ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ແມັດຕິສ ກ່າວວ່າ ຈະບໍ່ “ສອດຊ່ອງເບິ່ງ” ລັດຖະບານ ປາກິສຖານ


ລັດຖະມົນຕີ ປ້ອງກັນປະເທດ ສຫລ ເຈມສ໌ ແມັດຕິສ ພົບປະ
ກັບ ປະທານາທິບໍດີ ດໍໂນລ ທຣຳ ແລະ ບັນດາຜູ້ນຳ ລັດຖະ
ສະພາ ສັງກັດພັກຣີພັບບລີກັນ ຢູ່ໃນຫ້ອງການ ໂຣສສະແວ້ລ ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 28 ພະຈິກ 2017.
ລັດຖະມົນຕີ ປ້ອງກັນປະເທດ ສຫລ ເຈມສ໌ ແມັດຕິສ ພົບປະ ກັບ ປະທານາທິບໍດີ ດໍໂນລ ທຣຳ ແລະ ບັນດາຜູ້ນຳ ລັດຖະ ສະພາ ສັງກັດພັກຣີພັບບລີກັນ ຢູ່ໃນຫ້ອງການ ໂຣສສະແວ້ລ ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 28 ພະຈິກ 2017.

ລັດຖະມົນຕີ ປ້ອງກັນປະເທດ ສະຫະລັດ ທ່ານ ຈິມ ແມັດຕິສ ໄດ້ເດີນທາງໄປ
ຢ້ຽມຢາມ ປາກິສຖານ ໃນວັນຈັນມື້ນີ້ ບ່ອນທີ່ທ່ານໄດ້ກ່າວວ່າ ທ່ານບໍ່ມີແຜນການ
ທີ່ຈະ“ສອດຊ່ອງເບິ່ງ” ລັດຖະບານປາກິສຖານ ແຕ່ຄາດວ່າ ຈະປະຕິບັດຕາມຄຳ
ໝັ້ນສັນຍາຂອງຕົນ ເພື່ອຕໍ່ສູ້ຕ້ານຢັນ ລັດທິກໍ່ການຮ້າຍ.

ການກ່າວຖະແຫລງ ໃນຂະນະທີ່ຢູ່ເທິງເຮືອບິນຂອງກອງທັບ ກ່ອນໜ້າ ການໄປຢ້ຽມ
ຢາມ ນະຄອນຫຼວງ ອິສລາມາບັດ ເປັນຄັ້ງທຳອິດ ໃນຖານະ ຫົວໜ້າທຳນຽບຫ້າແຈ ນັ້ນ
ທ່ານແມັດຕິສ ກ່າວວ່າ ທ່ານບໍ່ໄດ້ຄາດໝາຍວ່າ ຈະລົງເລິກປານໃດ ໃນລະຫວ່າງ ການ
ພົບປະກັບ ນາຍົກລັດຖະມົນຕີ ຂອງປາກິສຖານ ທ່ານ ຊາຫິດ ຄາການ ອາບາຊີ ແລະ
ຜູ້ບັນຊາການກອງທັບບົກ ທ່ານ ກາມາ ຈາເວດ ບາຈ໌ວາ.

ທ່ານແມັດຕິສ ກ່າວວ່າ “ອັນນັ້ນ ບໍ່ແມ່ນວິທີທີ່ຂ້າພະເຈົ້າຈະຮັບມື ກັບບັນຫາຕ່າງໆ.
ຂ້າພະເຈົ້າ ເຊື່ອວ່າ ພວກເຮົາສາມາດທຳງານໜັກໄດ້ ເພື່ອຊອກຫາພື້ນຖານທີ່
ເຫັນດີນຳກັນ ແລະ ຕໍ່ຈາກນັ້ນ ພວກເຮົາກໍ່ຈະທຳງານຮ່ວມກັນ.”

ໃນເດືອນຕຸລາຜ່ານມາ ທ່ານແມັດຕິສ ໄດ້ເຕືອນວ່າ ສະຫະລັດ ເຕັມໃຈ ທີ່ຈະທຳ
ງານ ກັບປາກິສຖານ “ອີກຄັ້ງນຶ່ງ” ກ່ອນຈະເອົາ“ບາດກ້າວອັນໃດອັນນຶ່ງ ທີ່ເຫັນ
ວ່າ ເໝາະສົມ”
ເພື່ອແກ້ໄຂບັນຫາ ການສະໜັບສະໜູນທີ່ຖືກກ່າວຫາ ຂອງພວກຫົວ
ຮຸນແຮງປາກິສຖານນັ້ນ.

ແຕ່ໃນວັນອາທິດວານນີ້ ທ່ານແມັດຕິສ ກ່າວວ່າ ທ່ານກຳລັງເພັ່ງເລັງໃສ່ ຄວາມພະ
ຍາຍາມ ທີ່ຈະຫາ “ພື້ນຖານທີ່ເຫັນດີນຳກັນຫຼາຍຂຶ້ນ....ດ້ວຍການຮັບຟັງ ຊຶ່ງກັນ
ແລະກັນ ປາດສະຈາກການສູ້ລົບຕົບຕີກັນ.”

ສະຫະລັດ ໄດ້ກ່າວຫາ ປາກິສຖານ ມາ ໄດ້ຫຼາຍສິບປີ ວ່າ ປາກິສຖານ ໃຫ້ທີ່ພັກພິງ ຫຼື
ມີສາຍພົວພັນກັບພວກກໍ່ການຮ້າຍ ເຊັ່ນ ເຄື່ອຂ່າຍ ກຸ່ມ ຮັກການີ ແລະ ກຸ່ມຕາລີບານ
ຈາກອັຟການິສຖານ ເຊິ່ງ ໂຈມຕີ ກຳລັງປະສົມຂອງອົງການເນໂຕ ຢູ່ໃນ ອັຟການິສຖານ
ທີ່ເປັນປະເທດເພື່ອນບ້ານ.

ລັດຖະບານອິສລາມາບັດ ປະຕິເສດ ຕໍ່ຂໍ້ກ່າວຫາດັ່ງກ່າວ ໂດຍເວົ້າວ່າ ວໍຊິິງຕັນ ກຳລັງ
ເຮັດໃຫ້ ປາກິສຖານ ເປັນແພະຮັບບາບ ສຳລັບ ຄວາມລົ້ມແຫລວຂອງຕົນ ຢູ່ໃນ
ອັຟການິສຖານ ບ່ອນທີ່ສະຫະລັດ ຍັງຄົງຢູ່ໃນສະພາບທີ່ບໍ່ໄປບໍ່ມາ ຫຼັງຈາກ ເກີດ
ສົງຄາມມາໄດ້ 16 ປີແລ້ວນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG