ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານຈິມ ແມັດຕິສ ກ່າວວ່າ ອຸບປະ
ກອນ ໄດ້ສົ່ງໄປເຖິງ ຖານທັບ ໃນປະເທດເທີກີແລ້ວ ເພື່ອໃຫ້ທະຫານເທີກີ ກະກຽມ ການລາດຕະເວນຮ່ວມກັບກຳລັງສະຫະລັດ ໃນພາກເໜືອຂອງປະເທດຊີເຣຍ.
ທ່ານແມັດຕິສ ກ່າວຕໍ່ພວກນັກຂ່າວຢູ່ທີ່ທຳນຽບຫ້າແຈ ໃນວັນສຸກວານນີ້ວ່າ “ອຸບປະ
ກອນສຳລັບການຝຶກຊ້ອມໄດ້ສົ່ງໄປເຖິງຖານທັບອິນເຊີລິກແລ້ວ” ຊຶ່ງທ່ານໝາຍເຖິງ
ຖານທັບຍຸດທະສາດໃນພາກໃຕ້ຂອງປະເທດເທີກີທີ່ນຳໃຊ້ໂດຍທະຫານອາເມຣິກັນ.
ທ່ານແມັດຕິສກ່າວວ່າ ການຝຶກຊ້ອມ ຄວນຈະເລີ້ມຂຶ້ນ ໃນອີກບໍ່ເທົ່າໃດອາທິດຂ້າງ
ໜ້ານີ້.
ທ່ານກ່າວວ່າ “ຂ້າພະເຈົ້າບໍ່ຄິດວ່າ ພວກເຮົາເວົ້າກັນໃນໄລຍະຫຼາຍເດືອນຂ້າງໜ້າ.”
ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ເວລາໃດ ກຳລັງສະຫະລັດ ແລະເທີກີ ຈຶ່ງຈະເລີ້ມທຳ
ການລາດຕະເວນຮ່ວມກັນຢູ່ໃນປະເທດຊີເຣຍເມື່ອການຝຶກຊ້ອມຂອງກຳລັງເທີກີສິ້ນ
ສຸດລົງແລ້ວ.
ໃນເດືອນແລ້ວນີ້ ສະຫະລັດ ເລີ້ມ “ການລາດຕະເວນ ທີ່ໄດ້ເຮັດໄປໂດຍລຳພັງແຕ່ກໍ
ມີການປະສານງານ” ກັບກຳລັງເທີກີ ໃກ້ໆກັບເມືອງແມນບິຈ ທີ່ເປັນອັນຕະລາຍໃນ
ພາກເໜືອຂອງປະເທດຊີເຣຍ.
ເມືອງແມນບິຈແມ່ນຄວບຄຸມໂດຍພວກນັກລົບຊາວເຄີດຊຶ່ງວໍຊິງຕັນແມ່ນໄດ້ໃຫ້ການ
ສະໜັບສະໜຸນ ຕໍ່ພວກນັກລົບຊາວເຄີດ ໃນເມືອງດັ່ງກ່າວ ທີ່ອັງກາຣາກ່າວວ່າ ເປັນ
ພວກກໍ່ການຮ້າຍຕໍ່ຕ້ານເທີກີນັ້ນ.
ທຳນຽບຫ້າແຈ ກ່າວວ່າ ຈຸດປະສົງ ຂອງການລາດຕະເວນນີ້ ກໍແມ່ນເພື່ອໃຫ້ການສະ
ໜັບສະໜຸນ “ຄວາມໝັ້ນຄົງໄລຍະຍາວຢູ່ໃນເມືອງແມນບິຈ” ແລະປະຕິບັດຕາມພັນ
ທະຂອງຕົນ ທີ່ມີຕໍ່ເທີກີ ຊຶ່ງປັນພັນທະມິດຂອງອົງການເນໂຕ້.