ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານນາງ May ກ່າວວ່າ ຂໍ້ສະເໜີ ຂອງ ອັງກິດ ແມ່ນຍຸຕິທຳຫຼາຍ


ນາຍົກລັດຖະມົນຕີອັງກິດ ທ່ານນາງ Theresa May ກ່າວຕໍ່ບັນດານັກຂ່າວ.
ນາຍົກລັດຖະມົນຕີອັງກິດ ທ່ານນາງ Theresa May ກ່າວຕໍ່ບັນດານັກຂ່າວ.

ນາຍົກລັດຖະມົນຕີອັງກິດທ່ານ​ນາງ Theresa May ກ່າວ​ວ່າ ​ຂໍ້​ສະ​ເໜີ​ທີ່​ທ່ານ​ ນາງ​
ໄດ້ໃຫ້​ໄວ້ກ່ຽວ​ກັບ​ສິດທິ​ຂອງ​ປະຊາຊົນ​ປະ​ເທດ​ຕ່າງໆ​ທີ່​ເປັນ​ສະມາຊິກ​ຂອງ ສະຫະ
ພາບຢູ​ໂຣບຫຼືອີ​ຢູ ຢູ່ໃນ​ອັງກິດ ຫຼັງ​ຈາກ​ອັງ​ກິດ​ຖອນ​ຕົວອອກ​ຈາກ​ສະຫະພາບ​ຢູ​ໂຣບ​
ແລ້ວນັ້ນ ​ແມ່ນ “​ຍຸຕິທຳຫຼາຍ” ​ແລະ “​ຈິງ​ຈັງ​ແທ້ໆ.”

​ໃນ​ການ​ຖະ​ແຫຼງ​ຢູ່​ໃນ​ນະຄອນ Brussels ຊຶ່ງ​ເປັນ​ມື້​ທີ​ສອງ​ຂອງ​ກອງ​ປະຊຸມ​ສຸດ​ຍອດ
​ສະຫະ​ພາບ​ຢູໂຣບນັ້ນ ທ່ານ​ນາງ May ກ່າວ​ວ່າ ​ລັດຖະບານ “ຈະໃຫ້ ລາຍ​ລະອຽດ​
ເພີ່ມ​ຕື່ມ ກ່ຽວ​ກັບ​ຂໍ້​ສະ​ເໜີ​ດັ່ງກ່າວ ​ໃນ​ວັນ​ຈັນ​ຈະ​ມາ​ເຖິງ​ນີ້.”

ບັນດາ​ຜູ້ນຳ​ສະຫະພາບຢູ​ໂຣບ ຍັງບໍ່​ໝັ້ນ​ໃຈ​ເທື່ອ​ວວ່າ​ ຂໍ້​ສະ​ເໜີີ​ຂອງ​ທ່ານ​ນາງ​ ​ເປັນ
​ທີ່​ພຽງພໍ ​ໂດຍ​ກ່າວ​ວ່າ ​ຍັງ​ມີ​ຄຳ​ຖາມ​ຫລາຍຢ່າງ​ທີ່​ຄ້າງ​ຄາຢູ່.

ທ່ານ​ນາງ May ກ່າວ​ກ່ອນ​ໜ້າການ​ເລີ່​ມປະຊຸມ ​ໃນ​ວັນ​ສຸກ​ມື້​ນີ້ວ່າ “ພວກ​ເຮົາ​ຈະ​ບໍ່​
ເຫັນ​ບັນດາ​ຄອບຄົວ​ຕ້ອງ​ແຍກ​ຈາກກັນ​” ທ່ານ​ນາງ​ກ່າວ​ວ່າ ທ່ານ​ນາ​ງຕ້ອງ ການໆ
ຄໍ້າປະກັນ​ທີ່​ຄ້າຍຄື​ກັນ​ຈາກ​ອີ​ຢູ ກ່ຽວ​ກັບປະຊາຊົນ​ອັງກິດ​ທີ່​ອາ​ໄສ​ຢູ່່​ໃນປະ​ເທດຕ່າງໆ
​ຂອງ​ສະຫະພາບ​ຢູ​ໂຣບ.

​ໃນ​ວັນ​ພະຫັດ​ວານ​ນີ້ ປະທານ​ສະພາ​ຢູ​ໂຣບກ່າວ​ວ່າ ຢູ​ໂຣບຕ້ອງການຈະ​ປະຕິບັດຕາມ

ສະພາບການ​ໂຕ​ຈິງ​ໃນ​ການ​ພົວພັນ​ກັບ​ອັງກິດ ຫຼັງ​ຈາກ​ປະ​ເທດດັ່ງກ່າວ​ຕັດສິນ​ໃຈ​ຖອນ​
ຕົວອອກ​ຈາກ​ອີ​ຢູແຕ່​ໄດ້​ຮຽກຮ້​ອງ​ໃຫ້​ມີການ​ຮ່ວມມືພົວພັນກັນໃນ​ອະນາຄົດ.

ທ່ານ Antonio Tajani ປະທານ​ສະພາ​ຢູ​ໂຣບກ່າວ​ວ່າ “ອັງກິດ​ຈະ​ຖອນ​ຕົວ ອອກ​ຈາກ​ສະຫະພາບ​ຢູ​ໂຣບ ບໍ່​ແມ່ນ​ຢູ​ໂຣບ. ນີ້​ແມ່ນ​ສຳຄັນໃນການແຜ້ວ​ທາງ ພ້ອມ​ທັງ​ສຳລັບ​
ການ​ມີ​ຄວາມ​ສຳພັນ​ທີ່​ດີ ​ຫລັງ​ຈາກ​ການ​ແຍກ​ທາງ​ກັນ​ແລ້ວ.”

ບັນ​ດາ​ຜູ້ນຳສະຫະພາບ​ຢູ​ໂຣບ​ ໄດ້​ເປີດ​ກອງ​ປະຊຸມສຸດ​ຍອດ​ສອງ​ມື້ໃນວັນ​ພະຫັດ ​ທີ່
ນະຄອນ Brussels ເພື່ອ​ແກ້​ໄຂ​ບັນຫາ​ຕ່າງໆນັບ​ແຕ່​ແຜນການ​ຖອນໂຕ​ຂອງ​ອັງກິດ
ການ​ກໍ່​ການ​ຮ້າຍ ການ​ຍົກຍ້າຍ​ຖິ່ນ​ຖານ ​ແລະ​ບັນ​ຫາ​ອື່ນໆ​ທີ່​ປະ​ເຊີນ​ໜ່້າ​ກັບ​ຢູ​ໂຣບ.

ຫົວໜ້​າສະຫະ​ພາບ​ຢູ​ໂຣບທ່ານ Donald Tusk ກ່າວ​ວ່າ​ ບັນດາ 27 ​ປະ​ເທດ​ຢູ​ໂຣບ
ທີ່​ຍັງ​ເຫລືອຢູ່ນັ້ນ ​ແມ່ນພ້ອມ​ແລ້ວ​ທີ່​ຈະເລືອກ​ສະຖານ​ທີ່ແຫ່ງ​ໃໝ່​ ສຳລັບພະ​ແນ​ກການ
​ຕ່າງໆ​ຂອງສະຫະພາບຢູ​ໂຣບ ຊຶ່ງ​ໃນປັດຈຸບັນ​ນີ້ ​ມີ​ຫ້ອງການຕັ້ງ​ຢູ່​ອັງກິດ.

ປະທານາທິບໍດີ​ຝຣັ່ງ ທ່ານ Emmannuel Macron ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ທີ່​ຈະ​ເຮັດ
​ວຽກ​ຮ່ວມ​ກັນ​ກັບ​ເຢຍຣະ​ມັນ ​ເພື່ອລິ​ເລີ່​ມ​ໂຄງການ ຂອງ​ສະຫະພາບຢູ​ໂຣບ ​ໃນ​ຂະນະ
ທີ່​ປະ​ເທດສະມາຊິກ​ປະ​ເທດ ​ໄດ້​ໂຕ້​ຖຽງ​ກັນກ່ຽວກັບວ່າ ຈະ​ບໍ​ລິ​ຫານ​ພວກອົບ​ພະຍົບ
ຢ່າງ​ໃດ ຫລັງ​ຈາກ​ອັງກິດ​ຖອນ​ຕົວອອກ​ຈາກ​ສະຫະພາບ​ຢູ​ໂຣບ​ໄປ​ແລ້ວ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

EU Summit
please wait
Embed

No media source currently available

0:00 0:01:50 0:00

XS
SM
MD
LG