ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ທົ່ວໂລກ ສະຫຼອງ ວັນກຳມະກອນ ດ້ວຍການເດີນຂະບວນ


ກຳມະກອນໂຮງງານຕັດຫຍິບ ເຂົ້າຮ່ວມໃນການປະທ້ວງ ທີ່ນະຄອນພະນົມເປັນ, ກຳປູເຈຍ. 1 ພຶດສະພາ, 2017.
ກຳມະກອນໂຮງງານຕັດຫຍິບ ເຂົ້າຮ່ວມໃນການປະທ້ວງ ທີ່ນະຄອນພະນົມເປັນ, ກຳປູເຈຍ. 1 ພຶດສະພາ, 2017.

ວັນຈັນມື້ນີ້ແມ່ນວັນກຳມະກອນ, ເຊິ່ງຮູ້ຈັກກັນທົ່ວໂລກ​ໃນ​ຖານະວັນທີ່ບັນດາກຳມະກອນ
ຜູ້ອອກແຮງງານ ແລະ ນັກເຄື່ອນໄຫວພາກັນເດີນຂະບວນຕາມຖະໜົນ ແລະ ເຕົ້າໂຮມ ກັນຢູ່ໃຈກາງຕົວເມືອງເພື່ອສະແດງຄວາມເຄົາລົບຕໍ່ບັນດາຜູ້ອອກແຮງງານໃນທົ່ວໂລກ.

ວັນພັກດັ່ງກ່າວ ຍັງເປັນທີ່ຮູ້ຈັກ​ໃນ​ຖານະວັນກຳມະກອນສາກົນ ແລະ ວັນແຮງງານ.

ຕຳຫຼວດໃນນະຄອນອິສຕັນບູລ ໄດ້ຈັບກຸມພວກປະທ້ວງຈຳນວນຫຼາຍສິບຄົນ ຜູ້ທີ່ໄດ້ພະ
ຍາຍາມຕໍ່ຕ້ານ ການຫ້າມບໍ່ໃຫ້ມີການຈັດງານວັນກຳມະກອນ ຢູ່ທີ່ຈະຕຸລັດ Taksim ທີ່
ມີຊື່ສຽງ. ຈະຕຸລັດດັ່ງກ່າວໄດ້ຖືກກີດກັ້ນເປັນປີທີສາມລຽນຕິດແລ້ວ. ແນວໃດກໍຕາມຕົວ
ແທນກຸ່ມນ້ອຍຂອງສະຫະພັນ​ກຳມະບານ ໄດ້ຮັບອະນຸຍາດໃຫ້ວາງພວງມາລາຢູ່ອານຸສາ
ວະລີບ່ອນທີ່ປະຊາຊົນ 34 ຄົນໄດ້ຖືກຂ້າຕາຍໃນເຫດການວັນກຳມະກອນເມື່ອປີ 1977.

ສະຫະພັນກຳມະ​ບານກຣິສກໍໄດ້ສະເຫຼີມສະຫຼອງວັນກຳມະກອນດ້ວຍການຮຽກຮ້ອງໃຫ້
ມີການປະທ້ວງທົ່ວປະເທດ 24 ຊົ່ວໂມງ ໃນຂະນະທີ່ປະເທດໄດ້ຮັບເອົາມາດຕະການປະ
ຢັດມັດທະຍັດ ວາງໂດຍ ຜູ້ໃຫ້ເງິນຊ່ວຍເຫຼືອ.

ບັນດາກຳມະກອນ ແລະ ສະມາຊິກສະຫະພັນໃນປະເທດ ຟີລິບປິນ ໄດ້ເຫຼີມສະຫຼອງວັນ
ກຳມະກອນດ້ວຍການເດີນຂະບວນຕາມຖະໜົນຕ່າງໆຢູ່ນະຄອນຫຼວງ ມະນີລາ. ກຸ່ມສິດ
ທິປົກ​ປ້ອງ​ສິດທິກຳມະກອນ ແລະ ສະຫະພັນກຳມະບານຕ່າງໆ ກໍມີກຳນົດຈະຈັດການ
ຊຸມນຸມທົ່ວນະຄອນຫຼວງ ມະນີລາ ເຊັ່ນກັນ.

ບັນດາກຳມະກອນ ອິນໂດເນເຊຍ ກໍໄດ້ເດີນຂະບວນ ຢູ່ທ້ອງຖະໜົນຂອງນະຄອນຫຼວງ ຈາກາຕາ ໃນວັນຈັນມື້ນີ້. ກຳມະກອນອີກຫຼາຍກວ່າພັນຄົນແມ່ນຄາດວ່າ ຈະເຂົ້າຮ່ວມ
ໃນການຊຸມນຸມຕອນແລງຂອງມື້ນີ້.

ຄູ່ແຂ່ງຂັນ​ໃນ​ການ​ເລືອກ​ຕັ້ງປະທານາທິບໍດີຂອງ ຝຣັ່ງ, ຜູ້ນຳໜ້າໃນການແຂ່ງຂັນ ທີ່ມີ
ແນວທາງການເມືອງເປັນກາງ ທ່ານ Emanuel Macron ແລະ ຜູ້ທ້າຊິງທີ່ນິຍົມແນວ
ທາງຂວາຈັດ ທ່ານນາງ Marine Le Pen ຈະຈັດການຊຸມນຸມແຂ່ງຂັນກັນຂອງພວກ
ເພິ່ນໃນວັນຈັນມື້ນີ້. ນອກ​ນັ້ນ ຍັງຈະມີການປະທ້ວງຕໍ່ຕ້ານຜູ້ລົງແຂ່ງຂັນທັງສອງທ່ານ
ເຊັ່ນກັນ.

ໃນປະເທດ ສະຫະລັດ, ຈຸດການຊຸມນຸມກັນ​ໃນວັນກຳມະກອນ ໄດ້ຖືກປ່ຽນຈາກກຳມະ
ກອນໄປເປັນພວກ​ຄົນ​ເຂົ້າ​ເມືອງ. ປະຊາຊົນຫຼາຍສິບພັນຄົນແມ່ນຄາດວ່າຈະສະເຫຼີມສະ
ຫຼອງວັນດັ່ງກ່າວຈາກນະຄອນ ນິວຢອກ ຫາ ນະຄອນ ລອສ ແອນຈີເລັສ ເພື່ອປະທ້ວງ
ການເພັ່ງເລັ່ງ ທີ່ຈະເພີ່ມການ​ເນລະ​ເທດ ຂອງປະທານາທິບໍດີ ດໍໂນລ ທຣຳ. ອົງການຈັດ
ຕັ້ງຕ່າງໆໄດ້ຮຽກຮ້ອງໃຫ້ມີການປະທ້ວງຄົນເຂົ້າເມືອງໃນບາງຕົວເມືອງ ເພື່ອສະແດງ
ໃຫ້ປະຊາຊົນ ອາເມຣິກັນ ຮູ້ວ່າ ວັນທີ່ບໍ່ມີພວກ​ຄົນ​ເຂົ້າເມືອງ​ແລ້ວຈະເປັນຄືແນວໃດ.

May Day
please wait
Embed

No media source currently available

0:00 0:00:35 0:00

Monday is May Day, known worldwide as the day when workers and activists march in the streets and gather in city centers to honor laborers across the globe.

The holiday is also known as International Workers Day and as Labor Day.

Police in Istanbul arrested dozens of protesters who were attempting to defy a ban prohibiting May Day events at the city's iconic Taksim Square.The square was blocked off for a third straight year.Small groups of labor union representatives were allowed, however, to lay wreaths at a monument there where 34 people were killed in a 1977 May Day incident.

Greek trade unions observed May Day with a call for a 24-hour, nationwide strike as the country braces for more austerity cuts imposed by bailout lenders.

Workers and union members in the Philippines celebrated May Day by marching in the streets of Manila, the capital. Workers' rights groups and unions have also scheduled rallies across Manila.

Indonesian workers took to the streets of Jakarta Monday.Thousands more workers are expected to join the rally later in the day.

France's presidential rivals -- centrist front-runner Emanuel Macron and far-right challenger Marine Le Pen -- will hold their own dueling rallies Monday. There will also be demonstrations against both candidates.

In the U.S., May Day's rallying point has shifted from workers to immigrants.Tens ofthousands of people are expected to mark the day from New York to Los Angeles to protest against President Donald Trump's focus on boosting deportations.Organizations have called for immigrant strikes in some cities to show Americans what a day without immigrants would look like.

XS
SM
MD
LG