ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານແມັຕຕິສ ຕິຕຽນ ການເອົາບາດກ້າວ ທີ່ ເກາະຜິດຂອງຈີນ ລະຫວ່າງ ການຢ້ຽມຢາມ ​ອາ​ເມຣິກາ​ໃຕ້


Mattis Criticizes Chinese Aggression During South American Tour
please wait

No media source currently available

0:00 0:02:01 0:00

ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດສະຫະລັດ ທ່ານ​ຈິ​ມ ​ແມັຕຕິ​ສ ກຳລັງທໍາການ​ຢ້ຽມຢາມບັນດາ​ປະ​ເທດໃນທະວີບ​ອາ​ເມຣິກາ​ໃຕ້ ​ໃນ​ສັບປະດາ​ນີ້ ​ເພື່ອໃຫ້ການຄໍ້າ
ປະກັນຕໍ່​ບັນດາ​ປະ​ເທດພັນທະ​ມິດ​ວ່າ ​ສະຫະລັດຢາກສືບ​ຕໍ່​ “ເປັນ​ພາຄີ​ດ້ານ​ຄວາມໝັ້ນຄົງທີ່ພວກ​ເຂົາ​ເຈົ້າເລືອກເອົາ​.” ​ແຕ່​ວ່າ​ ນັກ​ຂ່າວ​ວີ​ໂອ​ເອ ປະຈຳ​ທຳນຽບ
ຫ້​າແຈ ຄາຣ໌ລາ ບາບ​ບ໌ ມີ​ລາຍ​ງານຈາກ​ນະຄອນ ຣິ​ໂອ ​ເດີ ຈາ​ແນ​ໂຣ, ປະ​ເທ​ດບຣາຊີ​ລ
ວ່າ ທ່ານ ແມັຕຕິ​ສ ​ໄດ້​ໃຊ້​ເວລາ​ໃນ​ວັນ​ອັງຄານ​ວານນີ້ ຕຳ​ໜິຈີນ ທີ່ມີການເຄື່ອນໄຫວ
ແບບທ້າທາຍໃນເຂດທະ​ເລ​ຈີນ​ໃຕ້ ແລະ​ຢູ່ເທິງ​ອາກາດ ຊຶ່ງວັນນະ​ສອນ ຈະ​ນຳ​ລາຍ​
ລະອຽດ​ມາສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດສະຫະລັດ ທ່ານ​ຈິ​ມ ​ແມັຕຕິ​ສ ກໍາລັງຢ້ຽມຢາມ
ບັນດາ​ປະ​ເທດໃນທະວີບ​ອາ​ເມຣິກາ​ໃຕ້ ​ໃນ​ສັບປະດາ​ນີ້ ໂດຍທີ່ມີຈີນ ​ຍັງ​ຢູ່​ໃນ​ຫ້ວງ​
ຄວາມ​ຄິດ​ຂອງ​ທ່ານ​ຢູ່.

ໃນການ​ກ່າວຕໍ່​ບັນດາ​ເຈົ້າ​ໜ້າ​ທີ່​ທະຫານ​ບຣາຊີ​ລ ​ໃນ​ນະຄອນ ຣິ​ໂອ ໃນ​ວັນ​ອັງຄານ
​ວານ​ນີ້ນັ້ນ, ທ່ານ​ແມັຕຕິ​ສ ຮຽກຮ້ອງໃຫ້​ມີການ ເປັນ​ພາຄີ​ກັນກັບບຣາຊີລ ​ເພື່ອໃຫ້​
ການ​ປ້ອງ​ກັນ ແກ່ກໍາລັງຂອງປະເທດທັງສອງ ຢູ່ເທິງອະວະກາດ.

ທ່ານກ່າວ​ວ່າ ການຮ່ວມມືກັນ​ແມ່ນ​ມີຄວາມສຳຄັນເປັນພິເສດ ໃນ​ປັດຈຸບັນ​ນີ້ ຊຶ່ງ
ວ່າ​ຈີນ ໄດ້​ສະ​ແດງ​ໃຫ້ເຫັນວ່າ ປະເທດດັ່ງກ່າວ ສາມາດທີ່​ຈະ​ທຳລາຍ​ດາວ​ທຽມທີ່
ໂຄຈອນໃນ​ອະວະກາດທີ່​ຈຳ​ເປັນໃຊ້​ໃນ​ກິດຈະວັດ​ປະຈຳ​ວັນ ​ເຊັ່ນ​ການ​ສື່ສານ,
ການພະຍາກອນ​ອາກາດ ​ແລະ​ດໍາເນີນງານຕ່າງໆ ຂອງລະບົບການບອກທິດທາງ
ທົ່ວໂລກ ຫລື GPS ນັ້ນໄດ້.

ທ່ານ​ຈິ​ມ ​ແມັຕຕິ​ສ ກ່າວ​ວ່າ “ພວກ​ເຮົາ​ເຂົ້າ​ໃຈ​ເຖິງ​ຂໍ້ຄວາມ​ທີ່​ທາງ​ຈີນ​ສະ​ແດງ​
ອອກມາ ເພື່ອຢາກໃຫ້ຮູ້​ວ່າ ພວກ​ເຂົາ​ເຈົ້າ​ສາມາດທຳລາຍດາວ​ທຽມ​ໃນ​ອະວະ
ກາດ​ໄດ້. ພວກ​ເຮົາ​ບໍ່​ມີເຈດຕະນາທີ່​ຈະຫັນເອົາເຂດ​ອະວະກາດໃຫ້ກາຍເປັນ​
ບ່ອນປະຕິບັດ​ງານ​ທາງ​ທະຫານດອກ. ​ແຕ່​ວ່າ, ພວກ​ເຮົາ​ຈະ​ປ້ອງ​ກັນ​ພວກ​ເຮົາ
ເອງຢູ່ໃນອະວະກາດ ຖ້າ​ຫາກ​ວ່າ​ ມັນມີຄວາມ​ຈຳ​ເປັນ​ແທ້ໆ.”

ທ່ານແມັຕຕິ​ສ ຍັງ​ໄດ້​ຕຳ​ໜິ​ຈີນ​ທີ່ຈັດ​ສັນເອົາ​ອາວຸດ​ຍຸດ​ໂທ​ປະກອນແລະເຄື່ອງ​ໃຊ້
ໃນການ​ປ້ອງ​ກັນຊາດ​ອື່ນໆ ໄປໄວ້​ໃນເຂດ​ທະ​ເລ​ຈີນ​ໃຕ້ ທີ່ເປັນ​ເຂດ​ມີ​ການຂັດ​ແຍ້​ງ
ກັນຢູ່​ນັ້ນ, ຊຶ່ງ​ເປັນບ່ອນທີ່ມີ​ເສັ້ນທາງໃຊ້ໃນ​ດ້ານ​ການ​ຄ້າ​ທີ່​ສຳຄັນ​ທີ່​ສຸດບ່ອນນຶ່ງ
​ຂອງ​ໂລກ.

ທ່ານ​ຈິ​ມ ​ແມັຕຕິ​ສ ກ່າວ​ຕື່ມອີກວ່າ “ຈີນ ກໍາລັງເຮັດໃຫ້​ຄວາມໄວ້​ເນື້ອ​ເຊື່ອ​ໃຈຂອງ​
ບັນດາ​ປະ​ເທດ​ໃນ​ຂົງ​ເຂດດັ່ງກ່າວຫລຸດລົງ ​ໂດຍ​ການເຮັດໃຫ້​ມີ​ຄວາມ​ເຂັ້ມ​ແຂງ​
ທາງ​ທະຫານ​ຂອງຕົນຂຶ້ນ.”

ບັນດາ​ນັກ​ຊ່ຽວຊານກ່າວ​ວ່າ ຈີນ​ໄດ້​ໃຫ້ຄວາມສົນໃຈ ຕໍ່​ເຂດທະວີບອາ​ເມຣິກາ​ໃຕ້
ເພີ້ມຂຶ້ນ ຊຶ່ງສ່ວນ​ໃຫຍ່​ແມ່ນຍ້ອນ​ເຫດຜົນ​ທາງ​ດ້ານການຄ້າ. ​ແຕ່​ວ່າ, ປັກ​ກິ່ງກໍ​ໄດ້
​ພະຍາຍາມ​ທີ່​ຈະ​ພັດທະນາ​ໃຫ້ມີການຮ່ວມມືທາງດ້ານ​ການ​ປ້ອງ​ກັນຊາດ​ເພີ້ມຂຶ້ນ.

ລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະລັດ ທ່ານຈິມ ແມັຕຕິສ ໄດ້ຮັບການຕ້ອນຮັບຢ່າງມີກຽດ ຈາກລັດຖະມົນຕີກະຊວງປ້ອງກັນປະເທດບຣາຊິລ, ໃນນະຄອນບຣາຊິລເລຍ, ບຣາຊິລ, 13 ສິງຫາ 2018.
ລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະລັດ ທ່ານຈິມ ແມັຕຕິສ ໄດ້ຮັບການຕ້ອນຮັບຢ່າງມີກຽດ ຈາກລັດຖະມົນຕີກະຊວງປ້ອງກັນປະເທດບຣາຊິລ, ໃນນະຄອນບຣາຊິລເລຍ, ບຣາຊິລ, 13 ສິງຫາ 2018.

ທ່ານ​ເຈ​ສັນ ມາກແຊກຄ໌ (Jason Marczak) ຈາກ​ສະພາ​ອັດ​ແລນ​ຕິກ ກ່າວ​ວ່າ
“ໃນ​ມຸມມອງ​ຂອງ​ຈີນນັ້ນ ເຫັນ​ວ່າການຮ່ວມມືດ້ານນີ້ ແມ່ນສໍາຄັນຫລາຍທີ່ສຸດ
ເພາະ​ວ່າ ມັນ​ຊ່ອຍ​ຮັບປະກັນຄວາມໝັ້ນຄົງໃຫ້ແກ່ການເອົາ​ສິນຄ້າ​ຕ່າງ​ໆ ​ໄປສູ່
ຕະຫຼາດ​ໄດ້.”​

ທ່ານແມັຕຕິ​ສ ເວົ້າວ່າ ສະຫະລັດຢາກ​ໃຫ້​ບັນດາ​ປະ​ເທດ​ທັງຫຼາຍ ​ໄດ້​ຮັບ​ຜົນ​
ປະ​ໂຫຍ​ດ​ເທົ່າ​ທຽມ​ກັນ​ໃນການ​ເຮັດການຄ້າກັບຈີນ, ບໍ່​ຄື​ກັນ​ກັບການເຮັດ​ຂໍ້​ຕົກລົງ
ທາງການຄ້າຈໍານວນນຶ່ງ ລະຫວ່າງ​ຈີນ​ ກັບ​ບັນດາ​ປະ​ເທດ​ທີ່ນ້ອຍ​ກວ່າ ​ໃນທະວີບ​
ເອ​ເຊຍ​ນັ້ນ.

ທ່ານແມັຕຕິ​ສ ກ່າວ​ຕື່ມວ່າ “ການ​ໃຫ້​ຄວາມ​ນັບຖືຕໍ່​ກັນ​ນັ້ນ ​ແມ່ນ​ມາ​ກ່ອນໝູ່​ໝົດ.
ເຈົ້າບໍ່​ສາມາດ​ທີ່ຈະ​ນຳ​ໃຊ້​ເສດຖະກິດແບບເອົາປຽ​ບ ​ແລະ​ສ້າງໜີ້​ສິນ​ອັນ​ໃຫຍ່​ຫຼວງ ກອງກັນຂຶ້ນ​ໃຫ້ແກ່​ປະ​ເທດນັ້ນໆ ​ແລະຈາກນັ້ນກໍລົບລ້າງອໍານາດອະທິປະໄຕ
ຂອງປະເທດນັ້ນ ອອກ​ຈາກ​ທ່າ​ເຮືອ​ຂອງຕົນ ດັ່ງທີ່ເຫັນຢູ່ໃນ​ປະ​ເທດສີ​ລັງການັ້ນ.”

ທຳນຽບຫ້າແຈ​ກ່າວ​ວ່າ ການຂາຍອຸບປະກອນທາງທະຫານ​ຂອງສະຫະລັດ ​ຢູ່ທົ່ວ
ໂລກເພີ້ມຂຶ້ນ​ເຖິງ 5 ພັນ​ລ້ານ​ໂດ​ລາ ເມື່ອທຽບ​ໃສ່​ປີ​ກາຍ​ນີ້. ​ພວກເຈົ້າ​ໜ້າ​ທີ່ ​ຫວັງວ່າ
ການແຂ່ງຂັນ​ຈາກ​ຈີນ ຈະ​ບໍ່ມີຜົນ​ກະທົບ​ຕໍ່ການ​ຂາຍ​ອຸບປະກອນ​ດັ່ງກ່າວ ​ໃນ​ຂົງເຂດ
​ທະວີບອາ​ເມຣິກາ​ລາ​ຕິນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG