ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ McCain ເຕືອນກ່ຽວກັບ ການຮຸກຮານ ຂອງຣັດເຊຍ ຕໍ່ຢູເຄຣນ (ວີດີໂອ)


ສະມາຊິກສະພາສູງ John McCain ຂະນະກ່າວຕໍ່ນັກຂ່າວ ຢູ່ນະຄອນຫລວງ Kyiv, ວັນທີ 15 ມີນາ 2014.
ສະມາຊິກສະພາສູງ John McCain ຂະນະກ່າວຕໍ່ນັກຂ່າວ ຢູ່ນະຄອນຫລວງ Kyiv, ວັນທີ 15 ມີນາ 2014.
ສະມາຊິກ​ສະພາ​ສູງ​ສະຫະລັດ John McCain ສັງກັດ​ພັກ
Republican ກ່າວ​ວ່າ ການ​ຮຸກ​ຮານ​ຂອງຣັດ​ເຊຍ​ໃນ​ພາກ​
ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ຈະ​ເປັນ​ການ​ຝ່າຝືນ​ ທີ່​ຈະສົ່ງ
“ຜົນ​ຕິດຕາມ​ມາຢ່າງ​ມະຫາສານ” ແລະສາມາດນຳມາ
ຊຶ່ງການຕອບໂຕ້ຢ່າງໜັກໄດ້ ຈາກສະຫະລັດແລະຢູໂຣບ.

ທ່ານ McCain ກ່າວເຊັ່ນນີ້ ຈາກກຸງ Kyiv ໃນວັນເສົາວານນີ້
ຊຶ່ງ​ທ່ານ​ໄດ້ເປັນສ່ວນນຶ່ງ ຄະນະຜູ້ແທນສະພາສູງສະຫະລັດ
ຈຸນຶ່ງ ທີ່​ໄປພົບປະກັບ ບັນດາຜູ້ນຳລັດຖະບານຮັກສາການ ແລະ
ຝ່າຍຄ້ານ ຂອງຢູເຄຣນ.

ສະມາຊິກສະພາສູງ McCain ກ່າວວ່າທ່ານມີຄວາມເປັນຫ່ວງຢ່າງເລິກເຊິ່ງກ່ຽວກັບ
ລາຍງານຂ່າວທີ່​ວ່າ ກອງທະຫານຣັດເຊຍກຳລັງເຄື່ອນໄຫວເຂົ້າໄປໃກ້ກັບຊາຍແດນ
ພາກຕາ ເວັນອອກຂອງຢູເຄຣນ ແລະທຳການຊ້ອມລົບຢູ່ທີ່ນັ້ນ.

ທ່ານ McCain ກ່າວຕື່ມວ່າ ຖ້າຣັດເຊຍຮຸກຮານ ຢູເຄຣນ ສະຫະລັດແລະພວກ
ພັນທະມິດຢູໂຣບຂອງຕົນ ຈະພິຈາລະນາທຳການເຄື່ອນໄຫວ ທີ່ພວກເຂົາເຈົ້າບໍ່
ເຄີຍຄຶດມາກ່ອນໃນສາຍພົວພັນຂອງຕົນກັບຣັດເຊຍນັ້ນ.

ທ່ານ McCain ເອີ້ນການລົງປະຊາມະຕິໃນຢູເຄຣນໃນວັນອາທິດມື້ນີ້ວ່າ “ຈອມ
ປອມ”
ໃນຂະນະດຽວກັນ ທ່ານ Dick Durbin ສັງກັດພັກເດໂມ​ແຄຣັຕ ​ເອີ້ນ​ມັນ
ວ່າ ເປັນ “ການເລືອກຕັ້ງແບບສະ​ຕາຍໂຊວຽດ” ທີ່ຜົນຂອງການເລືອກຕັ້ງ​ ແມ່ນ
ຮູ້ຈັກກ່ອນແລ້ວນັ້ນ.

ວີດີໂອ: ສະຫະລັດມີຄວາມເປັນຫ່ວງ ກ່ຽວກັບການເຄື່ອນໄຫວຂອງ ທະຫານຣັດເຊຍ ຢູ່ຊາຍແດນຢູເຄຣນ:

US Concerned by Russian Troops Along Ukrainian Border
please wait

No media source currently available

0:00 0:02:40 0:00
XS
SM
MD
LG