ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພິທີ ໄວ້ອາໄລ ແກ່ມື້ລາງ ທ. ຈອນ ແມັກເຄນ ຈະເລີ້ມຂຶ້ນ ໃນມື້ນີ້ ໄປຈົນໝົດອາທິດ


ຢູ່ທີ່ໂຕະໃນຫ້ອງການ ຂອງມື້ລາງສະມາຊິກສະພາສູງ ຈອນ ແມັກເຄນ ທີ່ສັງກັດພັກຣີພັບບລິກັນ ຈາກລັດອາຣີໂຊນາ ໄດ້ຖືກປົກດ້ວຍຜ້າສີດໍາ ຢູ່ໃນຕຶກສະພາສູງ ຂອງສະຫະລັດ ໃນນະຄອນຫລວງ ວໍຊິງຕັນ ໃນວັນທີ 27 ສິງຫາ, 2018
ຢູ່ທີ່ໂຕະໃນຫ້ອງການ ຂອງມື້ລາງສະມາຊິກສະພາສູງ ຈອນ ແມັກເຄນ ທີ່ສັງກັດພັກຣີພັບບລິກັນ ຈາກລັດອາຣີໂຊນາ ໄດ້ຖືກປົກດ້ວຍຜ້າສີດໍາ ຢູ່ໃນຕຶກສະພາສູງ ຂອງສະຫະລັດ ໃນນະຄອນຫລວງ ວໍຊິງຕັນ ໃນວັນທີ 27 ສິງຫາ, 2018

ພິທີໄວ້ອາໄລແກ່ມື້ລາງສະມາຊິກສະພາສູງ ຈອນ ແມັກເຄນ ຈະເລີ້ມຂຶ້ນໃນວັນພຸດ
ມື້ນີ້ ຢູ່ທີ່ລັດອາຣີໂຊນາ, ຊຶ່ງເປັນລັດ ຢູ່ທາງພາກຕາເວັນຕົກຂອງປະເທດທີ່ທ່ານໄດ້
ເປັນຜູ້ຕາງໜ້າໃຫ້ ມາເປັນເວລາຫລາຍກວ່າ 30 ປີນັ້ນ.

ຈະມີພິທີແບບສ່ວນຕົວເພື່ອເຄົາລົບສົບຂອງທ່ານຢູ່ໃນຫ້ອງໂຖງທີ່ເປັນຮູບຊົງກົມ
ໃນຕຶກລັດຖະສະພາ ຫລື Capitol ຂອງລັດອາຣີໂຊນາ ໃນນະຄອນຟີນິກ.

ຫລັງຈາກນັ້ນປະຊາຊົນຈຶ່ງຈະຖືກເຊື້ອເຊີນໃຫ້ເຂົ້າໄປເຄົາລົບສົບຂອງທ່ານແມັກເຄນ
ໃນຂະນະທີ່ສົບຂອງເພິ່ນ ເອົາດອຍໄວ້ ຢູ່ຕຶກສະພາຂອງລັດດັ່ງກ່າວ.

ຈາກນັ້ນ ກໍຈະມີການໄວ້ອາໄລເຖິງດວງວິນຍານເພິ່ນຢູ່ຕະຫລອດຈົນໝົດອາທິດນີ້
ຢູ່ໃນລັດອາຣີໂຊນາ ແລະໃນນະຄອນຫລວງວໍຊິງຕັນ.

ໃນວັນພະຫັດມື້ອື່ນນີ້ ພິທີໄວ້ອາໄລແບບມວນຊົນ ຈະຈັດຂຶ້ນໃນນະຄອນຟີນິກຂອງ
ລັດອາຣີໂຊນາ ຮ່ວມກັບສະມາຊິກຄອບຄົວ ພ້ອມກັບໝູ່ເພື່ອນຂອງທ່ານແມັກເຄນ
ແລະເຈົ້າໜ້າທີ່ໃນລັດອາຣີໂຊນາ.

ທ່ານ ເດວິດ ຄາເຣສໂກ (David Carrasco), ນັກລົບເກົ່າທີ່ຕໍ່ສູ້ໃນສົງຄາມຫວຽດນາມ ຢືນຖືທຸງໄວ້ອາໄລ ຢູ່ນອກໂຮງເກັບສົບ ຂອງມື້ລາງທ່ານ ແມັກເຄນ ໃນນະຄອນຟີນິກ ໃນວັນທີ 28 ສິງຫາ 2018
ທ່ານ ເດວິດ ຄາເຣສໂກ (David Carrasco), ນັກລົບເກົ່າທີ່ຕໍ່ສູ້ໃນສົງຄາມຫວຽດນາມ ຢືນຖືທຸງໄວ້ອາໄລ ຢູ່ນອກໂຮງເກັບສົບ ຂອງມື້ລາງທ່ານ ແມັກເຄນ ໃນນະຄອນຟີນິກ ໃນວັນທີ 28 ສິງຫາ 2018

ຈາກນັ້ນ ສົບຂອງທ່ານແມັກເຄນ ກໍຈະເອົາມາດອຍໄວ້ຢູ່ທີ່ຕຶກລັດຖະສະພາຫລື Capitol
ຂອງສະຫະລັດ ຢູ່ໃນນະຄອນຫລວງວໍຊິງຕັນ ໃນວັນສຸກຈະມາເຖິງນີ້ ພາຍຫລັງທີ່ມີພິທີ
ໄວ້ອາໄລອີກຄັ້ງນຶ່ງເພື່ອໃຫ້ກຽດແກ່ຊີວິດ ແລະວຽກງານໃນການຮັບໃຊ້ ຢູ່ໃນລັດຖະບານ
ຂອງທ່ານ.

ພິທີເຄົາລົບສົບເພື່ອລະນຶກເຖິງທ່ານຈະສືບຕໍ່ມີຂຶ້ນໃນວັນເສົາຈະມາເຖິງນີ້ຢູ່ໂບດໃຫຍ່
ແຫ່ງຊາດ ໃນນະຄອນຫລວງວໍຊິງຕັນບ່ອນທີ່ຈະມີ ອະດີດປະທານາທິບໍດີບາຣັກ ໂອ
ບາມາ ແລະຈອຣຈ໌ ດັບເບິນຢູ ບູສ (George W. Bush) ຂຶ້ນໄປກ່າວຄໍາປາໄສ.

ມີແຜນທີ່ຈະນໍາເອົາສົບຂອງທ່ານແມັກເຄນໄປຝັງໄວ້ ທີ່ໂຮງຮຽນທີ່ທ່ານເຄີຍໄດ້ເຂົ້າ
ສຶກສາຮໍ່າຮຽນ ຊຶ່ງແມ່ນວິທະຍາຄານກອງທັບເຮືອ ຢູ່ເມືອງອານນາໂພລິສ ໃນລັດ
ແມຣີແລນ ໃນວັນອາທິດທີ່ຈະມາເຖິງນີ້.

ທ່ານໄດ້ເສຍຊີວິດຍ້ອນໂຣກມະເຮັງໃນສະໝອງ ໃນວັນເສົາຜ່ານມາ ໂດຍຮວມອາຍຸໄດ້
81 ປີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG