ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ. ຄາແວນໍ ທີ່ຖືກສະເໜີ ໃຫ້ເປັນ ຜູ້ພິພາກສາ ສານສູງສຸດ ປະຕິເສດ ຕໍ່ການກ່າວຫາ ລວນລາມ ທາງເພດ


ທ່ານ ແບຣັດ ຄາແວນໍ ຕອບຄຳຖາມ ໃນລະຫວ່າງ ການໃຫ້ສຳພາດ ກັບ ໂທ​ລະ​ພາບ ຟັອກ​ສ​ນິວ​ສ໌, ວັນທີ 24 ກັນຍາ 2018, ໃນນະຄອນຫຼວງ ວໍຊິງຕັນ, ກ່ຽວກັບ ການກ່າວຫາ ລວນລາມທາງເພດ ເຊິ່ງເປັນການກະທຳທີ່ຜິດ ຕໍ່ຜູ້ຖືກສະເໜີແຕ່ຕັ້ງ ໃຫ້ເປັນຜູ້ພິພາກສາສານສູງສຸດ.
ທ່ານ ແບຣັດ ຄາແວນໍ ຕອບຄຳຖາມ ໃນລະຫວ່າງ ການໃຫ້ສຳພາດ ກັບ ໂທ​ລະ​ພາບ ຟັອກ​ສ​ນິວ​ສ໌, ວັນທີ 24 ກັນຍາ 2018, ໃນນະຄອນຫຼວງ ວໍຊິງຕັນ, ກ່ຽວກັບ ການກ່າວຫາ ລວນລາມທາງເພດ ເຊິ່ງເປັນການກະທຳທີ່ຜິດ ຕໍ່ຜູ້ຖືກສະເໜີແຕ່ຕັ້ງ ໃຫ້ເປັນຜູ້ພິພາກສາສານສູງສຸດ.

ທ່ານ​ແບ​ຣັດ ຄາ​ແວ​ນໍ ຜູ້​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ​ສະ​ເໜີຊື່ແຕ່ງ
​ຕັ້ງ ໃຫ້​ເປັນ​ຜູ້​ພິ​ພາກ​ສາ​ສານ​ສູງ​ສຸດຂອງ​ສະ​ຫະ​ລັດ ທີ່​ກຳ​ລັງ​ດີ້ນ​ຮົນ​ຢູ່​ໃນຂະ​ນະ​ນີ້ ​ກ່າວ
​ຕໍ່​ໂທ​ລະ​ພາບ​ຟັອກ​ສ​ນິວ​ສ໌ ​ວ່າ ທ່ານ​ຈະ​ບໍ່​ຍອມ​ຖອນ​ຊື່​ຈາກ​ການພິຈາ​ລະ​ນາ ທັງໆ​ທີ່​ຖືກ
​ກ່າວຫາ​ວ່​າ ທ່ານ​ໄດ້​ລ່ວງ​ລະ​ເມີດ​ທາງ​ເພດ. ທ່ານ​ໄດ້​ຮຽກ​ຮ້ອງ ​ໃຫ້​ມີ​ການດຳ​ເນີນ​ຂັ້ນ
​ຕອນ​ ຢ່າງ​ເປັນ​ທຳ. ໃນ​ຂະ​ນະ​ດຽວ​ກັນ ສະ​ມາ​ຊິກ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ ​ແລະ ພັກ
​ເດ​ໂມ​ແຄ​ຣັດ ພວມ​ມີ​ການ​ໂຕ້​ຖຽງ​ກັນ ​ກ່ຽວ​ກັບ​ວ່າ ຈະ​ຈັດ​ການກ່ຽວ​ກັບ​ການ​ກ່າວ​ຫາ
​ເຫຼົ່າ​ນີ້​ແບບ​ໃດ.

ທ່ານ​ແບ​ຣັດ ຄາ​ແວ​ນໍ ຜູ້​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ​ສະ​ເໜີຊື່ ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້​ພິ​
ພາກ​ສາ​ສານ​ສູງ​ສຸດ ຂອງ​ສະ​ຫະ​ລັດ ພວມ​ທຳ​ການ​ຕໍ່​ສູ້​ຕ້ານ​ຄືນ ການກ່າວ​ຫາກ່ຽວ​ກັບ
​ການ​ລ່ວງ​ລະ​ເມີດ​ທາງ​ເພດ. ໃນ​ການ​ໃຫ້​ສຳ​ພາດ​ພິ​ເສດ ໃນ​ວັນ​ຈັນ​ວານນີ້ ຜູ້​ພິ​ພາກ​ສາ
​ຄາ​ແວ​ນໍ ໄດ້​ກ່າວ​ຕໍ່​ໂທ​ລະ​ພາບ ຟັອກ​ສ​ນິວ​ສ໌ ​ວ່າ “ຂ້າ​ພະ​ເຈົ້າ​ຈ​ະ​ບໍ່​ປ່ອຍ​ໃຫ້ ການ​ກ່າວ
​ຫາ​ທີ່​ຜິດ​ພາດ ກົດດັນ​ໃຫ້​ພວກ​ເຮົາ​ ອອກ​ຈາກ​ຂັ້ນ​ຕອນນີ້​ໄປ.”

ການ​ແຕ່ງ​ຕັ້ງ​ທ່ານ​ຄາ​ແວ​ນໍ ໃຫ້​ເປັນ​ຜູ້​ພິ​ພາກ​ສາ​ສານ​ສູງ​ສຸດ ໄດ້​ຖືກ​ຂົ່ມ​ຂູ່​ຫວ່າງ​ບໍ່​ດົນ
​ມານີ້ ໂດຍ​ການ​ກ່າວ​ອ້າງ​ ຂອງ​ທ່ານ​ນາງ ຄຣິສຕິນ ແບລຊີ ຝອດ ທີ່ວ່າ​ທ່ານຄາ​ແວ​ນໍ​
ໄດ້​ລວນ​ລາມ​ທາງ​ເພດ​ຕໍ່​ທ່ານ​ນາງ ເວ​ລາ​ພວກ​ເພິ່ນ​ເຂົ້າ​ໂຮງ​ຮຽນນຳ​ກັນ. ແມ່​ຍິງ​ຄົນ​ທີ​
ສອງ​ໄດ້​ອອກ​ມາ ໂດຍ​ກ່າວ​ອ້າງວ່າ ທ່ານ​ຄ​າ​ແວ​ນໍ​ໄດ້​ເຜີຍແບໂຕ​ລາວ​ຕໍ່​ນາງ ໃນ​ຂະ​ນະ
​ທີ່​ພວກ​ເພິ່ນ​ເປັນ​ນັກ​ສຶ​ກ​ສາ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ເຢ​ລ.

ທ່ານ​ຄາ​ແວ​ນໍ ໄດ້​ປະ​ຕິ​ເສດ​ຕໍ່​ການ​ກ່າວ​ອ້າງ​ທັງ​ສອງ ໂດຍ​ຂຽນ​ໃນ​ຈົດ​ໝາຍ​ໄປ​ຫາ
​ບັນ​ດາ​ຜູ້​ນຳ​ຂອງ​ລັດ​ຖະ​ສະ​ພາ​ວ່າ ການ​ກ່າວ​ຫາ​ເຫຼົ່າ​ນັ້ນ​ແມ່ນ​ເປັນ​ຄວາມ​ພະຍາ​ຍາມ
​ທີ່​ຈຳ​ທຳ​ລາຍ “ຊື່​ສຽງ” ຂອງ​ທ່ານ.

ຜູ້​ພິ​ພາກ​ສາ ​ຄາ​ແວ​ນໍ ກ່າວ​ຕໍ່​ໂທ​ລະ​ພາບ​ຟັອກ​ສ​ນິວ​ສ໌​ວ່າ “ຂ້າ​ພ​ະ​ເຈົ້າ​ບໍ່​ເຄີຍ​ລວນ​ລາມ​
ທາງ​ເພດ​ຕໍ່​ຜູ້​ໃດ​ເລີຍ ບໍ່​ວ່າ​ຢູ່​ມັດ​ທະ​ຍົມ​ປາຍ ບໍ່​ເຄີຍ​ຈັກ​ເທື່ອ.”

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ​ທີ່​ໄປ​ຖະ​ແຫຼງ​ຢູ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທີ່​ນະ​ຄອນ​ນິວ ຢອກ
ຍັງ​ໄດ້​ກ່າວ​ປ້ອງ​ກັນ​ຜູ້​ທີ່​ທ່ານ​ໄດ້​ແຕ່ງ​ຕັ້ງ ໂດຍ​ເວົ້າ​ວ່າ “ຜູ້​ພິ​ພາກ​ສາ​ຄາ​ແວ​ນໍ ເປັນ​ບຸກ
​ຄົນ​ທີ່​ດີ​ເດັ່ນ ແລະ​ຂ້າ​ພະ​ເຈົ້າ ​ແມ່ນ​ສະ​ໜັບ​ສະ​ໜຸນ​ທ່ານ ​ຕະ​ຫຼອດໄປ.”

ສຽງຮ້ອງດັງຂຶ້ນວ່າ “ພວກ​ເຮົາ​ຈະ​ບໍ່​ກັບ​ຄືນ​ໄປ”

ສ່ວນ​ຢູ່​ທີ່​ນະ​ຄອນ​ຫຼວງ ວໍ​ຊິງ​ຕັນ ພວກ​ປະ​ທ້ວງ​ຕໍ່​ຕ້ານ​ທ່ານ​ຄາ​ແວ​ນໍ​ໄດ້​ຖືກ​ຈັບ ​ແລະ
​ຖືກ​ນຳ​ຕົວ​ອອກ​ໄປ ຂະ​ນະ​ທີ່​ສຽງ​ຮ້ອງ​ໂຮ​ຂອງ​ພວກ​ເຂົາ​ເຈົ້າໄດ້​ດັງ​ກ້ອງທົ່ວ​ຫ້ອງ​ໂຖງ ​
ຂອງ​ຕຶກ​ລັດ​ຖະ​ສະ​ພາ.

ສຽງຮ້ອງດັງຂຶ້ນອີກວ່າ “ສານ​ຂອງ​ໃຜ? ສານ​ຂອງ​ພວກ​ເຮົາ?”

ພວກ​ຜູ້​ນຳ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ​ໄດ້​ພາບ​ກ່ຽວ​ກັບ​ການ​ກ່າວ​ຫານີ້​ວ່າ ເປັນ​ສ່ວນ​ນຶ່ງ​ ໃນ
​ການ​ “ປຸກ​ລະ​ດົມເພື່ອ​ທຳ​ລາຍ​ຊື່​ສຽງ” ໂດຍ​ພັກ​ເດ​ໂມ​ແຄ​ຣັດ ທີ່​ກຳ​ລັງ​ຕໍ່​ສູ້​ຄັດຄ້ານ​ຕໍ່ ​
ການ​ແຕ່ງ​ຕັ້ງ​ທ່ານ ຕັ້ງ​ແຕ່​ເລີ້ມ​ຕົ້ນ​ມາ​ແລ້ວນັ້ນ.

Supreme Court Nominee in TV Interview Rejects Sexual Misconduct Accusations
please wait

No media source currently available

0:00 0:02:02 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG