ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ McConnell ເລື່ອນການລົງຄະແນນສຽງ ຮ່າງກົດໝາຍປະກັນສຸຂະພາບ ຫຼັງຈາກການຜ່າຕັດ ຂອງທ່ານ McCain


ຜູ້ນຳສຽງສ່ວນຫຼາຍ ສະພາສູງ ທ່ານ Mitch McConnell ພ້ອມກັບ ສະມາຊິກສະພາສູງພັກຣີພັບບລີກັນ ຈາກລັດ Wyoming, ຊ້າຍ, ທ່ານ John Barrasso, ແລະ ສະມາຊິກສະພາສູງພັກຣີພັບບລີກັນ ລັດ South Dakota ທ່ານ John Thune, ພົບປະກັບບັນດານັກຂ່າວທີ່ລັດຖະສະພາ Capitol Hill. 11 ກໍລະກົດ, 2017.
ຜູ້ນຳສຽງສ່ວນຫຼາຍ ສະພາສູງ ທ່ານ Mitch McConnell ພ້ອມກັບ ສະມາຊິກສະພາສູງພັກຣີພັບບລີກັນ ຈາກລັດ Wyoming, ຊ້າຍ, ທ່ານ John Barrasso, ແລະ ສະມາຊິກສະພາສູງພັກຣີພັບບລີກັນ ລັດ South Dakota ທ່ານ John Thune, ພົບປະກັບບັນດານັກຂ່າວທີ່ລັດຖະສະພາ Capitol Hill. 11 ກໍລະກົດ, 2017.

ຜູ້ນຳສຽງສ່ວນຫຼາຍໃນສະພາສູງ ສະຫະລັດ ທ່ານ Mitch McConnell ກ່າວວ່າ ທ່ານ
ຈະເລື່ອນການລົງຄະແນສຽງ ສຳລັບຮ່າງກົດໝາຍ ສຸຂະພາບສະບັບແກ້ໄຂໃໝ່ ອອກ
ໄປ. ຄຳປະກາດຂອງທ່ານMcConnell ໄດ້ມີຂຶ້ນ ລຸນຫຼັງຂ່າວທີ່ວ່າ ພວກທ່ານໝໍ ໄດ້
ໃຫ້ຄຳແນະນຳວ່າ ສະມາຊິກສະພາສູງ ທ່ານ McCain ຕ້ອງໄດ້ຢູ່ໂຮງໝໍໄປຕື່ມ ໃນລັດ
ອາຣີໂຊນາ ເປັນເວລານຶ່ງອາທິດ ລຸນຫຼັງການຜ່າຕັດ ໃນວັນເສົາວານນີ້ ຫຼັງຈາກໄດ້ເອົາ
ກ້ອນເລືອດອອກຈາກເທິງໜ່ວຍຕາເບື້ອງຊ້າຍຂອງທ່ານ. ໃນຄຳຖະແຫຼງສະບັບນຶ່ງນັ້ນ
ທ່ານ McConnell ເວົ້າວ່າ “ທ່ານນາງ Elaine ກັບຂ້າພະເຈົ້າ ພ້ອມດ້ວຍຄອບຄົວຂອງ
ສະພາສູງທຸກຄົນປາດຖະໜາຢາກໃຫ້ທ່ານ John ຊ່ວງຫາຍໄວໆ. ໃນຂະນະທີ່ທ່ານ
John ຟື້ນຄືນຢູ່ນີ້ທາງສະພາສູງ ກໍຈະສືບຕໍ່ຮ່າງກົດໝາຍຕ່າງໆ ທັງຈະພິຈາລະນາລາຍ
ຊື່ບຸກຄົນສຳຄັນ ແລະ ຈະເລື່ອນການພິຈາລະນາໃດໆ ເລື່ອງສຸຂະພາບໄວ້ກ່ອນ.”
ການ
ຂາດທ່ານ McCain ໄປໃນການລົງຄະແນນສຽງທີ່ໃກ້ຊິດກັນທີ່ສຸດ ໃນສະພາສູງ ຈະເຮັດ
ໃຫ້ຮ່າງກົດໝາຍສຸຂະພາບເປັນອັນຕະລາຍ.

ພັກຣິພັບລິກັນ ຂອງສະພາສູງ ຈຳເປັນຕ້ອງໄດ້ຮັບ​ 50 ສຽງ ເພື່ອຈະສະສາງອຸບປະສັກ
ດັ່ງກ່າວໄດ້. ພັກດັ່ງກາວມີ 52 ບ່ອນນັ່ງໃນສະພາສູງ ແຕ່ສະມາຊິກສະພາສູງສອງທ່ານ
ຄື ທ່ານ ແຣນ ພອລ ຈາກລັດ ແຄນຕັກກີ ກັບທ່ານນາງ ຊູຊານ ຄອນລິນສ ຈາກລັດ ເມນ
ໄດ້ເວົ້າໄປແລ້ວວ່າ ພວກເພິ່ນຈະບໍ່ປ່ອນບັດເອົາຮ່າງກົດໝາຍດັ່ງກ່າວ.

ໃນສັບປະດາແລ້ວນີ້ ທ່ານ McConnell ໄດ້ຕັດສິນໃຈລົບລ້າງການຢຸດພັກສອງອາທິດ
ຂອງສະພາສູງຕາມປະເພນີໃນເດືອນສິງຫາ ເພື່ອປ່ອຍໃຫ້ໄດ້ມີເວລາຫຼາຍຂຶ້ນ ໃນການ
ເຮັດວຽກ ສຳລັບຮ່າງກົດໝາຍດັ່ງກ່າວ.ທ່ານ ມັກເຄນ ທີ່ມີອາຍຸໄດ້ 80 ປີພວມພັກຜ່ອນຢູ່ຢ່າງສະບາຍ ອີງຕາມຖະແຫຼງການສະບັບນຶ່ງຂອງໂຮງພະຍາບານໃນຣັດອາຣີໂຊນາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG