ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ Mattis ເຕືອນເກົາຫຼີເໜືອ ກ່ຽວກັບ ໂຄງການອາວຸດນິວເຄລຍ


ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Jim Mattis (ຊ້າຍ) ແລະ ລັດຖະມົນຕີປ້ອງກັນປະເທດ ເກົາຫລີໃຕ້ ທ່ານ Song Young-moo (ຂວາ) ຈັບມືກັນ ກ່ອນກອງປະຊຸມ ປຶກສາຄວາມໝັ້ນຄົງຄັ້ງທີ 49 ທີ່ກະຊວງປ້ອງກັນປະເທດ ເກົາຫລີໃຕ້.
ລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Jim Mattis (ຊ້າຍ) ແລະ ລັດຖະມົນຕີປ້ອງກັນປະເທດ ເກົາຫລີໃຕ້ ທ່ານ Song Young-moo (ຂວາ) ຈັບມືກັນ ກ່ອນກອງປະຊຸມ ປຶກສາຄວາມໝັ້ນຄົງຄັ້ງທີ 49 ທີ່ກະຊວງປ້ອງກັນປະເທດ ເກົາຫລີໃຕ້.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ກ່າວວ່າ ສະຫະລັດ​ຈະ​ບໍ່ຍອມ​ຮັບ​ໃຫ້ເກົາຫຼີ
ເໜືອເປັນປະເທດ ທີ່ມີອາວຸດ​ນິວ​ເຄລຍ.

ທ່ານ Jim Mattis ກ່າວ​ໃນ​ວັນ​ເສົາ​ມື້ີນີ້​ ຢູ່​ນະຄອນ​ຫຼວງໂຊ​ລວ່າ ການ​ພັດທະນາ​ໂຄງ
ການອາວຸດ​ນິວ​ເຄລຍ ​ແລະ​ລູກ​ສອນ​ໄຟ​ເພື່ອການຮຸກຮານຂອງເກົາຫຼີ ເໜືອນັ້ນ​ແມ່ນ
ບ່ອນທຳລາຍຕໍ່ຄວາມ​ໝັ້ນຄົງ​ຂອງປະ​ເທດ​ທີ່ຢູ່​ໂດ​ດດ່ຽວດັ່ງກ່າວ​ແທນທີ່​ຈະໃຫ້ມີ
ຄວາມປອດໄພ.

ທ່ານ Mattis ​ໄດ້​ເຕືອນ​ເກົາຫຼີເໜືອ​ວ່າ ກອງທັບຂອງພວກເຂົາ​ ບໍ່ສາມາດທຽບ​ເທົ່າ
ໄດ້ກັບແສນຍານຸພາບທາງທະຫານຂອງ​ສະຫະລັດແລະເກົາຫຼີ​ໃຕ້ທີ່ເປັນພັນທະມິດ.

ທ່ານ Mattis ກ່າວ​ວ່າ “ຈົ່ງຢ່າ​ເຂົ້າໃຈ​ຜິດ ການ​ໂຈມ​ຕີ​ໃດໆກໍຕາມ​ຕໍ່​ສະຫະລັດ ​ຫລື​
ບັນດາ​ພັນທະ​ມິດ​ຂອງພວກ​ເຮົາ ແມ່ນຈະ​ໄດ້​ຮັບ​ຄວາມ​ປະລາ​ໄຊ ​ແລະ​ການ​ໃຊ້​ອາ
ວຸດ​ນິວ​ເຄລຍ​ໃດໆ​ໂດຍ​ເກົາຫຼີ​ເໜືອຈະ​ຖືກ​ຕອບ​ໂຕ້​ດ້ວຍກຳລັງ​ທະຫານຂະໜາດ
ໃຫຍ່ ຢ່າງມີປະສິດທິ​ຜົນ ​ແລະຖ້ວມ​ລົ້ນ.”

ລັດຖະມົນຕີປ້ອງກັນປະເທດໄດ້​ກ່າວ​ອີກ​ຄັ້ງ​ນຶ່ງ ​ຄືກັບ​ທີ່​ທ່ານ​ໄດ້​ກ່າວມາ​ຕະຫຼອດ​
ອາທິດ ໃນ​ລະຫວ່າງການ​ຢ້ຽມຢາມ​ເອ​ເຊຍ​ວ່າ ການ​ທູດ​ເປັນ​ຊ່ອງ​ທາງເລືອກໃນ
ການຮັບມືກັບ​ເກົາຫລີ​ເໜືອ.

ທ່ານ Mattis ​ແລະ​ນາຍ​ພົນ Joseph Dunford ປະທານ​ເສນາ​ທິການ​ຮ່ວມ​ກອງ
ທັບ​ສະຫະລັດ ​ໄດ້​ທຳການ​ປຶກສາ​ຫາລື​ປະຈຳ​ປີ​ ກັບບັນດາ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​
ເທດ​ເກົາຫຼີໃຕ້ ໃນ​ວັນ​ເສົາ​ມື້​ນີ້ ​ຊຶ່ງ​ເປັນ​ເທື່ອ​ທຳ​ອິດ ​ທີ່​ກອງ​ປະຊຸມປຶກສາ​ຫາລື​ໄດ້​ຈັດ​
ຂຶ້ນນັບ​ແຕ່​ປະທານາທິບໍດີ​ເກົາຫຼີ​ໃຕ້ ທ່ານ Moon Ja-in ​ແລະ​ປະທານາທິບໍດີສະ
ຫະລັດ ທ່ານດໍ​ໂນ​ລ ທຣໍາ ໄດ້ສາບານໂຕເຂົ້າຮັບຕຳແໜ່ງ.

​ໃນ​ວັນ​ສຸກ​ວາ​ນນີ້ ທ່ານ Mattis ​ໄດ້​ພົບ​ປະ​ກັບ​ປະທານາທິບໍດີ Moon ​ແລະ​ໄດ້​
ໂອ້ລົມກັບທະຫານສະຫະລັດ ​ແລະ ເກົາຫຼີໃຕ້ ຢູ່ບ້ານ Panmunjom ຊຶ່ງເປັນ
“ບ້ານ​ສະຫງົບເສິກ” ບ່ອນທີ່​ເກົາຫຼີໃຕ້ ​ພົບ​ປະກັບ​ເກົາຫຼີເໜືອ.

ກາ​ນ​ເດີ​ນທາງ​ໄປ​ຢ້ຽມຢາມເອ​ເຊຍຂອງລັດຖະມົນຕີ Mattis ແມ່ນ​ຮວມທັງ​ການ​
ຢຸດແວ່ທີ່​ປະ​ເທດ​ໄທ ​ແລະ​ຟິລິ​ບປີນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG