໍ​ໂນ​ລ ທ​ຣຳ ກັບ ອ້າຍ​ເອື້ອຍ​
ນ້ອງຂອງເພິ່ນ ໄດ້ຕັ້ງບໍລິສັດປອມຂຶ້ນມາ ເພື່ອເຊື່ອງຂອງຂວັນທີ່ເປັນເງິນສົດຢ່າງ
ຫຼວງຫຼາຍຈາກພໍ່ຂອງພວກເພິ່ນ.

ອີງ​ຕາມ​ໜັງ​ສື​ພິມ​ດັ່ງ​ກ່າວ​ນັ້ນ, ສະ​ຖິ​ຕິ​ພາ​ສີ​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ ຄອບ​ຄົວ ທ​ຣຳ ໄດ້
ຈ່າຍພຽງສ້ຽວດຽວຂອງພາສີ ທີ່ເຂົາເຈົ້າມີພັນທະຕ້ອງຈ່າຍໃຫ້ລັດຖະບານກາງ ພາຍ
ໃຕ້ກົດໝາຍພາສີ.

ໃນ​ຕອນ​ແລງ​ຂອງວັນ​ອັງ​ຄານ​ວານນີ້, ທຳ​ນຽບ​ຂາວ​ໄດ້ອອກ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​
ກ່ຽວກັບ ລາຍງານຂອງໜັງສືພິມ ນິວ ຢອກ ໄທມສ໌.

ໂຄ​ສົກ​ທຳ​ນຽບ​ຂາວ​ ທ່ານ​ນາງ ຊາ​ຣາ ຮັກ​ຄາ​ບີ ແຊນ​ເດີ​ສ໌ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​
ບັບນຶ່ງວ່າ “ທ່ານ ເຟຣັດ ທຣຳ ໄດ້ເສຍຊີວິດ ເກືອບຊາວປີແລ້ວ ແລະ ມັນເປັນຕາເສົ້າ
ໃຈທີ່ໄດ້ພົບເຫັນການໂຈມຕີໃນທາງທີ່ຜິດ ຕໍ່ຄອບຄົວທ່ານ ທຣຳ ໂດຍໜັງສືພິມ ນິວ
ຢອກ ໄທມສ໌ ທີ່ກຳລັງຈະລົ້ມແຫຼວນີ້. ໃນຫຼາຍທົດສະວັດທີ່ຜ່ານມາ ອົງການເກັບພາສີ
ຫຼື IRS ໄດ້ທົບທວນ ແລະໄດ້ອະນຸມັດກ່ຽວກັບການ ໂອນເງິນພວກນີ້. ຄວາມໜ້າເຊື່ອ
ຖືຂອງໜັງສືພິມ ນິວ ຢອກ ໄທມສ໌ ແລະ ສື່ ມວນຊົນອື່ນໆ ທີ່ມີຕໍ່ປະຊາຊົນ ອາເມຣິກັນ
ແມ່ນຕ່ຳທີ່ສຸດຕະຫຼອດການ ຍ້ອນວ່າ ເຂົາເຈົ້າມົວແຕ່ໂຈມຕີ ປະທານາທິບໍດີ ແລະ
ຄອບຄົວຂອງເພິ່ນ ຕະຫຼອດ 24 ຊົ່ວໂມງ 7 ມຶ້ ຕໍ່ອາທິດ ແທນທີ່ຈະລາຍງານຂ່າວ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG