ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກຣີພັບບລີກັນ ປະສົບ ຄວາມລົ້ມແຫຼວ ຄັ້ງທຳອິດ ເພື່ອຍົກເລີກ ແລະ ສັບປ່ຽນ ໂອບາມາແຄ


ໃນພາບຖ່າຍນຳມາຈາກວີດີໂອ ຂອງໂທລະພາບ ສະພາສູງ, ສະມາຊິກສະພາສູງ ພັກຣີພັບບລີກັນ ທ່ານ John McCain, ຈາກລັດ Arizizona ກ່າວຢູ່ຫ້ອງປະຊຸມ ຂອງສະພາສູງ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 25 ກໍລະກົດ 2017.
ໃນພາບຖ່າຍນຳມາຈາກວີດີໂອ ຂອງໂທລະພາບ ສະພາສູງ, ສະມາຊິກສະພາສູງ ພັກຣີພັບບລີກັນ ທ່ານ John McCain, ຈາກລັດ Arizizona ກ່າວຢູ່ຫ້ອງປະຊຸມ ຂອງສະພາສູງ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 25 ກໍລະກົດ 2017.

ບໍ່​ເທົ່າ​ໃດຊົ່ວໂມງ ຫຼັງຈາກສະພາສູງສະຫະລັດ ທີ່ນຳພາໂດຍພັກຣີພັບບລີກັນ ໄດ້ລົງ
ຄະແນນສຽງ ເພື່ອເລີ້ມການອະພິປາຍ ກ່ຽວກັບ ການຍົກເລີກກົດໝຍ ປະກັນໄພ
ສຸຂະພາບ ທີ່ເປັນລາຍ​ເຊັນ ຂອງອະດີດປະທານາທິບໍດີ ບາຣັກ ໂອບາມາ ໄປແລ້ວນັ້ນ ສະພາກໍໄດ້ປະຕິເສດ ທີ່ຈະຮັບຮອງເອົາ ຮ່າງກົດໝາຍ ​ໃນຂອບ​ເຂດ ທີ່ກວ້າງຂວາງ
ຊຶ່ງແນເປົ້າໝາຍໃສ່ ຈຸດປະສົ່ງດັ່ງກ່າວນັ້ນ.

ບັນດາສະມາຊິກສະພາ ໄດ້ລົງຄະແນນສຽງ 43 ຕໍ່ 57 ໃນຕອນແລງ ວັນອັງຄານ
ວານນີ້ ກ່ຽວກັບ ມາດຕະການທີ່ຮ່າງ​ຂຶ້ນໂດຍຜູ້ນຳສຽງສ່ວນຫຼາຍ​ໃນສະພາສູງ
ທ່ານ Mitch McConnell ທີ່ຈະຍຸຕິການຂະຫຍາຍ Medicaid ຊຶ່ງເປັນໂຄງການ
ທີ່ສະໜອງ ປະກັນໄພສຸຂະພາບ ໃຫ້ແກ່ຊາວອາເມຣິກັນ ທີ່ທຸກຍາກ, ຈະຕັດເງິນ
ອຸດໜຸນ ທີ່ຊ່ອຍເຫຼືອ ພວກຄົນທີ່ມີລາຍໄດ້ຕ່ຳ ຊື້ປະກັນໄພສຸຂະພາບ​ເອກ​ກະ​ຊົນ,
ແລະ ລົບລ້າງການປັບໃໝທາງດ້ານພາສີ ຕໍ່ພວກຄົນທີ່ບໍ່ຊື້ປະກັນໄພສຸຂະພາບ.

McCain Returns to Senate As Republicans Salvage Obamacare Repeal Effort
please wait

No media source currently available

0:00 0:02:02 0:00

ມາດຕະການດັ່ງກ່າວ ຍັງປະກອບດ້ວຍ ການດັດແກ້ ໂດຍ ສະມາຊິກພັກຣີພັບບລີກັນ
ຈາກລັດ Texas ທ່ານ Ted Cruz ທີ່ຈະໃຫ້ ບັນດາບໍລິສັດປະກັນໄພສຸຂະພາບ
ນຳສະເໜີແບບແຜນ ປະກັນໄພສຸຂະພາບ ທີ່ເອື້ອເພື້ອໜ້ອຍກວ່າ ພວກທີ່ກຳນົດ
ໃຫ້ ພາຍໃຕ້ ກົດໝາຍປະກັນໄພສຸຂະພາບ ລາຄາຖືກ ຫຼື Affordable Care Act
(ACA).

ການລົງຄະແນນສຽງໃນແລງວັນອັງຄານວານນີ້ ແມ່ນເປັນເທື່ອທຳອິດ ຂອງການລົງ
ຄະແນນສຽງ ຫຼາຍໆຄັ້ງທີ່ຈະຕິດຕາມມາ ໃນສັບປະດານີ້ ໃນຄວາມພະຍາຍາມ ເປັນ
ເວລາຍາວນານ ຫຼາຍປີຜ່ານມາ ຂອງພັກຣີພັບບລີກັນ ທີ່ຈະຍົກເລີກ ແລະ ສັບປ່ຽນ
ກົດໝາຍ ACA ທີ່ຮູ້ຈັກກັນອີກຊື່ນຶ່ງ ຄື Obamacare ນັ້ນ. ການເຄື່ອນໄຫວ ເພື່ອ
ເລີ່ມຕົ້ນການອະພິປາຍ ຂອງສະພາສູງ ໄດ້ມີຂຶ້ນ ຫຼັງຈາກທີ່ ທ່ານ McConnell ໄດ້
ພະຍາຍາມ ຕະຫຼອດໄລຍະນຶ່ງເດືອນຜ່ານມາ ເພື່ອທີ່ຈະຮັບຜ່ານ ຮ່າງກົດໝາຍ
ສອງສະບັບທີ່ແຕກຕ່າງກັນ ແລະ ບໍ່ເປັນທີ່ສຳເລັດ. ແຕ່ກະທັງທີ່ການເຄືອນໄຫວນັ້ນ
ເກືອບບໍ່ປະສົບຜົນສຳເລັດ ໃນຂະ ນະທີ່ ບັນດາສະມາຊິກພັກເດໂມແຄຣັດທັງໝົດ
ແລະ ສະມາຊິກສະພາສູງພັກຣີພັບບລີກັນ ສອງທ່ານ ຄື ທ່ານນາງ Susan Collins
ແລະ ທ່ານນາງ Lisa Murkowski ລົງຄະແນນສຽງຄັດຄ້ານ ຕໍ່ອັນທີ່ເອີ້ນວ່າ ຍັດຕິ
ເພື່ອດຳ ເນີນການຕໍ່ໄປ ຊຶ່ງໄດ້ເຮັດໃຫ້ສະພາ ມີ​ຄະ​ແນນ​ສຽງ​ທໍ່​ກັນ 50 ຕໍ່ 50 ຄະແນນ
ສຽງ.

McCain: 'Let's Trust Each Other' in Health Care Debate
please wait

No media source currently available

0:00 0:00:37 0:00

ດັ່ງນັ້ນ ຈຶ່ງໄດ້ເຮັດໃຫ້ ຮອງປະທານາທິບໍດີ ທ່ານ Mike Pence ​ເອົາບົດບາດດ້ານ
ລັດຖະທຳມະນູນ ຂອງທ່ານ ໃນຖານະເປັນເຈົ້າໜ້າທີ່ ປະຕິບັດງານ ຂອງສະພາສູງ
ດ້ວຍການລົງຄະແນນສຽງ ເພື່ອຕັດສິນຄະແນນທີ່ເທົ່າກັນນັ້ນ.

ການລົງຄະແນນສຽງ ທີ່​ເປັນ​ການຕັດສິນຊີ້ຂາດ ​ແມ່ນ​ມີ​ຂຶ້ນໂດຍ ສະມາຊິກສະພາສູງ
ພັກຣີພັບບລີກັນ ຈາກລັດ Arizona ທ່ານ John McCain ຜູ້ທີ່ໄດ້ກັບຄືນມາຍັງ
ລັດຖະສະພາ ພຽງບໍ່ເທົ່າໃດມື້ ຫຼັງຈາກທີ່ໄດ້ຖືກວິນິດໄສ ວ່າເປັນໂຣກມະເຮັງໃນ
ສະໝອງ. ທ່ານ McCain ໄດ້ຮັບການຢືນຕົບມືຕ້ອນຮັບຈາກບັນດາເພື່ອນຮ່ວມງານ
ທັງຫຼາຍ ໃນເວລາ ທ່ານໄດ້ຍ່າງ​ເຂົ້າສູ່​ຫ້ອງ​ປະຊຸມ ຂອງສະພາສູງ ແລະ ພວກເພິ່ນ
ກໍໄດ້ສົ່ງສຽງຕົບມື ຮ້ອງເຊຍຕໍ່ຂໍ້ຄວາມອັນໜັກແໜ້ນ ທີ່ທ່ານໄດ້ກ່າວຖະແຫລງໄປນັ້ນ.

Senators Welcome McCain for Vote
please wait

No media source currently available

0:00 0:00:23 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG