ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານ Jim Mattis ກຳລັງເດີນທາງ
ໄປຢ້ຽມຢາມຍີ່ປຸ່ນ ແລະເກົາຫຼີໃຕ້ ໃນວັນພຸດມື້ນີ້ ໃນການເດີນທາງໄປຕ່າງປະເທດເປັນ
ຄັ້ງທຳອິດຂອງທ່ານ ນັບຕັ້ງແຕ່ໄດ້ເຂົ້າກຳຕຳແໜ່ງມາ. Carla Babb ນັກຂ່າວ VOA
ປະຈຳທຳນຽບ 5 ແຈ ມີລາຍງານກ່ຽວກັບຄວາມຄາດຫວັງໃນການຢ້ຽມຢາມດັ່ງກ່າວ ຊຶ່ງວັນນະສອນ ຈະນຳເອົາລາຍລະອຽດ ມາສະເໜີທ່ານ
.
ທຳນຽບ 5 ແຈ ກ່າວວ່າ ການຢ້ຽມຢາມ ຍີ່ປຸ່ນ ແລະເກົາຫຼີໃຕ້ ຂອງທ່ານ Mattis ນັ້ນ
ແມ່ນເປັນໂອກາດທີ່ຈະໄດ້ຮັບຟັງກ່ຽວກັບຄວາມເປັນຫວ່ງເປັນໃຍຂອງສອງປະເທດ
ຄູ່ພາຄີທີ່ໄກ້ຊິດທາງທະຫານຂອງສະຫະລັດ.
ເຈົ້າໜ້າທີ່ປ້ອງກັນປະເທດບອກ VOA ວ່າ ລັດຖະມົນຕີກະຊວງປ້ອງກັນປະເທດຄົນ
ດັ່ງກ່າວ ມີກຳໜົດຈະພົບປະກັບ ປະທານາທິບໍດີຮັກສາການຊົ່ວຄາວຂອງເກົາຫຼີໃຕ້
ກັບນາຍົກລັດຖະມົນຕີຂອງຍີ່ປຸ່ນ ແລະລັດຖະມົນຕີກະຊວງປ້ອງກັນປະເທດ ຂອງທັງ
ສອງປະເທດ.
ພວກນັກຊ່ຽວຊານກ່າວວ່າ ການຢ້ຽມຢາມຄັ້ງນີ້ ມີເປົ້າໝາຍແນໃສ່ ການສ້າງຄວາມ
ໝັ້ນໃຈ ໃຫ້ຄູ່ພາຄີ ໃນຫຼາຍໆເດືອນ ກ່ອນໜ້າລັດຖະບານຊຸດນີ້ ຈະຊີ້ແຈງແລະໃຫ້
ຄວາມກະຈ່າງແຈ້ງເຖິງແຜນຍຸດທະສາດໃນເຂດປາຊິກຟິກ.
ຄວາມເຫັນຂອງປະທານາທິບໍດີສະຫະລັດ ທ່ານ Donald Trump ເວລາໂຄສະນາ
ຫາສຽງ ໄດ້ຮຽກຮ້ອງໃຫ້ປະເທດທັງຫຼາຍ ລວມທັງ ຍີ່ປຸ່ນແລະເກົາຫຼີໃຕ້ ໃຫ້ ໃຊ້ຈ່າຍ
ດ້ານຄວາມປອດໄພ ຊ່ອຍ ສຫຣ ແລະແມ່ນກະທັ່ງສະ
ເໜີແນະຢູ່ໃນການສຳພາດຄັ້ງນຶ່ງວ່າ ຍີ່ປຸ່ນ ຄວນຈະມີອາວຸດນິວເຄລຍຂອງຕົນເອງ
ຢັບຢັ້ງໄພຂົ່ມຂູ່ດ້ານ ນິວເຄຼຍ ຂອງເກົາຫຼີເໜືອ.
ທ່ານ Bonnie Glaser ຈາກສູນສຶກສາການຍຸດທະສາດແລະການວາງແຜນນາໆຊາດ ກ່າວວ່າ “ຂ້າພະເຈົ້າບໍ່ຄິດວ່າ ລັດຖະມົນຕີກະຊວງປ້ອງກັນປະເທດແມຕິສ ຈະສະໜັບ
ສະໜຸນ ໃຫ້ປະເທດທັງສອງນີ້ ພັດທະນາອາວຸດນິວເຄລຍ. ພວກເຮົາຢາກສົ່ງສັນຍານໃຫ້ປະເທດທັງສອງຮູ້ວ່າ ຄວາມປອດໄພຂອງສອງປະເທດນີ້ ແມ່ນຮວມເຂົ້າຢູ່ກັບ
ຄວາມປອດໄພຂອງສະຫະລັດ ແລະພາລະໜ້າທີ່ຂອງພວກເຮົານັ້ນແມ່ນຈະປະຕິບັດ ແລະຈັດການໄດ້.”
ການຢ້ຽມຢາມຂົງເຂດເອເຊຍຕາເວັນອອກຄັ້ງນີ້ ມີຂຶ້ນ ຫຼັງຈາກທຳນຽບຂາວ ໃຫ້ຄວາມເຫັນກ່ຽວກັບການພົວພັນທີ່ເລິກເຊິງຂຶ້ນ ໃນທະເລຈີນໃຕ້ ໃນຂະນະທີ່ຈີນກຳລັງຄືບໜ້າ
ສ້າງເກາະທຽມ ແລະມີປາກສຽງກັບປະເທດເພື່ອນບ້ານ ໃນການອ້າງເອົາກຳມະສິດ
ໃນໝູ່ເກາະດັ່ງກ່າວ ເຊັ່ນ Spratlys ນັ້ນ.
ທ່ານ Sean Spicer ໂຄສົກທຳນຽບຂາວ ກ່າວວ່າ “ຖ້າຫາກວ່າພວກໝູ່ເກາະເຫຼົ່ານັ້ນ ແມ່ນນ່ານນ້ຳນາໆຊາດແທ້ ແລະບໍ່ແມ່ນສ່ວນນຶ່ງຂອງກຳມະສິດຈີນແລ້ວ ສະນັ້ນ
ແມ່ນແລ້ວ ພວກເຮົາຈະກຳກັບແລະປົກປ້ອງຜືນແຜ່ນດິນນາໆຊາດ ຈາກການທີ່ເຂົ້າຍຶດຄອງໂດຍປະເທດໃດປະເທດນຶ່ງ.”
ສ່ວນວ່າ ການປ້ອງກັນທີ່ວ່ານັ້ນ ຈະເປັນແບບໃດ ຍັງຕ້ອງໄດ້ເບິ່ງໄປກ່ອນ ແຕ່ພວກນັກ
ຊ່ຽວຊານທັງຫຼາຍ ເຊັ່ນທ່ານ Bonnie Glaser ແມ່ນຮຽກຮ້ອງໃຫ້ມີຄວາມລະໝັດລະວັງ.
ທ່ານ Glaser ກ່າວວ່າ “ການຂີດເສັ້ນສີແດງແຕ່ຫົວທີ ແລ້ວເຮັດບໍ່ໄດ້ ຈະເຮັດໃຫ້ເປັນ
ບັນຫາຂຶ້ນມາສຳລັບ ສະຫະລັດ ເລື່ອງຄວາມເຊື່ອຖື ໃນການທີ່ຈະກ້າວຕໍ່ໄປຂ້າງໜ້າ”
ກອງທັບເຮືອສະຫະລັດ ທຳການລາດຕະເວນຢູ່ ເປັນປະຈຳ ເພື່ອເສລີພາບໃນການເດີນ
ເຮືອໃນນ່ານນ້ຳນາໆຊາດ ແຕ່ວ່າ ສະຫະລັດກໍແມ່ນຈະຢູ່ຫ່າງໆ ຈາກການຜິດຖຽງກັນ ດ້ານການອ້າງເອົາກຳມະສິດດິນດອນ.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ
ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ