ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວໂລກສະຫຼອງ ວັນກຳມະກອນ ສາກົນ


ປະຊາຊົນ ຈຳນວນຫຼາຍໆສິບພັນຄົນ ໄດ້ພາກັນໂຮມ ຊຸມນຸມ ຢູ່ຕາມຖະໜົນຫົນທາງ ໃນຫົວເມືອງຕ່າງໆ ທົ່ວໂລກ ໃນວັນເສົາມື້ນີ້ ເພື່ອສະເຫລີມ ສະຫລອງ ແລະປຸກລະດົມ ກ່ຽວກັບສິດທິ ຂອງພວກກຳມະກອນ. ການໂຮມຊຸມນຸມ ໃນວັນກຳມະກອນສາກົນ ແມ່ນແນໃສ່ ເພື່ອໃຫ້ມີສະພາບ ໃນການເຮັດວຽກ ທີ່ດີຂຶ້ນ ແລະມີເງິນເດືອນສູງ. ຕຳຫລວດ ທີ່ນະຄອນຈາກາຕ້າ ກ່າວວ່າ ຕົນຄາດວ່າ ຈະມີພວກ ເດີນຂະບວນ ປະມານ 10 ພັນຄົນ ຢູ່ທີ່ນະຄອນຫລວງ ຂອງອິນໂດເນເຊຍ ຮຽກຮ້ອງໃຫ້ ມີສະພາບເຮັດວຽກ ທີ່ປອດພັຍກວ່າເກົ່າ ແລະຢຸດເຊົາ ການໄລ່ ພວກຄົນງານອອກ. ທີ່ຮົງກົງ ພວກກຳມະກອນ ໄດ້ເພັ່ງເລັງໃສ່ ການກຳນົດ ຄ່າຈ້າງແຮງງານ ທີ່ຕຳສຸດ. ສ່ວນພວກປະທ້ວງ ຢູ່ຍີ່ປຸ່ນ ແລະໃຕ້ຫວັນ ໄດ້ພາກັນຮຽກຮ້ອງ ໃຫ້ພວກນາຍຈ້າງ ປັບປຸງການຄຳປະກັນ ກ່ຽວກັບຄວາມປອດໄພ ໃນເລື່ອງ ວຽກເຮັດງານທຳ ສຳລັບພວກຄົນງານ ຂອງຕົນ. ທີ່ປະເທດຣັດເຊຍ ກຸ່ມຕ່າງໆ ໄດ້ພາກັນໂຮມຊຸມນຸມ ເດີນຂະບວນ ໃນທົ່ວປະເທດ ຮວມທັງບັນດາກຸ່ມ ທີ່ນິຍົມກຳມະກອນ ກຸ່ມທີ່ຢາກ ໃຫ້ມີລັດຖະບານ ນິຍົມຕາເວັນຕົກ ຫລາຍຂຶ້ນ ແລະ ພວກສະໜັບສະໜຸນ ພັກລັດຖະບານ ຂອງນາຍົກລັດຖະມົນຕີ VLADIMIR PUTIN. ສ່ວນການໂຮມຊຸມນຸມ ໃຫຍ່ອື່ນໆ ເນື່ອງໃນວັນກຳມະກອນສາກົນ ກໍໄດ້ມີຂຶ້ນ ທີ່ນະຄອນຫລວງ ກວາລາລຳເປີ ຂອງມາເລເຊຍ ແລະທີ່ນະຄອນ ອິສຕັນບູລ ປະເທດເຕີກກີ.

XS
SM
MD
LG