ປະຊາຊົນຊາວຕູນີເຊຍ ໄດ້ເລີ້ມຕົ້ນ ການລົງຄະແນນສຽງ ໃນວັນອາທິດມື້ນີ້ ໃນການເລືອກຕັ້ງປະທານາທິບໍດີ ຂັ້ນຊີ້ຂາດ ລະຫວ່າງ ບັນດິດຫົວອະນຸລັກນິຍົມ ແຂ່ງກັບ ມະຫາເສດຖີ ດ້ານສື່ມວນຊົນ ຜູ້ທີ່ຫາກໍອອກມາຈາກຄຸກໃໝ່ໆ ຊຶ່ງເປັນການສະທ້ອນໃຫ້ເຫັນເຖິງ ການຫັນປ່ຽນຂອງວົງການການເມືອງ ຫຼັງການປະຕິວັດຂອງປະເທດນີ້.
ນັກການເມືອງນ້ອງໃໝ່ທັງຫຼາຍ ໄດ້ເອົາຊະນະພວກນັກການເມືອງລຸ້ນເກົ່າ ໃນຮອບທຳອິດ ໂດຍເນັ້ນໃຫ້ເຫັນເຖິງຄວາມບໍ່ພໍໃຈຂອງຜູ້ມີສິດອອກສຽງ ກ່ຽວກັບເລື້ອງເສດຖະກິດທີ່ຕົກຕ່ຳ ການວ່າງງານທີ່ສູງຂຶ້ນ ແລະການໃຫ້ບໍລິການແກ່ມະຫາຊົນທີ່ຂີ້ຮ້າຍ ທ່າມກາງເຫດການຂອງການລຸກຮືຂຶ້ນ ໃນລະດູບານໃໝ່ ຢູ່ທີ່ ອາຣັບ.
ໂດຍມີເລື້ອງທີ່ເປັນການຖົກຖຽງກັນ ລວມຢູ່ໃນການແຂງຂັນກັນນີ້ ຜູ້ຊີງເອົາຕຳແໜ່ງປະທານາທິບໍດີ ທ່ານ ນາບີລ ຄາຣູອີ ຫາກໍໄດ້ຖືກປ່ອຍເປັນອິດສະລະ ໃນວັນວັນພຸດທີ່ຜ່ານມານີ້ ຫຼັງຈາກທີ່ໄດ້ຖືກຂັງຄຸກ ມາໄດ້ເປັນເວລາ ດົນກວ່າເດືອນນຶ່ງ ຍ້ອນຂໍ້ຫາເປັນຜູ້ຕ້ອງສົງໄສຟອກເງິນ.
ການເລືອກຕັ້ງນີ້ ມີຄວາມຕື່ນເຕັ້ນຫຼາຍກວ່າ ການແຂ່ງຂັນເຕະບານຂອງທີມໃນທ້ອງຖິ່ນ ອີງຕາມ ການກ່າວຂອງຊາຍໜຸ່ມຄົນນຶ່ງ ທີ່ເຂົ້າຮ່ວມໃນການໂຕ້ວາທີ ທີ່ມີສີສັນຢູ່ຖະໜົນ ບົວກຸຍບາ ໃນກາງເມືອງຂອງນະຄອນຫຼວງຕູນີ້ ກ່ອນການລົງຄະແນນສຽງ.
ການລົງຄະແນນສຽງດັ່ງກ່າວ ເປັນການເລືອກຕັ້ງປະທານາທິບໍດີ ທີ່ເສລີ ນັບຕັ້ງແຕ່ການປະຕິວັດ ໃນປີ 2011 ຫຼັງຈາກການເສຍຊີວິດ ຂອງປະທານາທິບໍດີ ບີຈີ ກາອີດ ເອສເສັບຊີ ໃນເດືອນກໍລະກົດ.
ໜ່ວຍເລືອກຕັ້ງທັງຫຼາຍ ໄດ້ເປີດການລົງຄະແນນສຽງແກ່ປະຊາຊົນ 7 ລ້ານຄົນ ເມື່ອຕອນ 8 ໂມງເຊົ້າ ແລະ ມີກຳນົດຈະປິດລົງໃນເວລາ 6 ໂມງແລງ. ຄາດກັນວ່າ ຜົນການຢັ່ງຫາງສຽງຂອງຜູ້ລົງຄະແນນສຽງ ນັ້ນ ຈະອອກມາພາຍໃນຕອນຄ່ຳວັນອາທິດມື້ນີ້.
ໃນຕອນຄ່ຳວັນສຸກຜ່ານມານີ້ ທ່ານຄາຣູອີ ແລະ ອາຈາກສອນດ້ານກົດໝາຍ ທ່ານກາອິສ ຊາອີດ ໄດ້ພາກັນອອກມາໂຕ້ວາທີກັນ ແບບຊ້ອງໜ້າ ຜ່ານທາງໂທລະພາບ ທີ່ບໍ່ເຄີຍມີມາກ່ອນ ຊຶ່ງເປັນຄັ້ງສຸດທ້າຍທີ່ຈະຮຽກຮ້ອງສຽງສະໜັບສະໜຸນ.
ທ່ານຄາຣູອີ ອາຍຸ 56 ປີ ເປັນນັກທຸລະກິດມະຫາເສດຖີໄດ້ປາກົດວ່າ ຮູ້ສຶກຜ່ອນຄາຍ ແຕ່ບາງຄັ້ງບາງຄາວກໍຮູ້ສຶກລັງເລໃຈ. ໃນການກ່າວ ດ້ວຍສຳນຽງຂອງຕູນີເຊຍ ທ່ານໄດ້ກ່າວເຖິງເລື້ອງຫຼັກ ເຊັ່ນເສດຖະກິດທີ່ເປີດເສລີ ແລະການຕໍ່ສູ້ຄວາມຍາກຈົນ.
ເອົາຈິງເອົາຈັງ ແຕ່ກໍຍັງຮູ້ສຶກແບບສະບາຍໆ ກໍຄືຜູ້ສະໝັກທີ່ເປັນອິດສະລະ ອາຍຸ 61 ປີ ທ່ານຊາອີດ ໄດ້ຮຽກຮ້ອງໃຫ້ກະຈາຍອຳນາດລັດຖະບານ ແລະຕຳໜິຕິຕຽນ ລະບົບພັກພວກຂອງປະເທດ ໃນຍຸກສະໄໝດັ່ງເດີມຂອງອາຣັບ.