ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈຳນວນຜູ້ເສຍຊີວິດ ຈາກໄຟໄໝ້ປ່າ ຢູ່ເກາະມາວອີ ເພີ້ມຂຶ້ນເຖິງ 93 ຄົນແລ້ວ


ລົດທີ່ຖືກໄຟໄໝ້ ແລະອາຄານຕ່າງໆ ທີ່ເຫັນຈາກການເຜົາຜານຂອງໄຟໄໝ້ປ່າ ຢູ່ເມືອງ Lahaina ເກາະມາວອີ ລັດຮາວາຍ ວັນທີ 11 ສິງຫາ 2023
ລົດທີ່ຖືກໄຟໄໝ້ ແລະອາຄານຕ່າງໆ ທີ່ເຫັນຈາກການເຜົາຜານຂອງໄຟໄໝ້ປ່າ ຢູ່ເມືອງ Lahaina ເກາະມາວອີ ລັດຮາວາຍ ວັນທີ 11 ສິງຫາ 2023

ຈຳນວນຜູ້ເສຍຊີວິດຈາກໄຟໄໝ້​ເມື່ອປ່າອາທິດແລ້ວ ຢູ່​ເກາະມາວອີຂອງ​ລັດຮາວາຍ ໄດ້ເພີ້ມຂຶ້ນເຖິງ 93 ຄົນ ເຮັດໃຫ້ເປັນການເສຍຊີວິດທີ່ຮ້າຍແຮງສຸດຂອງໄຟໄໝ້ປ່າ ຢູ່ໃນປະຫວັດສາດ​ຍຸກໃໝ່ຂອງສະຫະລັດ ແລະພວກເຈົ້າໜ້າທີ່ຄາດວ່າ ຈຳນວນຜູ້ເສຍຊີວິດຈະເພີ້ມຂຶ້ນ​ຕື່ມ.

​ຜູ້​ບັນ​ຊາ​ການຕຳຫລວດເກາະມາວອີ ທ່ານຈອນ ແປນເລີຕິເອ ຢູ່ທາງພາກຕາ ເວັນຕົກສຸດຂອງສະຫະລັດ ໃນເຂດມະຫາສະໝຸດປາຊິຟິກ ກ່າວວ່າ ຜູ້ເຄາະຮ້າຍສອງຄົນໄດ້ຮັບ​ການ​ລະ​ບຸ​ໂຕ​ແລ້ວ ແຕ່ທ່ານບໍ່ໄດ້ເປີດເຜີຍຊື່ເຂົາເຈົ້າ.

ການລະ​ບຸ​ໂຕ​ຂອງ​ຜູ້​ເຄາະ​ຮ້າຍ​ທີ່ຊາກສົບ​ໄດ້​ຖືກເຜົາ​ໄໝ້ ​ແມ່ນເປັນທີ່ຍາກລຳ ບາກ ທ່່ານແປນເລີຕິເອ ໄດ້ກ່າວໃນວັນເສົາທີ່ຜ່ານມາ. “ພວກເຮົາເກັບເອົາບັນດາຊາກສົບ” ທີ່ທ່ານໄດ້ກ່າວ” ແລະເຂົາເຈົ້າໄດ້ຫັກອອກ​ຈາກ​ກັນໝົດ.

​ໃນວັນເສົາທີ່ຜ່ານມາ ເປັນມື້ທຳອິດທີ່ພວກໝາສືບ​ກິ່ນ ຊອກຫາຊາກສົບໄດ້ຖືກນຳມາໃຊ້ ເພື່ອຊ່ວຍຊອກຫາບັນດາຜູ້ເຄາະຮ້າຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG