ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາຍົກ ອັງກິດ ກ້າວ​ລົງ​ ຈາກຕຳແໜ່ງ ຜູ້ນຳ ພັກອະນຸລັກນິຍົມ


ນາຍົກລັດຖະມົນຕີຂອງອັງກິດ ທ່ານນາງເທຣີຊາ ເມ ກ່າວຢູ່ທີ່ ງານໂຄສະນາຫາສຽງ ໃນການເລືອກຕັ້ງ ຂອງສະຫະພາບຢູໂຣບ ໃນນະຄອນ ບຣິສໂຕລ ຂອງອັງກິດ, ວັນທີ 17 ພຶດສະພາ 2019.
ນາຍົກລັດຖະມົນຕີຂອງອັງກິດ ທ່ານນາງເທຣີຊາ ເມ ກ່າວຢູ່ທີ່ ງານໂຄສະນາຫາສຽງ ໃນການເລືອກຕັ້ງ ຂອງສະຫະພາບຢູໂຣບ ໃນນະຄອນ ບຣິສໂຕລ ຂອງອັງກິດ, ວັນທີ 17 ພຶດສະພາ 2019.

ນາຍົກລັດຖະມົນຕີອັງກິດ ທ່ານນາງເທຣີຊາ ເມ ກ້າວລົງຈາກຕຳແໜ່ງ ຜູ້ນຳຂອງພັກ
ອະນຸລັກນິຍົມ ໃນວັນສຸກມື້ນີ້ ແລະການລົງຄະແນນສຽງຮອບທຳອິດ ເພື່ອເລືອກເອົາ ຜູ້ມາຮັບຕຳແໜ່ງແທນ ແມ່ນຄາດກັນວ່າ ຈະມີຂຶ້ນໃນສັບປະດາໜ້າ.

ທ່ານນາງເມ ຈະຍັງຄົງປະຈຳການໃນຕຳແໜ່ງດັ່ງກ່າວຈົນກວ່າວ່າ ຜູ້ນຳຄົນໃໝ່ ໄດ້
ຖືກເລືອກແລ້ວ ແລະເປັນໄປໄດ້ສູງວ່າ ຄົງຈະແມ່ນທ້າຍເດືອນກໍລະກົດ ແຕ່ທ່ານນາງ
ກໍໄດ້ສະຫຼະຄວາມຮັບຜິດຊອບ ໃນທິດທາງຂອງການຖອນຕົວອອກຈາກສະຫະພາບ
ຢູໂຣບ ຊຶ່ງໄດ້ຖືກກຳນົດໄວ້ ໃນວັນທີ 31 ເດືອນຕຸລາ ປີນີ້.

ສ່ວນນາຍົກລັດຖະມົນຕີຄົນໃໝ່ ກໍຈະມີເວລາໜ້ອຍກວ່າ 5 ເດືອນ ເພື່ອຕັດສິນໃຈວ່າ
ຈະພະຍາຍາມຮື້ຟື້ນແຜນການຂອງທ່ານນາງເມ ແລະເລື່ອນການຖອນຕົວ ຫຼືເອີ້ນວ່າ
Brexit ນັ້ນ ອອກໄປອີກເທື່ອນຶ່ງ ຫຼືວ່າ ຈະຖອນຕົວຈາກສະຫະພາບຢູໂຣບ ໂດຍ
ປາດສະຈາກ ຂໍ້ຕົກລົງໃດໆເລີຍ.

ທ່ານນາງເມ ໄດ້ເຂົ້າຮັບຕຳແໜ່ງ ຫຼັງຈາກການລົງປະຊາມະຕິ ໃນປີ 2016 ເພື່ອຕັດ
ສຳພັນກັບສະຫະພາບຢູໂຣບ ແລະທ່ານນາງກໍໄດ້ໃຊ້ເວລາເຮັດວຽກ ໄລຍະ 3 ປີ
ຜ່ານມາໃນແຜນການຖອນຕົວນັ້ນ ແຕ່ກໍບໍ່ສາມາດທີ່ຈະເກ້ຍກ່ອມ ບັນດາສະມາຊິກ
ສະພາ ໃຫ້ສະໜັບສະໜຸນຂໍ້ຕົກລົງການຖອນຕົວ ຂອງທ່ານນາງໄດ້ ເຖິງ 3 ຄັ້ງ.

ພວກຜູ້ສະໝັກແຂ່ງຂັນ ຈຳນວນ 11 ຄົນ ທີ່ຈະມາແທນທ່ານນາງ ທີ່ລວມມີ ອະດີດ
ລັດຖະມົນຕີວ່າການຕ່າງປະເທດ ທ່ານໂບຣິສ ຈອນສັນ ກໍໄດ້ກ່າວວ່າ ພວກເພິ່ນມີ
ແຜນການທີ່ຈະປ່ຽນຂໍ້ຕົກລົງ ເຖິງແມ່ນວ່າ ສະຫະພາບຢູໂຣບ ໄດ້ກ່າວໄປແລ້ວວ່າ
ຕົນຈະບໍ່ເປີດໃຫ້ມີການເຈລະຈາຄືນໃໝ່ ກໍຕາມ.

ກຸ່ມຂອງທ່ານຈອນສັນ ແມ່ນໄດ້​ຮັບການກົດດັນຈາກຜູ້ນຳໃນນາມ ທ່ານໄນໂຈລ
ຟາຣາຈ ຜູ້ທີ່ລະແວງການໃຊ້ເງິນຢູໂຣ ແລະສະໜັບສະໜຸນທາງເລືອກແບບ “ບໍ່ມີຂໍ້
ຕົກລົງ”
ຊຶ່ງພັກ Brexit ຂອງພວກເຂົາເຈົ້າ ໄດ້ຮັບສຽງສະໜັບສະໜຸນສູງສຸດ ໃນການ
ຢັ່ງຫາງສຽງຂອງຢູໂຣບ ເມື່ອເດືອນແລ້ວນີ້.

ເຖິງຢ່າງໃດກໍຕາມ ບັນດາເດໂມແຄຣັດເສບີນິຍົມ ທີ່ສະໜັບສະໜຸນຢູໂຣບ ຜູ້ທີ່ຢາກ
ຈະຕ່າວປີ້ນການຖອນຕົວ ຫຼື Brexit ນັ້ນ ກໍຍັງໄດ້ຮັບສຽງສະໜັບສະໜຸນ ດີພໍສົມຄວນ
ໃນການຢັ່ງຫາງສຽງຂອງຢູໂຣບ ຊຶ່ງສະແດງໃຫ້ເຫັນວ່າ ອັງກິດຍັງຄົງມີຄວາມແຕກ
ແຍກຫຼາຍຊ່ຳໃດ ກ່ຽວກັບການຖອນຕົວອອກຈາກສະຫະພາບຢູໂຣບ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG