ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາງ​ມາຍ​ລາ ອະ​ທິ​ຕັງ ນັກ​ຮຽນ​ມັດ​ທະ​ຍົມ ທີ່​ມີ​ພອນ​ສະ​ຫວັນ ໃນການຂຽນ​ນະ​ວະ​ນິ​ຍາຍ


​ນາງ​ມາຍ​ລາ ອະ​ທິ​ຕັງ ນັກ​ຂຽນ​ນະ​ວະ​ນິ​ຍາຍ.
​ນາງ​ມາຍ​ລາ ອະ​ທິ​ຕັງ ນັກ​ຂຽນ​ນະ​ວະ​ນິ​ຍາຍ.

ທ່ານ​ຜູ້​ຟັງ​ທີ່​ເຄົ​າ​ລົບ ໃນ​ລາຍ​ການ​ຊີ​ວິດ​ຊາວ​ລາວ​ປະ​ຈຳ​ແລງ​ວັນ​ພະ​ຫັດ​ມື້​ນີ້ ເຮົາ​ຈະ​ນຳ​ເອົາ​ການ​ສຳ​ພາດ ​ກັບ​ ​ນາງ​ມາຍ​ລາ ອະ​ທິ​ຕັງ ອາ​ຍຸ 17 ປີ ​ນັກ​ຮຽນມັດ​ທະ​ຍົມ ປີ​ສຸດ​ທ້າຍ ຢູ່ Kings Mountain High School​ ມາ​ສະເໜີ​ທ່ານ. ມາຍ​ລາ ຈະຮຽນ​ຈົບ​ມັດ​ທະ​ຍົມໃນ​ເດືອນ​ມິ​ຖຸ​ນາ ປີ 2020 ຈະ​ມາ​ເຖິງ​ນີ້ ແລະ​ຈະ​ໄປ​ຮຽນ​ຕໍ່​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ. ນາງມ​າ​ຍລາ ມີ​ພອນ​ສ​ະ​ຫວັນ​ດ້ານ​ການຂຽນນະ​ວະ​ນິ​ຍາຍ ​ປື້ມຂອ​ງ​ນາງຊື່​ວ່າ “Annalise” ຫົ​ວ​ທຳ​ອິດ ໄດ້ພິມ​ເຜີຍ​ແຜ່​ ໂດຍຂາຍ​ຜ່ານ ບໍ​ລິ​ສັດ Amazon ແລະຢູ່​ຕາມຮ້ານ​ສັບ​ພະ​ສິນ​ຄ້າ Walmart ທົ່ວ​ສະ​ຫະ​ລັດ. ກິ່ງ​ສະ​ຫວັນ ຈະ​ນຳ​ເອົາ​ການສຳ​ພາດ ​ກັບ​ມາຍ​ລາ ​ມາ​ສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ນາງ​ມາຍ​ລາ ອະ​ທິ​ຕັງ ອາ​ຍຸ 17 ປີ ແມ່ນ​ນັກ​ຂຽນ​ນະ​ວະ​ນິ​ຍາຍ​ໜຸ່​ມ​ນ້ອຍ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ. ພໍ່​ເປັນ​ຄົນ​ຫຼວງ​ພະ​ບາງ ແລະ​ແມ່​ເປັນ​ຄົນ​ວຽງ​ຈັນ. ນາງ​ມາ​ຍ​ລາ​ ເກີດ​ຢູ່​ໃນ​ສະ​ລັດ ປັດ​ຈຸ​ບັນ​ນີ້​ກຳ​ລັງຮຽນຢູ່ມັດ​ທະ​ຍົມປີ​ສຸດ​ທ້າຍ​ທີ່ Kings Mountain High School ເມືອງ Shelby ລັດ​ຄາ​ໂຣ​ໄລ​ນາ​ເໜືອ ສະ​ຫະ​ລັດອາ​ເມ​ຣິ​ກາ. ​ນາງມາຍລ​າ​ ​ເປັນ​ນັກ​ຂ​ຽນນະ​ວະນິ​ຍາຍ​ ຫຼື fiction ນາງເປັນ​ນັກ​ຮຽນ​ທີ່​ຫ້າວ​ຫັ້ນ ​ສະ​ຫຼຽວ​ສະ​ຫຼາດ ວ່ອງ​ໄວ ແລະ​ໃຊ້​ເວ​ລາ​ໃນແຕ່​ລະ​ວັນ​ໃຫ້​ເປັນ​ປະໂຫຍດ. ​ນາງມາ​ຍລາ ​ມັກ​ອ່ານ ​ແລະມັກຂຽນມາ​ແຕ່​ນ້ອຍ​ ໂດຍ​ທີ່​ພໍ່​ແມ່​ບໍ່​ໄດ້ລຳ​ໄລບອກ​ສອນ​ນໍ​າ​ການ​ຮຽນ​ຫຼາຍ ພຽງ​ແຕ່​ໃຫ້​ຄວາມ​ອົບ​ອຸ່ນຊຸກ​ຍູ້ ແລະ​ເປັນກຳ​ລັງ​ໃຈໃຫ້ເທົ່າ​ນັ້ນ.

ການ​ອ່ານ ການ​ຂຽນ ແລະການ​ແຕ່ງ​ກາບກອນ ແມ່ນ​ຫລັກ​ສູດ​ການ​ຮຽນດ້ານ ສິນ​ລະ​ປະ ແລະມະ​ນຸດ​ຊາດ ຫຼື Arts and Humanities ທີ່​ສຳ​ຄັນ​ໃນ​ລະ​ບົບ​ການ​ສຶກ​ສາ​ຂອງ​ສະ​ຫະ​ລັດ. ບັນ​ດາ​ນັກ​ຮຽນ​ຫຼາຍໆ​ຄົນຜູ້ມີ​ພອນ​ສະ​ຫວັນ​ໃນ​ດ້ານ​ການ​ຂີດ​ຂຽນ​ມີ​ໂອ​ກາດ​ສະ​ແດງ​ຄວາມ​ສ​າ​ມາດຂອງ​ເຂົາ​ເຈົ້າຜ່ານໜັງ​ສື​ພິມ​ຂອງ​ໂຮງຮຽນ ທີ່​ໄດ້ຊຸກ​ຍູ້​ໃຫ້ ນາງມາຍ​ລາ ກ້າວ​ເຂົ້າ​ມາ​ເປັນ​ນັກ​ປະ​ພັນ​ນະ​ວະ​ນິ​ຍາຍ ແລະ​ບັນນາ​ທິ​ການ​ໜັງ​ສື​ພິມ​ຂອງ​ໂຮງ​ຮຽນ.

ປື້ມ​ຂອງ​ນາງ​ມາຍ​ລາ ຫົວ​ທຳ​ອິດນີ້ຊື່​ວ່າ ອັນ​ນາ​ລິ​ສ (Annalise) ຊຶ່ງແມ່ນ​ຊື່ເດັກ​ນ້ອຍ​ແມ່​ຍິງຄົນນຶ່ງ ເປັນ​ໝູ່​ຂອງທ້າວ​ຄ​ລາຍ (Clide) ອາ​ຍຸ 8 ປີ ທີ່​ເຄີຍ​ໄດ້​ໃຊ້​ຊິ​ວິດເດັກ​ນ້ອນຫຼິ້ນ​ນຳ​ກັນ. ຕໍ່​ມາທ້າວຄ​ລາຍ​ໄດ້​ຍ້າຍ​ໜີໄປ​ຢູ່​ແຫ່ງ​ອື່ນ​ກັບ​ຄອບ​ຄົວຂອງ​ລາວ​ເປັນ​ເວ​ລາ 20 ປີ ແລະທ້າວ ຄລາຍ​ໄດ້ກັບ​ຄືນ​ມາຊອກ​ຫາ ນາງ​ອັນ​ນາ​ລິ​ສ ນີ້​ຍາຍ​ເລື້ອງ​ນີ້ເຕັມ​ໄປ​ດ້ວຍ​ຄວາມ​ລີ້​ລັບ ແລະ​ຜະ​ຈົນ​ໄພ ທີ່​ເຮັດ​ໃຫ້​ຜູ້​ອ່ານ​ໄດ້​ຮັບ​ຄ​ວາມມ່ວນ​ຊື່ນ.

“Annalise” ກຳ​ລັງ​ວາງ​ຈຳ​ໜ່າຍ​ຢູ່ອິ​ນ​ເຕີ​ແນັດ Amazone ​ແລະ​ຢູ່​ຕາມຮ້ານ​ສັບ​ພະ​ສິນ​ຄ້າ Waltmart ຢູ່ທົ່ວ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ຊຶ່ງ​ນາງ​ມາຍ​ລ​າ ໄດ້ ກ່າວ​ເຖິງ​ຄວາມ​ເປັນ​ມາ​ເບື້ອງ​ຕົ້ນ​ສູ່ ວີ​ໂອ​ເອ ຟັງດັ່ງ​ນີ້ :

“ນັບ​ຕັ້ງ​ແຕ່​ຍັງເປັນ​ເດັກ​ນ້ອຍ​ຢູ່​ນັ້ນ ຂ້າ​ນ້ອຍ​ມັກຂຽນວາ​ລະ​ສານ​ ເວ​ລາ​ໃດມີ​ເຈັ້ຍ​ກັ​ບ​ສໍແລ້ວ ຂ້າ​ນ້ອຍ​ມັກຂຽນ​ເລື້ອງ​ຕ່າງໆ. ເວ​ລາ​ໃຫຍ່​ມາ​ໜ້ອຍ​ນຶ່ງ​ກໍ​ໄດ້​ເລີ້ມ​ໄປ​ຊື້​ນິ​ຕິ​ຍະ​ສານຢູ່​ຮ້ານລາ​ຄາຖືກໆ 1 ໂດ​ລາ ມາ​ອ່ານ ແລະ​ຕໍ່​ມາ​ກໍ​ໄດ້​ຍ້າຍ​ຂຶ້ນ​ມາ​ຂ​ຽນໃສ່ຢູ່​ໃນ​ຄອມພິ​ວ​ເຕີ ແລະກ່ອນ​ທີ່​ຈະ​ມີ​ແນວ​ຄິດ​ຂຽນ​ອອກມາໄດ້ ຂ້າ​ນ້ອຍ​ຕ້ອງ​ອ່ານປື້ມ​ກ່ອນ. ເວ​ລາ​ຂຽນ​ ຂ້າ​ນ້ອຍ​ມັກ​ຂຽນ​ນະ​ວະ​ນິ​ຍາຍ​ທີ່​ບໍ່​ມີ​ຄວາມ​ຈິງ ແລະ​ບໍ່​ມັກ​ຂຽນ​ເລື້ອງ​ແທ້. ຕ້ອງ​ຄິດ​ສ້າງ​ເລື້ອງ​ຂຶ້ນ​ມາ​ເອງ ຕ້ອງ​ຮູ້​ຈັກ​ໂຕ​ປະ​ກອບ ຮູ້​ຈັກ​ວ່າ​ເລື້ອງ​ເກີດ​ຂຶ້​ນ່ຢ່າງ​ໃດ ແລະ​ຈົບ​ລົງ​ຢ່າງ​ໃດ. ເພາະ​ສະ​ນັ້ນໃນ​ໄລ​ຍະເວ​ລາທີ່​ຂ້າ​ນ້ອຍ​ຂຽນ​ຢູ່​ນັ້ນ ຈະ​ຕ້ອງ​ໄດ້ເອົາ​ໂຕ​ປະ​ກອບ​ອອກ ຫຼື​ຕື່ມ​ໃສ່. ໂດຍ​ສະ​ເພາະເລື້ອງ​ທີ່ໄດ້​ພິມ​ເຜີຍ​ແຜ່​ອອກ​ໄປ​ວ່າງ​ກີ້​ນີ້ ​ຂ້າ​ນ້ອຍ​ໄດ້​ເລີ້ມ​ຂຽນ​ໃນ​ເດືອນ​ສິງ​ຫາ ແລະ​ເສັດສິ້ນ​ລົງ​ໃນ​ເດືອນ​ທັນ​ວ​າ ປີ 2019. ໃນໄລ​ຍ​ະການ​ຂ​ຽນ​ຢູ່​ນັ້ນ ຂ້າ​ນ້ອຍ​ໄດ້ເອົາ​ແຕ່​ລະ​ຂັ້ນ​ຕອນ​ໄປ​ໃຫ້ ຜູ້ກວດອ່ານ​ເບິ່ງ​ກ່ອນເພື່ອ​ດັດ​ແປງ​ທຸກ​ຢ່າງທີ່​ຈຳ​ເປັນຈົນ​ຮອດ​ເດືອນ​ມັງ​ກອນ ຂ້າ​ນ້ອຍ​ຈຶ່ງ​ສາ​ມາດ​ເຮັດ​ໃຫ້​ເຂົ້າ​ຮູບ​ເຂົ້າ​ຮອຍ.”

​ຫຼັງ​ຈາກຂ​ຽນແລ້ວຕ້ອງ​ມີ​ຜູ້່​ອ່ານ ​ແລະກວດກາ​. ຜູ້ກວດ​ມີ​ໜ້າ​ທີ່​ອ່ານ​ທຸກ​ໆຢ່າງ​ເຊັ່ນ ​ການ​ໃຊ້ໄວ​ຍະ​ກອນ ສະ​ກົດ​ຊື່​ ໃສ່ຈຸດ ຈ້ຳ​ເມັດໃຫ້​ຖືກ​ບ່ອນ ແລະ​ອື່ນໆ ໃຫ້ເປັນ​ທີ່ລະ​ອຽດ​ທີ່​ສຸດ. ການ​ພິມ​ປື້ມ​ຂາຍ​ບໍ່​ເປັນ​ເລື້ອງງ່າຍ ຕ້ອງ​ໄດ້​ຜ່ານ​ຂັ້ນ​ຕອນ​ຫຼາຍໆ​ຢ່າງ ໂດຍ​ສະ​ເພາະຜ່ານການກວດ​ກາ​ຮັບ​ຮູ້​ຈາກ​ບໍ​ລິ​ສັດພິມເຜີຍ​ແຜ່​ ເຖິງເນື້ອ​ເລື້ອງ ແລະ​ຄຸນ​ສົມ​ບັດຂອງ​ຜູ້​ຂຽນ ກ່ອນ​ທີ່ຈະ​ນຳ​ອອກ​ຂາຍຢູ່​ຕາມ​ຫ້າງ​ຮ້ານ ແລະ​ທາງ​ອິນ​ເຕີ​ແນັດ. ຊຶ່ງ​ນາງ​ມາຍ​ລາ ກ່າວ​ເຖິງ​ຕອນ​ນີ້ວ່າ :

“ໃນ​ໄລ​ຍະ​ຫ້າ​ເດືອນ ຂ້ານ້ອຍ​ຕ້ອງ​ໄດ້​ໃຊ້​ເວ​ລາມື້​ນຶ່ງ ​ຢ່າ​ງ​ໜ້ອຍ​ສອງ​ສາມ​ຊົ່ວ​ໂມງ ບາງ​ຄັ້ງກໍ​ໄດ້ໃຊ້​ເວ​ລາຂ​ຽນ​ໝົດ​ຄືນ ໃນ​ຂະ​ນະ​ທີ່​ມີອາ​ລົມ​ຂອງຄວາມໄຝ່​ຝັນ​ຢູ່​ນັ້ນ ແລະ​ຮີບ​ຮ້ອນ​ຢາກໃຫ້​ແລ້ວ ບາງ​ເທື່ອ​ກໍ​ບໍ່​ໄດ້​ນອນ​ເລີຍ. ບາງ​ຄັ້ງ​ເວ​ລາ​ຂ້າ​ນ້ອຍ​ໄປ​ຫຼິ້ນ​ນຳ​ໝູ່ ຫຼື​ຢູ່​ແຫ່ງ​ໃດ​ແຫ່ງ​ນຶ່ງ ແນວ​ຄິດ​ຈະ​ໂຜ່​ອອກ​ມາ ເວ​ລາ​ນັ້ນ​ຂ້າ​ນ້ອຍ​ຕ້ອງ​ໄດ້​ຂຽນ​ລົງ​ໃສ່​ບ່ອນ​ໃດ​ບ່ອນ​ນຶ່ງ​ໄວ້​ກ່ອນ. ນອກ​ຈາກ​ນັ້ນ​ອີກ​ແລ້ວ ເວ​ລາ​ໃດ​ຂ້າ​ນ້ອຍ​ເບິ່ງ​ຄົນ ບ​າງຄັ້ງ ຂ້າ​ນ້ອຍເຫັນນິ​ໃສ​ເຂົາ​ເຈົ້າ ​ທີ່ຊ່ວຍ​ເຮັດ​ໃຫ້​ມີ​ແນວ​ຄິດ​ຂຽນເປັນໂຕ​ປະ​ກອບ​ຢູ່​ໃນ​ນິ​ຍາຍ.”

​ຢູ່​ໃນ​ລະ​ບົບ​ການ​ສຶກ​ສາ​ອາ​ເມ​ຣິ​ກັນ ພວກ​ນັກ​ຮຽນຕ້ອງ​ໄດ້​ອ່ານ​ ​ຂຽນເພື່ອ​ເຮັດ ວຽກຄົ້ນ​ຄວ້າກ່ຽວ​ກັບການ​ຮຽນ​ຂອງ​ເຂົາ​ເຈົ້າ ທີ່ກາຍ​ມາ​ເປັນ​ນິ​ໄສ​ ແລະ​ປະ​ເພ​ນີ​ການ​ມັກ​ອ່ານຂອງຊາວ​ອາ​ເມ​ຣິ​ກັນ. ເພາະ​ສະ​ນັ້ນຢູ່​ຕາມ​ບ້ານ​ເຮືອນ​ ເຮົາ​ຈະ​ສັງ​ເກດ​ເຫັນປື້ມອ່ານ​ຕ່າງໆລ່ຽນ​ຢູ່​ເຕັມ​ຕູ້. ​ບັດ​ນີ້​ປື້ມ​ຂອງນ​າງ​ມາຍ​ລາ ໄດ້ອອກມາສູ່​ສາຍ​ຕາ​ຜູ້​ອ່ານແລ້ວ ​ຊຶ່ງ​ນາງ​ມາຍ​ລາ ກ່າວ​ວ່າ:

“ປັດ​ຈຸ​ບັນ​ນີ້​ມີ​ຍາດ​ຕິ​ພີ່​ນ້ອງ ໝູ່​ເພື່ອນ ຄູ​ອາ​ຈານ ຫົວ​ໜ້າ​ໂຮງ​ຮ​ຽນ ນາ​ຍ​ຄູ​ສອນ​ພາກ​ສາ​ອັງ​ກິດ​ເປັນ​ສ່ວນ​ໃຫຍ່​ທີ່​ພາ​ກັນ​ອ່ານ ແລະ​ອີກ​ສ່ວນ​ນຶ່ງ​ແມ່ນ​ຄົນ​ທົ່ວໆໄປ. ຂ້າ​ນ້ອຍ​ເປັນ​ທີ່​ຮູ້​ກັນ​ດີ​ໃນ​ໂຮງ​ຮຽນ​ວ່າ​ເປັນ​ນັກ​ຂຽນ ເພາະ​ວ່າ​ນາຍ​ຄູ​ໄດ້​ເຜີຍ​ແຜ່​ຢູ່​ໃນ​ໜ້າ​ແວັບ​ໄຊ​ທາງ​ອິນ​ເຕີ​ແນັດ ອິນ​ສະ​ຕາກ​ຣາມ ທວິດ​ເຕີ ແລະ​ເຟ​ສ​ບຸກ​ທີ່​ແຜ່​ຂະ​ຫຍາຍ​ອອກ​ໄປ. ນອກ​ນັ້ນ​ຂ້າ​ນ້ອຍ​ຍັງ​ເປັນ​ຫົວ​ໜ້າກວດ​ກາ​ປື້ມ​ນັກ​ຮຽນ​ປະ​ຈຳ​ປີ​ຂອງ​ໂຮງ​ຮຽນຢູ່​ໃນ​ຫ້ອງ​ຮຽນ​ເປັນ​ນັກ​ຂ່າວ. ເວ​ລາ​ຂະ​ນ້ອຍ​ເລີ້ມ​ເຂົ້າ​ຊັ້ນ​ມັດ​ທະ​ຍົມ ຂ້າ​ນ້ອຍ​ໄດ້​ຮຽນ​ເປັນ​ນັກ​ຂ່າວ ແລະ​ໄດ້​ເລື່ອນ​ຂຶ້ນ​ມາ​ເປັນ​ຫົວ​ໜ້າ​ບັນ​ນາ​ທິ​ການ. ຂ້າ​ນ້ອຍ​ຕ້ອງ​ໄດ້​ບໍ​ລິ​ຫານ​ຄະ​ນະ​ນັກ​ຮຽນ​ທີ່​ເຮັດ​ວຽກ​ນຳ​ກັນ ທີ່​ຜະ​ລິດປື້ມປະ​ຈຳ​ປີ​ຂອງນັກ​ຮຽນ. ນອກ​ນັ້ນ​ຂ້າ​ນ້ອຍ​ຍັງ​ເປັນ​ສະ​ມາ​ຊິກ​ຢູ່ໃນ​ການ​ຈັດ​ຕັ້ງອື່ນໆຂອງ​ສະ​ມາ​ຄົມ​ນັກ​ຮຽນ​ອີກ​ດ້ວຍ."

ພາ​ສາ​ອັງ​ກິດ ແມ່ນ​ພາ​ສາ​ນຶ່ງທີ່​ປາກ​ເວົ້າ​ ໃຊ້​ເປັນ​ພາ​ສາ​ລາດ​ຊະ​ການ​ຢູ່​ທົ່ວ​ໂລກ ແລະ​ຮຽນຍາກ ໂດຍ​ສະ​ເພາະກ່ຽວ​ກັບເລື້ອງ​ຫລັກ​ການ​ຂຽນ. ນາງ​ມາຍ​ລາ ​ຊຶ່ງເປັນ​ຄົນອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ​ໄດ້​ພິ​ສູດ​ໃຫ້​ເຫັນ​ວ່າ​ເປັນ​ຜູ້​ມີ​ພອນ​ສະ​ຫວັນກວ່າ ​ຫຼາຍ​ຄົນ​ທີ່​ເກີດ​ໃຫຍ່​ຢູ່​ໃນ​ສະ​ຫະ​ລັດ.

XS
SM
MD
LG