ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຳມະກອນ ໃນທົ່ວໂລກ ສະຫຼອງ ວັນກຳມະກອນ ​ສາກົນ (ວີດີໂອ/ສະໄລດ໌)


May Day VO
please wait
Embed

No media source currently available

0:00 0:00:56 0:00
ພວກກຳມະກອນ​ໃນ​ທົ່ວ​ໂລກ ​ໄດ້​ລົງ​ສູ່​ຖະໜົນ​ຫົນທາງ ໃນ​ວັນ​
ພະຫັດ​ມື້​ນີ້ ​ເພື່ອ​ເປັນ​ຂີດ​ໝາຍສະເຫລີມສະຫລອງ ວັນ​ກຳມະ
ກອນ​ສາກົນທີ່​ຮູ້ກັນໃນອີກຊື່ນຶ່ງວ່າ May Day ນັ້ນດ້ວຍການ
ເດີນ​ສວນສະໜາມ ​ແລະ​ຮຽກຮ້ອງ​ໃຫ້ຂຶ້ນເງິນເດືອນ​ແລະ​ປັບ
ປຸງສະພາບ ​ຢູ່ຕາມ​ບ່ອນເຮັດວຽກຕ່າງໆໃຫ້ດີ​ຂຶ້ນ.

ໃນ​ນະຄອນ Istanbul ປະເທດ Turkey ຕຳຫຼວດ​ໄດ້ໃຊ້​ແກ໊ສ
ນ້ຳຕາ​ແລະ​ລົດສີດ​ນ້ຳສີດ ໃສ່​ພວກ​ປະ​ທ້ວງ ​ທີ່​ພະຍາຍາມ​ຈະ​ເຂົ້າ​
ໄປຍັງຈະ​ຕຸລັດTaksim ຊຶ່ງ​ເປັນ​ສະຖານ​ທີ່ ຮວມຕົວປະ​ທ້ວງດັ່ງ​ທີ່
​ເຄີຍ​ປະຕິບັດກັນ​ມາຕາມປົກກະຕິໃນວັນກຳມະກອນນັ້ນ​. ເມື່ອນຶ່ງ
ປີກ່ອນ ການໂຮມຊຸມນຸມປະທ້ວງໃນວັນກຳມະກອນ ຢູ່ທີ່ຈະຕຸລັດ
ດັ່ງກ່າວໄດ້ກາຍເປັນຂະບວນການປະທ້ວງຕໍ່ຕ້ານລັດຖະບານຂະໜາດໃຫຍ່.

​ທີ່ນະ​ຄອນ​ຫຼວງມົສກູ ພວກກຳມະກອນຊາວຣັດ​ເຊຍ ​ໄດ້ພາກັນສວນສະໜາມທີ່ຈະຕຸ
ລັດ​ແດງ ຫຼື Red Square ຊຶ່ງເປັນການສະແດງອອກເຖິງຄວາມຮັກຊາດ. ພວກທີ່ເຂົ້າ
ຮ່ວມການສວນສະໜາມໄດ້ພາກັນຖືປ້າຍທີ່ຂຽນຂໍ້ຄວາມວ່າ “ຂ້າພະເຈົ້າພູມໃຈໃນ
ປະເທດຂອງຂ້າພະເຈົ້າ”
ແລະ“ພວກເຮົາເຊື່ອໝັ້ນໃນການນຳພາຂອງປະທາ
ນາທິບໍດີພວກເຮົາ.”


ການສວນສະໜາມທີ່ຈະຕຸລັດແດງໃນຄັ້ງນີ້ ແມ່ນເປັນຄັ້ງທຳອິດນັບຕັ້ງແຕ່ຕົ້ນຊຸມປີ
1990 ເປັນຕົ້ນມາ.

ການໂຮມຊຸມນຸມເດີນສວນສະໜາມ ກໍມີຂຶ້ນໃນເອເຊຍເຊັ່ນກັນ. ມີພວກກຳມະກອນ
ຫຼາຍພັນຄົນ ແລະພວກນັກເຄື່ອນໄຫວ ໄດ້ລົງສູ່ທ້ອງຖະໜົນໃນນະຄອນຫຼວງມະນີລາ ຂອງຟີລິບປິນ ເພື່ອຮຽກຮ້ອງໃຫ້ຂຶ້ນເງິນເດືອນ ທ່າມກາງທີ່ມີການຖີບຕົວສູງຂຶ້ນຂອງ
ຄ່າຄອງຊີບນັ້ນ.

ໃນກຳປູເຈຍພວກກຳມະກອນໂຮງງານຕັດຫຍິບກໍພາກັນຮຽກຮ້ອງໃຫ້ຂຶ້ນເງິນເດືອນແລະ​ປັບປຸງສະພາບ​ການ​ເຮັດ​ວຽກ​ໃຫ້ດີ​ຂຶ້ນ ໃນການໂຮມຊຸມນຸມທີ່ນະຄອນຫຼວງພະນົມ
ເປັນ.

ບາງຂໍ້ມູນແມ່ນໄດ້ມາຈາກແຫຼ່ງຂ່າວ Reuters.
XS
SM
MD
LG