ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ Mauritania ຖືກຍິງ


ປະທານາທິບໍດີ Mohamed Ould Abdel Aziz ຂອງປະເທດ Mauritania ຖືກຍິງ ໃນວັນເສົາວານນີ້, ທີ 13 ຕຸລາ 2012, ໃນເຫດບັງເອີນ.
ປະທານາທິບໍດີ Mohamed Ould Abdel Aziz ຂອງປະເທດ Mauritania ຖືກຍິງ ໃນວັນເສົາວານນີ້, ທີ 13 ຕຸລາ 2012, ໃນເຫດບັງເອີນ.
ພວກເຈົ້າໜ້າທີ່ໃນປະເທດ Mauritania ເວົ້າວ່າ ປະທານາ
ທິບໍດີ Mohamed Ould Abdel Aziz ຈະບິນໄປຮັບການ
ປິ່ນປົວຢູ່ຕ່າງປະເທດ ໃນວັນອາທິດມື້ນີ້ ລຸນຫລັງທີ່ຖືກຍິງ
ແລະໄດ້ຮັບບາດເຈັບເລັກນ້ອຍ ໃນວັນເສົາວານນີ້ ຊຶ່ງພວກ
ເຈົ້າໜ້າທີ່ເວົ້າວ່າ ແມ່ນອຸບັດຕິເຫດນັ້ນ.

ທ່ານປະທານາທິບໍດີຖືກຍິງໃນວັນເສົາວານນີ້ ໃນຂະນະທີ່ເດີນ
ທາງໄປນໍາລົດຂະບວນນຶ່ງ ຢູ່ໃກ້ນະຄອນຫລວງ Nouakhchott.
ພວກເຈົ້າໜ້າທີ່ເວົ້າວ່າ ທ່ານປະທານາທິບໍດີຖືກຍິງໂດຍບັງເອີນ ແລະຜູ້ຍິງແມ່ນໜ່ວຍລາດຕະເວນຮັກສາຄວາມປອດໄພ ຢູ່ຕາມ
ຖະໜົນ ທີ່ບໍ່ຈື່ໃນທັນທີວ່າ ແມ່ນຂະບວນລົດຂອງປະທານາທິບໍດີ.

ແຕ່ວ່າ ລາຍງານຈາກທ້ອງຖິ່ນບາງກະແສເວົ້າວ່າ ປະທານາທິບໍດີ
ຕົກເປັນເປົ້າໝາຍ ໂຈມຕີຂອງກຸ່ມຫົວຮຸນແຮງ ໃນຂະນະທີ່ເດີນທາງໄປເມືອງ Tweila ທີ່ຢູ່ທາງເໜືອຂອງ ນະຄອນຫລວງ Nouakhchott ຊຶ່ງເປັນບ່ອນທີ່ທ່ານມັກໄປພັກຜ່ອນ ຢູ່ເປັນສ່ວນໃຫຍ່ ໃນວັນທ້າຍອາທິດ.

ລາຍງານບາງອັນເວົ້າວ່າ ທ່ານຈະບິນໄປປິ່ນປົວທີ່ປະເທດຝຣັ່ງ.

ປະທານາທິບໍດີ Abdel Aziz ໄດ້ຂຶ້ນກໍາຕໍາແໜ່ງ ໃນການກໍ່ລັດຖະປະຫານ ປີ 2008 ແລະ ໄດ້ຊະນະການເລືອກຕັ້ງປະທານາທິບໍດີ ໃນປີ 2009.
XS
SM
MD
LG