ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ໂຈະການທົດລອງ ນິວເຄລຍ ແລະ ລູກສອນໄຟ ລັດສະໝີໄກ


US North Korea
please wait
Embed

No media source currently available

0:00 0:00:56 0:00

ເກົາຫຼີເໜືອ ກ່າວວ່າ ຕົນໄດ້ໂຈະການທົດລອງນິວເຄລຍ ແລະວາງແຜນທີ່ຈະປິດສະ
ຖານທີ່ທົດລອງນິວເຄລຍຂອງຕົນ.

ອົງການສູນກາງຂ່າວຂອງທາງການເກົາຫຼີເໜືອ ໄດ້ກ່າວໃນວັນເສົາວານນີ້ວ່າ ປະເທດ
ຂອງຕົນ “ຈະບໍ່ໃຊ້ອາວຸດນິວເຄລຍ ຫຼື ໂອນອາວຸດນິວເຄລຍ ຫຼື ເທັກໂນໂລຈີ ດ້ານ
ນິວເຄລຍ ອີກຕໍ່ໄປ ພາຍໃຕ້ກໍລະນີໃດໆ ເວັ້ນເສຍແຕ່ວ່າ ມີໄພຂົ່ມຂູ່ດ້ານນິວເຄລຍ
ແລະ ການເກາະຜິດດ້ານນິວເຄລຍ ຕໍ່ເກົາຫຼີເໜືອ ເທົ່ານັ້ນ.”


ກອງທັບຂອງເກົາຫຼີເໜືອ ຍັງໄດ້ຍຸຕິການທົດລອງລູກສອນໄຟລັດສະມີໄກ ແລະ ໄດ້
ກ່າວວ່າ ການໂຈະດັ່ງກ່າວ ໄດ້ມີຜົນບັງຄັບໃຊ້ ໃນວັນເສົາວານນີ້.

ເກົາຫຼີເໜືອ ໄດ້ກ່າວອີກວ່າ ລັດຖະບານ ກຳລັງເອົາບາດກ້າວເພື່ອຫັນປ່ຽນຈຸດເພັ່ງເລັງ
ແລະ ເພື່ອຈະປັບປຸງເສດຖະກິດຂອງປະເທດຊາດ.


ການເຄື່ອນໄຫວດັ່ງກ່າວ ມີຂຶ້ນ ບໍ່ດົນກວ່ານຶ່ງສັບປະດາ ທີ່ຜູ້ນຳຂອງເກົາຫຼີເໜືອ ທ່ານ
ກິມ ຈົງ-ອຶນ ມີກຳນົດຈະພົບປະກັບ ປະທານາທິບໍດີຂອງເກົາຫຼີໃຕ້ ທ່ານມູນ ແຈ-ອິນ
ຢູ່ທີ່ກອງປະຊຸມສຸດຍອດ ເພື່ອການພະຍາຍາມທີ່ຈະຍຸຕິ ການປະເຊີນໜ້າກັນ ທາງດ້ານ
ນິວເຄລຍ ຢູ່ໃນແຫຼມເກົາຫຼີ. ສະຫະລັດ ແລະ ເກົາຫຼີເໜືອ ມີແຜນການວ່າ ຈະພົບປະກັນ ຢູ່ໃນກອງປະຊຸມສຸດຍອດຕ່າງຫາກ ເຖິງແມ່ນວ່າ
ຈະບໍ່ມີວັນເວລາກຳນົດເທື່ອ ກໍຕາມ.

Mattis: Nothing Will Shake US-Japan Relationship
please wait

No media source currently available

0:00 0:01:00 0:00

ພາຍຫຼັງຈາກການປະກາດດັ່ງກ່າວ ປະທານາທິບໍດີ ທຣຳ ໄດ້ຂຽນທວີດວ່າ ການປະກາດ
“ແມ່ນຂ່າວດີແທ້ໆ ສຳລັບເກົາຫຼີເໜືອ ແລະ ໂລກ” ແລະ ໄດ້ກ່າວວ່າ ທ່ານກະຕືລືລົ້ນ
ທີ່ຈະເຂົ້າກອງປະຊຸມສຸດຍອດ.

ເມື່ອຕອນແລງວັນສຸກຜ່ານມາ ທ່ານປະທານາທິບໍດີ ໄດ້ຂຽນທວີດ ວ່າ “ຄວາມກ້າວໜ້າ
ມີແລ້ວ ສຳລັບໝົດທຸກຝ່າຍ!”

ສຳນັກງານ ປະທານາທິບໍດີ ຂອງເກົາຫຼີໃຕ້ ໄດ້ກ່າວວ່າ ການຕັດສິນໃຈຂອງເກົາຫຼີເໜືອ
ແມ່ນເປັນ “ຄວາມໝາຍຂອງຄວາມກ້າວໜ້າ” ເພື່ອເຮັດໃຫ້ແຫຼມເກົາຫຼີປອດອາວຸດ
ນິວເຄລຍ.

Onodera: Pressure on North Korea Must Be Maintained
please wait

No media source currently available

0:00 0:01:09 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG