ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວໂລກ ພາກັນສະຫລອງ ວັນກໍາມະກອນ ສາກົນ (ເບິ່ງສະໄລດ໌)

Evacuasiya edilən insanlar Takloban aeroportunda gözləyir - Filippuin, 13 noyabr, 2013

Evacuasiya edilən insanlar Takloban aeroportunda gözləyir - Filippuin, 13 noyabr, 2013

ບັນດາ​ກໍາມະກອນ​ຫລາຍ​ສິບ​ພັນ​ຄົນ ພາກັນ​ເດີນ​ຂະ​ບວນຢູ່​ຕາມ​ຖະ ໜົນ​ຫົນ​ທາງ
​ໃນຫົວ​ເມືອງ​ຕ່າງໆ​ທົ່ວ​ໂລກເພື່ອ​ເປັນ​ຂີີດ​ໝາຍ​ໃນ​ການສະ​ເຫຼີມສະຫຼອງວັນ​ກໍາມະ
ກອນ​ສາກົນ ​ແລະ​ຮຽກຮ້ອງ​ໃຫ້​ມີ​ສິດ​ທິ​ໃນ​ການ​ເຮັດ​ວຽກດີ​ຂື້ນກວ່າ​ເກົ່າ.

ຢູ່ເອ​ເຊຍ ຫລາຍ​ພັນ​ຄົນ​ພາກັນ​ເຕົ້າ​ໂຮມ​ກັນ​ຢູ່​ເມືອງຫຼວງ​ຂອງປະ​ເທດ​ໄທ ບັງ​ກລາ
​ແດັສ ​ແລະອິນ​ໂດ​ເນ​ເຊຍ ​ເພື່ອສະ​ເຫຼີມສະຫຼອງ ວັນ​ກໍາມະກອນ​ສາກົນ ດ້ວຍ​ການ
ໂຮມ​ຊຸມນຸມ​ເດີນ​ຂະ​ບວນທີ່​ຈັດ​ຂື້ນ​ໂດຍ ສະ ຫະ​ພັນ​ກຳມະບານ​ຕ່າງໆ. ອົງການ
​ຂ່າວ​ຝຣັ່ງ​ລາຍ​ງານວ່າການ​ໂຮມ​ຊຸມ ນຸມ​ເດີນ​ຂະ​ບວນທີ່​ກຸງຈາ​ກາ​ຕ້າ ​ເປັນ​ບ່ອນ​ໃຫ່ຍ
ທີ່​ສຸດ​ຢູ່ໃນ​ທະວີບດັ່ງກ່າວ.

​ທີ່​ປະ​ເທດຣັດ​ເຊຍທ່ານ Vladimir Putin ປະທານາທິບໍດີ​ທີ່​ຖືກ​ເລືອກໃໝ່ ໄດ້​ເຂົ້າ​
ຮ່ວມ​ກັບຫລາຍ​ສິບ​ພັນ​ຄົນ​ ເດີນ​ຂະບວນທີ່​ກຸງມົສ​ກູ. ປະ ທານ​າທິບໍດີຣັດ​ເຊຍ ທ່າ​ນ
Dmitry Medvedev ກໍ່​ໄດ້​ເຂົ້າ​ຮ່ວມການ ​ໂຮມ​ຊຸມນຸມ​ເຊ່​ນດຽວ​ກັນ ​ຂະນະ​ທີ່​ພວກ​
ເດີນ​ຂະ​ບວນພາກັນ​ຖື​ປ້າຍ​ຂະ ໜາດໃຫ່ຍ ສະໜັບສະໜຸນສະຫະພັນ​ກຳມະບານ ​
ແລະ​ໂຮງງານຂອງ ພວກ​ເຂົາ​ເຈົ້າ.

ຊາວ​ກຣິສ​ອີກ​ຫລາຍ​ພັນ​ຄົນກໍຄາດ​ວ່າ​ຈະ​ພາກັນໄປ​ຮ່ວມ​ການປະ​ທ້ວງ​ຕໍ່ຕ້ານແຜນ
ການປະ​ຍັດ​ມັດທະຍັດ​ຕັດຕັດງົບປະມານຂອງ​ລັດຖະບານ ຊຶ່ງ​ເປັນ​ພາກສ່ວນ​ນຶ່ງ​ໃນ
ການ​ເດີນ​ຂະ​ບວນ​ເນື່ອງໃນວັນ​ກໍາມະກອນສາ ກົນ ທີ່​ກຸ​ງ​ເອ​ເທ​ນ ​ໃນ​ວັນ​ອັງຄານ​ມື້ນີ້.

ທີ່ສະຫະລັດ ພວກ​ປະ​ທ້ວງ​ຕໍ່ຕ້ານ​ຕະຫຼາດຮຸ້ນ ກໍແຜນການ​ທີ່​ຈະ​ຈັດ ການ​ໂຮມ​ຊຸມ
ນຸມ​ປະ​ທ້ວງ​ຂຶ້ນ​ ທີ່​ນະຄອນ New York ​ເພື່ອອັດ​ຂົວທີ່ສໍາຄັນໆ ​ແລະ​ປິດບາງ​ອາຄານ ​
ຂອງຕະຫຼາດຄ້າ​ຮຸ້ນ​ສະຫະ

XS
SM
MD
LG