ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Mattis ຈະຢ້ຽມຢາມ ເອເຊຍ ໃນນາມ ລມຕ ປ້ອງກັນປະເທດ ສະຫະລັດ


ລມຕ ປ້ອງກັນປະເທດ ທ່ານ James Mattis
ລມຕ ປ້ອງກັນປະເທດ ທ່ານ James Mattis

ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ James Mattis ມີ​ແຜນ ການ ທີ່ ​ຈະ​ເດີນທາງ​ໄປ​ຢ້ຽມຢາມ​ຍີ່​ປຸ່ນ ​ແລະ​ເກົາຫຼີ​ໃຕ້ ​ໃນ​ເດືອນ​ໜ້ານີ້ ຊຶ່ງ​ເປັນ​ການ​ຢ້ຽມຢາມ​
ໃນ​ຖານະ​ຫົວໜ້າ​ທຳນຽບຫ້າ​ແຈ​ເທື່ອ​ທຳ​ອິດ ອີງ​ຕາມ​ຄຳ​ເວົ້າຂອງ​ໂຄສົກ​ໃນ​ວັນ​ພຸດ​ວານ​ນີ້.

ທ່ານ Jeff Davis ​ໂຄສົກ​ທຳນຽບຫ້າ​ແຈ ກ່າວ​ວ່າ “ການ​ເດີນທາງ​ດັ່ງກ່າວ​ນີ້ຈະ​ເນັ້ນ​ໃຫ້​
ເຫັນ​ເຖິງ​ຄວາມ​ໝັ້ນໝາຍ​ຂອງ​ສະຫະລັດຕໍ່​ການ​ເປັນ​ພັນທະ​ມິດ​ທີ່​ຍືນ ຍົງ​ຂອງ​ພວກ​ເຮົາ
​ກັບ​ຍີ່ປຸ່ນ​ແລະ​ສາທາລະນະ​ລັດ​ເກົາຫຼີ ​ພ້ອມ​ທັງ​ເສີມ​ຂະຫຍາຍ ການ​ຮ່ວມ​ມື​ໃນ​ດ້ານ​
ຄວາມ​ໝັ້ນຄົງ ລະຫວ່າງ​ສະຫະລັດ ຍີ່​ປຸ່ນ ​ແລະສາທາລະນະ​ລັດ​ເກົາຫຼີ​ເພີ້ມຂຶ້ນ.”

ທ່ານ Mattis ຈະ​ອອກ​ເດີນທາງ​ໄປ​ເກົາຫຼີ​ໃຕ້​ໃນ​ວັນ​ທີ 1 ກຸມພາ​ແລະ​ເດີນທາງ​ໄປ​ໂຕ​ກຽວ ສອງ​ມື້ຫລັງ​ຈາກ​ນັ້ນ. ​ໃນ​ລະຫວ່າງ​ການ​ຮັບ​ຟັງ​ຄຳ​ໃຫ້ການ​ເພື່ອ​ຮັບ ຮອງ​ເອົາ​ການ​ແຕ່ງຕັ້ງ
ທ່ານ​ ​ແລະ​ການ​ເຂົ້າ​ຮັບ​ຕຳ​ແໜ່​ງມື້ທຳ​ອິດ​ທີ່​ນຳ​ນຽບຫ້າ​ແຈ ນັ້ນ ທ່ານ Mattis ​ໄດ້​ກ່າວ​ຢ້ຳ
​ເຖິງ​ຄວາມ​ສຳຄັນ​ໃນ​ການ​ສືບ​ຕໍ່​ຮັກສາ​ກຸ່ມ​ພັນທະ​ມິດ​ນາໆ​ຊາດ.

​ແຕ່​ແນວ​ໃດ​ກໍ​ຕາມ ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​ໄດ້​ຂູ່​ໃນ​ລະ ຫວ່າງ​ການ​ໂຄສະນາ​ຫາ​ສຽງ​ນັ້ນວ່າ ຈ​ະຖອນ​ກຳ​ລັງອາ​ເມຣິກັນ​ອອກ​ຈາກ​ເກົາຫຼີ​ໃຕ້​ແລະ​ຍີ່ປຸ່ນ​ ຖ້າ​ປະ​ເທດ​ທັງ​ສອງ​ຫາກ ​ບໍ່​ໃຊ້​ຈ່າຍ​ເງິນ​ເພີ້ມຕື່ມ​ໃນ​ການ​ສະໜັບສະໜຸນ​ກຳລັງ​ສະຫະລັດ.

ນາຍ​ພົນ Mattis ຊຶ່ງ​ເປັນຄະນະ​ລັດຖະບານ​ຄົນ​ທຳ​ອິດ​ຂອງ​ທ່ານ​ທຣຳທີ່​ໄດ້ຖືກ​ຮັບຮອງ​ເອົາ ​ເຄີຍ​ຮັບ​ໜ້າ​ທີ່​ເປັນ​ຜູ້​ບັນຊາ​ການ​ກອງ​ກຳລັງ​ສະຫະລັດ​ໃນ​ພາກ​ຕາ ​ເວັນ​ອອກ​ກາງຫຼື Central Command ​ແລະ​ຜູ້​ບັນຊາ​ການ​ກອງກຳລັງ​ອົງການ​ເນ​ໂຕ້​ເພື່ອ​ການ​ປະຕິ​ຮູບ​ໃນ​ຂະນະ​ທີ່​ທ່ານ​ຍັງ​ຢູ່​ໃນ​ເຄື່ອງ​ແບບ. ທ່ານ​ໄດ້​ອອກ​ກິນ ​ເບ້ຍ​ບຳນານ​ຈາກ​ການ​ຮັບ​ໃຊ້​ຢູ່​ໃນ​ກອງທັບ​ເມື່ອ​ປີ 2013.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG