ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດລ້ານຊ້າງມິນເນີຣອລ ວ່າ ແຮ່ຄໍາຢູ່ເຊໂປນ ໃກ້ຈະ ໝົດໄປແລ້ວ


ໂຮງງານຫລອມຄໍາ ແລະທອງແດງທີ່ເຊໂປນ
ໂຮງງານຫລອມຄໍາ ແລະທອງແດງທີ່ເຊໂປນ

ຜູ້ອໍານວຍການບໍລິຫານບໍ່ແຮ່ເຊໂປນຢືນຢັນວ່າ ແຮ່ຄໍາຈະຖືກຂຸດຄົ້ນໝົດພາຍໃນປີ 2013 ໂດຍຖ້າຫາກວ່າຍັງບໍ່ມີການສໍາຫຼວດພົບແຮ່ຄໍາແຫຼ່ງໃໝ່ ກໍຈະຍັງເຫຼືອພຽງການຜະລິດ ແຮ່ທອງແດງ ເທົ່ານັ້ນ.

ທ່ານ ສະໝານ ອະເໜກາ ຜູ້ອໍານວຍການບໍລິສັດລ້ານຊ້າງມິນເນີຣອລຈໍາກັດ ຊຶ່ງເປັນ ກຸ່ມຜູ້ລົງທຶນໃນການຂຸດຄົ້ນແຮ່ຄໍາ ແລະທອງແດງຢູ່ໃນເຂດເມືອງເຊໂປນ ແລະເມືອງ
ວິລະບູລີ ຂອງແຂວງສະຫວັນນະເຂດນັ້ນ ໄດ້ໃຫ້ການຍອມຮັບວ່າ ການຂຸດຄົ້ນແຮ່ຄໍາ
ໃນຕະຫຼອດໄລຍະ 10 ປີມານີ້ ໄດ້ເປັນຜົນເຮັດໃຫ້ແຮ່ຄໍາຢູ່ໃນເຂດສໍາປະທານ ລົດປະ
ລິມານລົງຢ່າງຕໍ່ເນື່ອງ ໂດຍຜົນຈາກການສໍາຫຼວດຫລ້າສຸດ ເຮັດໃຫ້ສາມາດປະເມີນ
ໄດ້ວ່າ ປະລິມານແຮ່ຄໍາທີ່ເຫຼືອຢູ່ໃນເວລານີ້ ຈະຖືກຂຸດຄົ້ນຂຶ້ນມາຈົນໝົດ ພາຍໃນປີ
2013.

ຊຶ່ງກໍໝາຍຄວາມວ່າ ຖ້າຫາກພາຍໃນປີ 2013 ຍັງຄົງບໍ່ມີການສໍາຫຼວດພົບແຮ່ຄໍາແຫຼ່ງ
ໃໝ່ນັ້ນ ກໍຍ່ອມຈະເປັນຜົນເຮັດໃຫ້ເໝືອງແຮ່ເຊໂປນຍັງເຫຼືອ ພຽງຜົນຜະລິດຈາກແຮ່
ທອງແດງເທົ່ານັ້ນ ນັບຈາກປີ 2014 ເປັນຕົ້ນໄປ ສ່ວນແຮ່ຄໍາທີ່ຍັງເຫຼືອຢູ່ໃນເວລານີ້ ກໍຄາດວ່າຈະມີປະມານພຽງບໍ່ເກີນ 65,000 ອອນໃນປີ 2012 ນີ້ ແລະກໍຈະຫລຸດລົງ
ເຫຼືອພຽງແຕ່ 60,000 ອອນເທົ່ານັ້ນ ໃນປີ 2013 ດັ່ງກ່າວ.

ທ່ານ ສິດທິພອນ ເທບພະສີ (ຂວາ) ຫົວໜ້າກົມຄຸ້ມຄອງບໍລິສັດລັດ ວິສາຫະກິດ, ກະຊວງການເງິນ, ຮັບເງິນ 15 ລ້ານໂດລາ ຈາກທ່ານ Andrew Patterson, ຜູ້ຈັດການທົ່ວໄປຂອງບໍລິສັດ ລ້ານຊ້າງ ມິນເນີຣອລຈໍາກັດ ເມື່ອວັນທີ 20 ກຸມພາ 2012.
ທ່ານ ສິດທິພອນ ເທບພະສີ (ຂວາ) ຫົວໜ້າກົມຄຸ້ມຄອງບໍລິສັດລັດ ວິສາຫະກິດ, ກະຊວງການເງິນ, ຮັບເງິນ 15 ລ້ານໂດລາ ຈາກທ່ານ Andrew Patterson, ຜູ້ຈັດການທົ່ວໄປຂອງບໍລິສັດ ລ້ານຊ້າງ ມິນເນີຣອລຈໍາກັດ ເມື່ອວັນທີ 20 ກຸມພາ 2012.

ສໍາລັບປີ 2011 ທີ່ຜ່ານມານັ້ນ
ບໍລິສັດລ້ານຊ້າງມິນເນີຣອລ
ຈໍາກັດ ສາມາດຂຸດຄົ້ນແຮ່ຄໍາ
ໄດ້ໃນປະລິມານລວມ 74,484
ອອນຊ໌ ແລະຂຸດຄົ້ນແຮ່ທອງແດງ
ໄດ້ 78,859 ໂຕນ ຫລືເພີ້ມຂຶ້ນ
ຈາກປີ 2010 ຄິດເປັນສັດສ່ວນ
ເຖິງ 23% ຊຶ່ງກໍເຮັດໃຫ້ບໍລິສັດ
ລ້ານຊ້າງມິນເນີຣອລ ຈໍາກັດ
ເຊື່ອໝັ້ນວ່າ ຜົນຜະລິດແຮ່ທອງ
ແດງໃນປີ 2012 ນີ້ຈະມີປະລິ
ມານຫລາຍກວ່າ 80 ພັນໂຕນ
ຢ່າງແນ່ນອນ.

ນອກຈາກນີ້ ບໍລິສັດລ້ານຊ້າງ ມິນເນີຣອລຈໍາກັດ ຍັງໄດ້ລາຍງານອີກດ້ວຍວ່າ ໃນປີ 2011
ທີ່ຜ່ານມາ ທາງບໍລິສັດໄດ້ຊໍາລະພັນທະຕ່າງໆໃຫ້ແກ່ລັດຖະບານລາວ ຄິດເປັນມູນຄ່າລວມ
205 ລ້ານໂດລາ ໂດຍລວມເຖິງເງິນປັນຜົນ ຈາກການຮ່ວມທຶນຂອງລັດຖະບານລາວ ໃນ
ມູນຄ່າ 15 ລ້ານ ໂດລາອີກດ້ວຍ. ແຕ່ຖ້າຫາກຈະຄິດໄລ່ນັບຈາກທີ່ໄດ້ເລີ້ມການຂຸດຄົ້ນໃນ
ໄລຍະ 10 ປີມານີ້ ກໍຈະເຫັນໄດ້ວ່າ ລັດຖະບານລາວ ໄດ້ຮັບຜົນປະໂຫຍດຈາກບໍ່ແຮ່ເຊໂປນ ຄິດເປັນມູນຄ່າລວມເກີນກວ່າ 800 ລ້ານໂດລາ ແລ້ວນັ້ນເອງ.

ແຕ່ຢ່າງໃດກໍຕາມ ບັນຫາທີ່ອົງການອະນຸລັກຊັບພະຍາກອນທໍາມະຊາດລະດັບສາກົນ ມີຄວາມເປັນຫວ່ງຫຼາຍທີ່ສຸດຕໍ່ການຂຸດຄົ້ນແຮ່ທາດຢູ່ໃນລາວໃນທຸກມື້ນີ້ ກໍຄືບັນຫາຜົນ
ກະທົບ ຕໍ່ສະພາບແວດລ້ອມທໍາມະຊາດ ທີ່ຈະສົ່ງຜົນກະທົບຕໍ່ເນື່ອງເຖິງສະພາບຊີວິດ
ການເປັນຢູ່ຂອງປະຊາຊົນລາວ ອີກດ້ວຍ ຫາກແຕ່ທາງບໍລິສັດລ້ານຊ້າງໄມເນລໍຈໍາກັດ
ກໍໄດ້ໃຫ້ການຢືນຢັນວ່າ ບໍລິສັດໄດ້ໃຫ້ຄວາມສໍາຄັນຢ່າງຍິ່ງກັບການອະນຸລັກສັດປ່າແລະ ການຄຸ້ມຄອງສະພາບແວດລ້ອມທໍາມະຊາດ ທີ່ໄດ້ດໍາເນີນການຄຽງຄູ່ກັນໄປກັບການຍົກ
ລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ ສ່ວນການອະນຸລັກສັດປ່າ ແລະການຄຸ້ມຄອງສະພາບແວດລ້ອມທໍາມະຊາດນັ້ນ ກໍຍັງຄົງດໍາເນີນໄປຢ່າງຕັ້ງໜ້າດັ່ງທີ່ ທ່ານສະໝານ ໄດ້ໃຫ້ການຊີ້ແຈງວ່າ:

ຄໍາທີ່ຂຸດຄົ້ນມາຈາກບໍ່ຄໍາ ເຊໂປນ
ຄໍາທີ່ຂຸດຄົ້ນມາຈາກບໍ່ຄໍາ ເຊໂປນ

ພວກເຮົາໄດ້ມີການປະ
ກອບສ່ວນເຊັ່ນຕົວຢ່າງ
ວ່າ ການອະນຸລັກຊີວະ
ນາໆພັນ
ທີ່ພວກເຮົາມີ
ທຶນໃຫ້ອົງການຕ່າງຫັນ
ນະ ນອກຈາກນັ້ນກໍຍັງ
ມີການທີ່ວ່າ
ພວກເຮົາ
ໄດ້ປະກອບສ່ວນເຂົ້າໃນ
ງານສັງຄົມ ເຊັ່ນຕົວຢ່າງ
ວ່າ ງານສໍາຄັນໆຂອງຊາດ
ຄືດັ່ງທີ່ຮູບປັ້ນຂອງເຈົ້າອາ
ນຸວົງ ຊຶ່ງເປັນວິລະກະສັດ
ຂອງລາວກະແມ່ນບໍ່ຄໍາບໍ່ທອງເຊໂປນເຮົາໄດ້ປະກອບສ່ວນ 8 ໂຕນທອງ ພວກເຮົາກໍໄດ້
ໃຫ້ປະກອບສ່ວນນໍາ. ອັນນີ້ກໍເປັນສ່ວນນຶ່ງຂອງສິ່ງທີ່ນອກເໜືອ ຈາກການຜະລິດຂອງ
ພວກເຮົາເນາະ.

ປັດຈຸບັນ ລັດຖະບານລາວໄດ້ອະນຸມັດສໍາປະທານການສໍາຫລວດ ແລະຂຸດຄົ້ນແຮ່ທາດ
ກັບບັນດາ ບໍລິສັດເອກກະຊົນລາວ ແລະຕ່າງຊາດໄປແລ້ວເຖິງ 184 ບໍລິສັດ ຊຶ່ງໃນນີ້
ເປັນບໍລິດສັດຕ່າງຊາດ 184 ບໍລິສັດ ໂດຍໃນນີ້ ເປັນບໍລິສັດເອກະຊົນ ແລະຕ່າງຊາດ
ທີ່ໄດ້ຮັບສໍາປະທານໃນ 200 ກວ່າໂຄງການ ແລະເອກະຊົນລາວ 44 ກວ່າບໍລິສັດ ກໍ່ໄດ້
ສຳປະທານ ໃນບໍລິສັດສ່ວນອີກ 100 ກວ່າໂຄງການນັ້ນ ຕາມລໍາດັບ.

XS
SM
MD
LG