ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະມາຊິກ ສະພາສູງ ສຫລ ພົບປະກັບ ເຈົ້າໜ້າທີ່ ອີຈິບ (ສະໄລດ໌/ວີດີໂອ)


ສະມາຊິກສະພາ​ສູງ John McCain ​ແລະ​ Linsay Graham
​ຢູ່​ໃນ​ກຸງ​​ໄຄ​ໂຣ ​ໂດຍການ​ຂໍ​ຮ້ອງ​ຂອງປະທານາທິບໍດີ
ສະຫະລັດ ທ່ານ Barack Obama
ສະມາຊິກສະພາ​ສູງ John McCain ​ແລະ​ Linsay Graham ​ຢູ່​ໃນ​ກຸງ​​ໄຄ​ໂຣ ​ໂດຍການ​ຂໍ​ຮ້ອງ​ຂອງປະທານາທິບໍດີ ສະຫະລັດ ທ່ານ Barack Obama
ສະມາຊິກ​ລັດຖະສະພາ​ອະ​ວຸ​ໂສ​ສະຫະລັດສອງ​ຄົນ ມີ​ກຳນົດ​ທີ່​
ຈະ​ພົບ​ປະ​ກັບບັນ ດາ​ເຈົ້າ​ໜ້າ​ທີ່ອີ​ຈິບ ​ໃນ​ຄວາມ​ພະ​ຍາ​ຍາມເພື່ອ​
ຊ່ວຍແກ້​ໄຂ​ບັນຫາການ​ເມືອງ​ທີ່​ຍັງ ຄ້າງ​ຄາ​ຢູ່ໃນ​ປະ​ເທດດັ່ງກ່ວ.

ສະມາຊິກສະພາ​ສູງ John McCain ​ແລະ​ Linsay Graham
ກໍ​າລັງ​ຢູ່​ໃນ​ກຸງໄຄ​ໂຣ ​ໂດຍການ​ຂໍ​ຮ້ອງ​ຂອງປະທານາທິບໍດີ
ສະຫະລັດ ທ່ານ Barack Obama ທີ່​ຢາກ​ໃຫ້​ອີ​ຈິບ​ກັບ​ຄືນ​ໄປ
ສູ່​ການ​ປົກຄອງ​ຂ​ອງພົນລະ​ເຮືອນໂດຍໄວ.

​ໃນ​ຂະນະຢ້ຽ​ມຢາມ​ຂອງ​ທ່ານ ບັນດາ​ເຈົ້າ​ໜ້າທີ່​ອີ​ຈິບກ່າວ​ວ່າ
ສະມາຊິກສະພາ​ສູງສະຫະລັດຄາດ​ວ່າ​ ຈະໄດ້ພົບ​ປະ​ກັບປະທາ
ນາທິບໍດີ​ຊົ່ວຄາວ ທ່ານ Adly Mandour ​ແລະຜູ້​ບັນຊາ​ການ​ທະ
ຫານ ນາຍ​ພົນ Abdel Fattah el-Sissi.

ຍັງ​ບໍ່​ທັນ​ເປັນ​ທີ່​ແຈ້ງ​ຂາວ​ເທື່ອ​ວ່າ ​ພວກ​ທ່ານຈະ​ພົບ​ປະ​ກັບ​ບັນ
ດາ​ເຈົ້າ​ໜ້າ​ທີ່ພັກ ພະລາດ​ອນພາບມຸສລິ​ມ ທີ່​ໄດ້​ປະຕິ​ເສດ​ບໍ່​
ຍອມເຂົ້າຮ່ວມ​ລັດຖະບານ​ໃນ​ໄລຍະ ຂ້າມ​ຜ່ານ​ຂອງອີ​ຈິບ
ຫລັງ​ຈາກ​ພວກທະຫານ​ໄດ້​ຂັບ​ໄລ່ ປະທານາທິບໍດີ Mohamed Morsi ອອກ​ຈາກ​
ຕໍາ​ແໜ່​ງ.

ວີດີໂອ - ອີຈິບ
please wait

No media source currently available

0:00 0:02:36 0:00
ລິງໂດຍກົງ


​ໃນ​ວັນ​ຈັນວານ​ນີ້ພັກ​ພະລາດ​ອນພາບມຸສລິ​ມກ່າວ​ວ່າ ການ​ພົບ​ປະກັນ​ຢູ່​ທີ່​ຄຸກລະຫວ່າງ
​ຜູ້​ນໍາ​ຂັ້ນ​ສູງ​ຄົນ​ນຶ່ງຂອງ​ຕົນ ແລະ​ທູດ​ພິ​ເສດ​ຂອງ​ນາໆ​ຊາດ ແມ່ນ​ເປັນ​ໄປ​ແບບສັ້ນໆ ​ແລະ​ບໍ່​ເກີດ​ຜົນ​ປະ​ໂຫຍ​ດຫຍັງ.

ທ່ານ Khairat el-Shater ຮອງ​ຫົວໜ້າພັກ​ພະລາດ​ອນພາບມຸສລິ​ມ ທີ່​ຖືກ​ຄຸກ​ໃນ​ຂໍ້​ຫາ
ຍຸ​ແຍ່​ໃຫ້​ເກີດຄວາມຮຸນ​ແຮງ​ໄດ້​ພົບ​ປະ​ກັບຮອງລັດຖະມົນຕີການຕ່າງປະ​ເທດສະຫະ
ລັດ ທ່ານ William Burns ພ້ອມໆ​ກັບ​ພວກ​ນັກ​ການ​ທູດ​ຢູ​ໂຣບ ​ແລະ​ອາຣັບ.

​ໂຄສົກ ພັກ​ພະລາດ​ອນພາບມຸສລິ​ມ ກ່າວວ່າ ທ່ານ Shater ​ໄດ້​ກ່າວ​ຕໍ່​ບັນດາ​ທູດ​ພິ​ເສດ​ນາໆ​ຊາດ​ວ່າ ​ເຂົາ​ເຈົ້າ​ເສຍ​ເວລາ​ຊື່ໆ ​ແລະ​ສົມຄວນ​ທີ່​ຈະ​ໄດ້ໂອ້​ລົມ​ກັບ ທ່ານ
Morsi.

ກະຊວງ​ຕ່າງປະ​ເທດສະຫະລັດ ກ່າວ​ວ່າ ຕົນບໍ່​ມີ​ແຜນ ​ທີ່​ຈະ​ພົບ​ປະ​ກັບທ່ານ Morsi.
ພວກທະຫານ ​ໄດ້​ໂຄ່ນ​ລົ້ມ​ທ່ານ Morsi ​ໃນ​ວັນ​ທີ 3 ​ເດືອນ​ກໍລະກົດ ​ແລະ​ເວລາ​ນີ້ທ່ານ​ກຳລັງ​ຖືກ​ກັກ​ ບໍລິ​ເວນ.

XS
SM
MD
LG