ທີ່ກອງປະຊຸມບັນດາປະເທດສະມາຊິກຂອງອົງການເນໂຕ້ຢູ່ນະຄອນ Brussels ໃນວັນພະຫັດວານນີ້ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Jim Mattis ໄດ້ປະ ຕິເສດ ກ່ຽວກັບ ຄວາມເປັນໄປໄດ້ ໃນການຮ່ວມມື ທາງທະຫານໃດໆກໍຕາມ ກັບຣັດເຊຍ ຍ້ອນສະພາບການໃນປັດຈຸບັນ ບໍ່ເປັນທີ່ເໝາະສົມ.
ທ່ານ Mattis ກ່າວທີ່ກອງປະຊຸມຖະແຫຼງຂ່າວຢູ່ກອງບັນຊາການອົງການເນໂຕ້ວ່າ “ພວກເຮົາໃນເວລານີ້ ບໍ່ຢູ່ໃນທ່າທີ ທີ່ຈະໃຫ້ການຮ່ວມມື ໃນລະດັບທາງທະຫານ. ແຕ່ພວກຜູ້ນຳທາງການເມືອງຂອງພວກເຮົາຈະພົວພັນ ແລະພະຍາຍາມຊອກຫາພື້ນຖານຮ່ວມກັນ.”
ຄວາມສຳພັນລະຫວ່າງປະເທດທັງສອງ ໄດ້ຕົກສູ່ລະດັບຕ່ຳສຸດ ນັບແຕ່ສົງຄາມເຢັນເປັນ ຕົ້ນມາ ຍ້ອນມີການກ່າວຫາວ່າ ມົສກູໄດ້ເຂົ້າແຊກແຊງໃນການເລືອກຕັ້ງຂອງສະຫະລັດໃນປີກາຍນີ້ ແລະຍັງສືບຕໍ່ທຳການຮຸກຮານໃນຢູເຄຣນ.”
ທ່ານ Mattis ກ່າວວ່າ ກ່ອນທີ່ການຮ່ວມມືທາງທະຫານໃດໆກໍຕາມ ຈະເລີ້ມຂຶ້ນ ກັບຣັດເຊຍ ຣັດເຊຍຕ້ອງໄດ້ພິສູດໂຕເອງວ່າຕົນສາມາດປະຕິບັດຕາມກົດໝາຍຂອງນາໆຊາດ.
ທ່ານ Mattis ໃຫ້ຄວາມເຫັນດັ່ງກ່າວ ຫລັງຈາກລັດຖະມົນຕີປ້ອງກັນປະເທດ ຣັດເຊຍ ທ່ານ Sergei Shoigu ກ່າວວ່າ ມົສກູ “ພ້ອມແລ້ວທີ່ຈະຟື້ນຟູການ ຮ່ວມມືກັບທຳນຽບຫ້າແຈ.”
ປະທານາທິບໍດີສະຫະລັດທ່ານດໍໂນລ ທຣຳ ກ່າວຊົມເຊີຍຜູ້ນຳຣັດເຊຍ ທ່ານ Vladimir Putin ໃນລະຫວ່າງການໂຄສະນາຫາສຽງເລືອກຕັ້ງເປັນປະທານາທິບໍດີສະຫະລັດແລະຍັງກະທຳການດັ່ງກ່າວຢູ່ ຫລັງຈາກໄດ້ເປັນປະທານາທິບໍດີແລ້ວ.
ແລະເຖິງແມ່ນວ່າ ສະຫະລັດໄດ້ຢຸດເຊົາການຮ່ວມມືກັບຣັດເຊຍ ໃນປີ 2014 ຫຼັງຈາກຣັດເຊຍໄດ້ປະກາດໂຮມເອົາເຂດ Crimea ຂອງຢູເຄຣນເຂົ້າເປັນດິນແດນສ່ວນນຶ່ງຂອງຕົນ ທ່ານທຣຳ ຍັງໄດ້ສະແດງຄວາມສົນໃຈ ທີ່ຈະເຮັດວຽກ ຮ່ວມກັບຣັດເຊຍ ໃນຫລາຍໆບັນ ຫາທີ່ມີຜົນປະໂຫຍດນຳກັນ ເຊັ່ນການຕໍ່ສູ້ຕ້ານກຸ່ມລັດອິສລາມ.
ທ່ານ Mattis ກ່າວໃນວັນພະຫັດວານນີ້ວ່າ ທ່ານບໍ່ຄິດວ່າ ການຕໍ່ສູ້ຕ້ານກຸ່ມລັດອິສລາມ ຈະສິ້ນສຸດລົງໂດຍໄວ ແຕ່ກໍກ່າວຕື່ມວ່າ ສະຫະລັດ ຢາກຈະເລັ່ງລັດ ການປະຕິບັດງານ ຂອງນາໆຊາດ ເພື່ອປາບປາມກຸ່ມຫົວຮຸນແຮງດັ່ງກ່າວ.