ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຮງງານຫໍ່ຊີ້ນ ກັບກຳມະກອນຊາວ ມຸສລິມ ລະງັບຄວາມຂັດແຍ້ງ ກ່ຽວກັບ ຄວາມບໍ່ຍຸຕິທຳ


ພາບຕາເວັນຂຶ້ນຈາກໂຮງງານຊີ້ນແປຮູບ ຂອງບໍລິສັດ Cargill Meat Solutions, ເມືອງ ຝອດ ມໍແກັນ, ລັດໂຄໂລຣາໂດ. 11 ມັງກອນ 2016.
ພາບຕາເວັນຂຶ້ນຈາກໂຮງງານຊີ້ນແປຮູບ ຂອງບໍລິສັດ Cargill Meat Solutions, ເມືອງ ຝອດ ມໍແກັນ, ລັດໂຄໂລຣາໂດ. 11 ມັງກອນ 2016.

ບໍລິສັດຫໍ່ຊີ້ນໃຫຍ່ແຫ່ງນຶ່ງໃນ ສະຫະລັດ ໄດ້ຕົກລົງທີ່ຈະຈ່າຍເງິນ 1 ລ້ານ 5 ແສນໂດ
ລາ ເພື່ອລະງັບຂໍ້ກ່າວຫາຕ່າງໆ ກ່ຽວກັບ ການແບ່ງແຍກທີ່ປະກອບມີກຳມະກອນຊາວ
ມຸສລິມ ຜູ້ທີ່ໄດ້ນັດຢຸດງານຍ້ອນຄວາມຂັດແຍ້ງ ກ່ຽວກັບ ເວລາພັກສູດມົນ.

ຄະນະກຳມາທິການ ໂອກາດການເຮັດວຽກທີ່ເທົ່າທຽມກັນຂອງ ສະຫະລັດ ຫຼື EEOC
ໄດ້ປະກາດການລະງັບບັນຫາທາງການເງິນໃນວັນສຸກທີ່ຜານມາ ລຸນຫຼັງຄະດີຄວາມທີ່
ແກ່ຍາວມາໄດ້ຫຼາຍປີ ລະຫວ່າງ ບໍລິສັດ Cargill Meat Solutions ກັບ ກຳມະກອນ
ຊາວມຸສລິມ 138 ຄົນ, ສ່ວນໃຫຍ່ແມ່ນຜູ້ຍົກຍ້າຍຖິ່ນຖານມາຈາກປະເທດ ໂຊມາເລຍ.

ຄວາມຂັດແຍ້ງໄດ້ເລີ່ມຂຶ້ນ ໃນທ້າຍປີ 2016 ຫຼັງຈາກກຳມະກອນຫຼາຍຄົນ ໄດ້ຖືກໄລ່
ອອກ ລຸນຫຼັງການນັດຢຸດງານ 3 ວັນຢູ່ໂຮງງານຫໍ່ຊີ້ນໃນເມືອງ ຝອດ ມໍແກັນ ລັດໂຄ
ໂລຣາໂດ ທາງພາກຕາເວັນອອກຂອງ ສະຫະລັດ.

ຜູ້ບໍລິຫານໄດ້ປ່ຽນນະໂຍບາຍຕ່າງໆ ທີ່ອະນຸຍາດໃຫ້ກຳມະກອນຊາວມຸສລິມ ພັກສູດ
ມົນໄລຍະສັ້ນ.

ຄະນະກຳມະການ EEOC ກ່າວວ່າເຂົາເຈົ້າ “ມີເຫດຜົນທີ່ເຊື່ອຖືໄດ້ວ່າ ພະນັກງານ
ຊາວ ໂຊມາເລຍ, ອາຟຣິກັນ ແລະ ມຸສລິມ ໄດ້ຖືກລ່ວງລະເມີດ, ປະຕິເສດການຮຽກ
ຮ້ອງຂອງເຂົາເຈົ້າສຳລັບການພັກສູດມົນ ແລະ ຖືກໄລ່ອອກ.”

ບໍລິສັດ Cargill ບໍ່ໄດ້ເຫັນພ້ອມແຕ່ໄດ້ກ່າວວ່າ ເຂົາເຈົ້າລະງັບຄວາມຂັດແຍ້ງເພື່ອທີ່
ຈະຫຼີກລ່ຽງການຟ້ອງຮ້ອງໃນຄັ້ງຕໍ່ໄປ. ບໍລິສັດດັ່ງກ່າວຍັງໄດ້ເວົ້າວ່າ ເຂົາເຈົ້າມີຄວາມ
ຍິນດີ ທີ່ຈະອະນຸຍາດໃຫ້ “ກຳມະກອນມຸສລິມ ພັກເປັນເວລາສັ້ນ ເພື່ອປະຕິບັດພັນທະ
ໃນການສູດມົນຂອງເຂົາເຈົ້າ.”

ສະຫະພັນ Teamster ໃນທ້ອງຖິ່ນທີ່ເປັນຕົວແທນໃຫ້ພວກກຳມະກອນຈະຈ່າຍເງິນ
ໃຫ້ເຂົາເຈົ້າ 153,000 ໂດລາ ເພື່ອລະງັບການຮ້ອງທຸກ ກ່ຽວກັບ ການແບ່ງແຍກທີ່
ເຊື່ອມໂຍງກັບຄວາມຂັດແຍ້ງນັ້ນ. ຄະນະກຳມາທິການ EEOC ກ່າວວ່າ ສະຫະພາບ
Teamster ເລກທີ 455 ບໍ່ສາມາດທີ່ຈະໃຫ້ການສະໜັບສະໜູນແກ່ພວກກຳມະກອນ
ຜູ້ທີ່ໄດ້ຈ່າຍຄ່າເປັນສະມາຊິກຂອງສະຫະພາບນັ້ນ ແລະ ໄດ້ລ່ວງລະເມີດເຂົາເຈົ້າ
ຍ້ອນເຊື້ອຊາດສີຜິວ, ສາສະໜາ ແລະ ປະເທດທີ່ເກີດຂອງເຂົາເຈົ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິິດ

XS
SM
MD
LG