ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂະນະທີ່ ການໄວ້ອາໄລ ໃຫ້ ທ່ານແມັກເຄນ ຫຼັ່ງໄຫຼ ເຂົ້າມາຕິດໆ ການສະແດງອອກ ຂອງ ປ. ທຣຳ ໄດ້ຖືກຕຳໜິ


ນັກລົບເກົ່າ ຊາວຫວຽດນາມ ທ່ານ ຟາມ ໝິນ ຈຸກ (Pham Minh Chuc) ອາຍຸ 81 ປີ ກຳລັງສະແດງຄວາມເຄົາລົບ ຫຼັງຈາກ ທ່ານ ໄດ້ຂຽນສະແດງຄວາມເສຍໃຈ ລົງໃນປຶ້ມແລ້ວ ຢູ່ໃກ້ກັບຮູບພາບ ຂອງມື້ລາງ ທ່ານ ຈອນ ແມັກເຄນ ສະມາຊິກສະພາສູງ ລັດອາຣີໂຊນາ ກ່ຽວກັບ ການເສຍຊີວິດຂອງທ່ານ ຢູ່ທີ່ສະຖານທູດ ສະຫະລັດ ໃນນະຄອນຫຼວງ ຮາໂນ່ຍ ຂອງຫວຽດນາມ, ວັນທີ 27 ສິງຫາ 2018.
ນັກລົບເກົ່າ ຊາວຫວຽດນາມ ທ່ານ ຟາມ ໝິນ ຈຸກ (Pham Minh Chuc) ອາຍຸ 81 ປີ ກຳລັງສະແດງຄວາມເຄົາລົບ ຫຼັງຈາກ ທ່ານ ໄດ້ຂຽນສະແດງຄວາມເສຍໃຈ ລົງໃນປຶ້ມແລ້ວ ຢູ່ໃກ້ກັບຮູບພາບ ຂອງມື້ລາງ ທ່ານ ຈອນ ແມັກເຄນ ສະມາຊິກສະພາສູງ ລັດອາຣີໂຊນາ ກ່ຽວກັບ ການເສຍຊີວິດຂອງທ່ານ ຢູ່ທີ່ສະຖານທູດ ສະຫະລັດ ໃນນະຄອນຫຼວງ ຮາໂນ່ຍ ຂອງຫວຽດນາມ, ວັນທີ 27 ສິງຫາ 2018.

ກຸ່ມບັນດາເຈົ້າໜ້າທີ່ ສະຫະລັດ ທັງໃນອະດີດ ແລະປັດຈຸບັນ ຈາກທັງສອງພັກການ
ເມືອງ ມີກຳນົດ ຈະເຂົ້າຮ່ວມໃນພິທີໄວ້ອາໄລ ໃຫ້ແກ່ມື້ລາງ ສະມາຊິກສະພາສູງ ຈອນ
ແມັກເຄນເຊຶ່ງເປັນນຶ່ງໃນຫຼາຍໆພິທີ ເພື່ອຈັດຂຶ້ນເປັນກຽດໃຫ້ແກ່ ທ່ານສະມາຊິສະພາ ທີ່ດຳລົງຕຳແໜ່ງ ມາເປັນເວລາຍາວນານ ຜູ້ທີ່ໄດ້ເສຍຊີວິດ ໃນວັນເສົາຜ່ານມານີ້ ລວມ
ອາຍຸໄດ້ 81 ປີ.

ພິທີດັ່ງກ່າວຢູ່ທີ່ໂບດແຫ່ງຊາດ ໃນນະຄອນຫຼວງວໍຊິງຕັນຈະປະກອບດ້ວຍການ ກ່າວ
ສະດຸດີ ໂດຍ ບັນດາອະດີດ ປະທານາທິບໍດີ ເຊັ່ນ ທ່ານ ບາຣັກ ໂອບາມາ ແລະ ທ່ານ
ຈອຣຈ໌ ດັບໂບລຢູ ບຸສ. ອະດີດ ລັດຖະມົນຕີ ວ່າການຕ່າງປະເທດ ເຮັນຣີ ຄິດຊິງເຈີ
ແລະອະດີດສະມາຊິກສະພາສູງ ໂຈເຊັບ ລີເບີແມນ ກໍຈະຂຶ້ນກ່າວສະດຸດີ ເຊັ່ນກັນ.

ບັນດາເຈົ້າໜ້າທີ່ນຳພາພິທີເຄື່ອນຫີບສົບ ກໍຈະແມ່ນ ອະດີດ ຮອງປະທານາທິບໍດີ ໂຈ
ບາຍເດນ ອະດີດລັດຖະມົນຕີປ້ອງກັນປະເທດ ທ່ານ ວີລລ້ຽມ ໂຄເຮັນ ອະດີດ ຜູ້ປົກ
ຄອງນະຄອນນິວຢອກ ທ່ານ ໄມເກີລ ບລູມເບີກ ແລະ ບັນດາອະດີດສະມາຊິກສະພາສູງ
ແກຣີ ຮາຣຕ໌, ຣັສ ໄຟນ໌ໂກລ ແລະ ຟີລ ແກຣມ.

ຫີບສົບຂອງທ່ານ ແມັກເຄນ ຈະຖືກນຳໄປຝັງ ຢູ່ທີ່ ມະຫາວິທະຍາໄລເກົ່າຂອງທ່ານ ກໍຄື
ໂຮງຮຽນນາຍຮ້ອຍ ກອງທັບເຮືອ ສະຫະລັດ ຢູ່ທີ່ ເມືອງແອນນາໂປລິສ ລັດແມຣີແລນ
ໃນວັນອາທິດ ຈະມາເຖິງນີ້.

ແຕ່ຢ່າງໃດກໍດີ ພິທີສະແດງຄວາມໄວ້ອາໄລ ຈະເລີ້ມຕົ້ນ ຢູ່ໃນລັດອາຣີໂຊນາ ອັນເປັນ
ລັດແຫ່ງທຳອິດ ທີ່ທ່ານໄດ້ເປັນຜູ້ແທນສະມາຊິກສະພາຕ່ຳ ສອງສະໄໝ ທີ່ເລີ້ມຕົ້ນໃນປີ
1983 ກ່ອນທີ່ເລື່ອນຂຶ້ນມາ ເປັນສະມາຊິກສະພາສູງ ໃນປີ 1987. ສົບຂອງທ່ານ
ແມັກເຄນ ໄດ້ຖືກນຳໄປດອຍໄວ້ ຢູ່ໃນເມືອງຫຼວງຂອງ ລັດອາຣີໂຊນາ ຈົນຮອດວັນພຸດ.

ທຸງຊາດ ສະຫະລັດ ໄດ້ຖືກລົດລົງເຄິ່ງເສົາ ເພື່ອເປັນກຽດ ແດ່ ສະມາຊິກສະພາສູງ ທ່ານ ຈອນ ແມັກເຄນ ຈາກລັດອາຣີໂຊນາ ຢູ່ທີ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 26 ສິງຫາ 2018.
ທຸງຊາດ ສະຫະລັດ ໄດ້ຖືກລົດລົງເຄິ່ງເສົາ ເພື່ອເປັນກຽດ ແດ່ ສະມາຊິກສະພາສູງ ທ່ານ ຈອນ ແມັກເຄນ ຈາກລັດອາຣີໂຊນາ ຢູ່ທີ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 26 ສິງຫາ 2018.

​ນັບຕັ້ງແຕ່ການເສຍຊີວິດຂອງທ່ານ ບັນດາຜູ້ນຳຂອງໂລກແລະບັນດາອະດີດເພື່ອນຮ່ວມ
ງານ ຂອງທ່ານ ແມັກເຄນ ຢູ່ໃນລັດຖະສະພາ ທັງພັກຣີພັບບລີກັນ ແລະພັກເດໂມແຄຣັດ
ຕ່າງກໍໄດ້ເລົ່າສູ່ຟັງເລື້ອງຄວາມຊົງຈຳທີ່ຕົນມັກຫຼາຍທີ່ສຸດ ກ່ຽວກັບທ່ານ ແມັກເຄນ ແລະ
ກໍໄດ້ຍົກຍ້ອງ ຖານະຂອງທ່ານ ໃຫ້ເປັນລັດຖະບຸລຸດ ອະວຸໂສ ໃນເວທີຂອງໂລກ. ພວກ
ເພິ່ນ ໄດ້ຈື່ຈຳການຮັບໃຊ້ປະເທດໃນກອງທັບ ທີ່ເປັນນັກບິນຂອງກອງທັບເຮືອ ໂດຍ
ສະເພາະ ໃນຄວາມກ້າຫານຂອງທ່ານ ໃນຄວາມອົດທົນຂອງການຖືກທຸບຕີ ແລະ ທໍລະ
ມານ ຕະຫຼອດ ໄລຍະ 5 ປີ ເຄິ່ງ ໃນຂະນະທີ່ເປັນຊະເລີຍເສິກ ດ້ວຍນ້ຳມືຂອງພວກຜູ້
ຈັບກຸມ ຫວຽດນາມເໜືອ ໃນຊ່ວງ ປີ 1960 ທີ່ສົງຄາມຫວຽດນາມ ກຳລັງດຳເນີນ ຢູ່ໃນ
ຂັ້ນຮ້ອນແຮງສຸດ.

ແຕ່ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຜູ້ທີ່ໄດ້ທຳການເຍາະເຢີ້ຍໃນທາງ
ການເມືອງ ກັບທ່ານ ແມັກເຄນ ຢູ່ເລື້ອຍໆ ແລະ ໃນໄລຍະ 3 ປີຜ່ານມານີ້ ເຊິ່ງທ່ານໄດ້
ກ່າວວ່າ ທ່ານ ແມັກເຄນ ເຫັນວ່າໄດ້ເປັນວິລະບຸລຸດ ກໍພຽງແຕ່ຍ້ອນວ່າ ລາວໄດ້ຖືກຈັບ
ເປັນຊະເລີຍເສິກ ນັ້ນ ກໍໄດ້ຖືກຕຳໜິ ຫຼັງຈາກທີ່ໄດ້ສະແດງປະຕິກິລິຍາໃນເບື້ອງຕົ້ນ
ຕໍ່ການເສຍຊີວິດຂອງທ່ານແມັກເຄນ ໂດຍພຽງແຕ່ໄດ້ສະແດງຄວາມເສຍອົກເສຍໃຈ
ຕໍ່ຄອບຄົວຂອງທ່ານ ແລະບໍ່ໄດ້ກ່າວເຖິງການຮັບໃຊ້ປະເທດໃນກອງທັບ ຫຼື ການທຳງານ
ໃນວົງການການເມືອງຂອງທ່ານເລີຍ.

ທຳນຽບຂາວ ອີງຕາມລາຍງານຂອງໜັງສືພິມ ວໍຊິງຕັນໂພສທ໌ ໃນວັນຈັນວານນີ້ ໄດ້ກຽມ
ຖະແຫລງການຍົກຍ້ອງ ຊີວິດຂອງທ່ານ ແມັກເຄນ ສະບັບນຶ່ງ ແລະການເອີ້ນທ່ານວ່າ ເປັນວິລະບຸລຸດຄົນນຶ່ງ ແຕ່ທ່ານ ທຣຳ ໄດ້ປະຕິເສດ ຕໍ່ການອອກຖະແຫລງການນັ້ນ.

US Senator John McCain, Statesman and War Hero, Dies
please wait

No media source currently available

0:00 0:04:11 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG