ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສຫລ ​​​ຄໍ້​າປະກັນ ຕໍ່​ເກົາຫຼີ​ໃຕ້ວ່າ ສຫລ ຍັງ​ຈະ​ສືບຕໍ່ ຮັກສາ​ຄວາມ​ໝັ້ນຄົງ ຢູ່ແຫລມ ເກົາຫລີ


ລັດຖະມົນ​ຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານຈິ​ມ ​ແມັດ​ຕິ​ສ.
ລັດຖະມົນ​ຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານຈິ​ມ ​ແມັດ​ຕິ​ສ.

ລັດຖະມົນ​ຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານຈິ​ມ ​ແມັດ​ຕິ​ສ ​ໄດ້​ໃຫ້ການ​ຄໍ້​າປະກັນຕໍ່​
ເກົາຫຼີ​ໃຕ້​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ​ຄວາມ​ມຸ້ງໝັ້ນຂອງສະຫະລັດທີ່​ມີ​ຕໍ່​ຄວາມ​ໝັ້ນຄົງ​
ຂອງ​ຕົນຍັງ “​ໜຽວ​ແໜ້ນເໝືອນ​ເດີມ.”

ຄຳ​ຖະ​ແຫຼ​ງ​ດັ່ງກ່າວໄດ້​ມີ​ຂຶ້ນ​ໃນ​ຂະນະ​ທີ່​ທ່ານ​ແມັດ​ຕິ​ສ​ໄດ້​ພົບ​ປະ​ກັບ ລັດຖະມົນຕີ
ກະຊວງ​ປ້ອງ​ກັນ​ປະ​ເທດ​ເກົາຫຼີ​ໃຕ້​ ທ່ານຊົງ ຢຸງ ມູ ​ໃນ​ນະຄອນ​ໂຊ​ລ ​ໃນ​ຂະນະ​ທີ່​ບັນ
ດານັກ​ເຈລະຈາ​ສອງ​ຂອງປະ​ເທດ​ດຳ​ເນີນການ​ພົບ​ປະກັນ​ເພື່ອ​ກ້າວ​ໄປສູ່​ເປົ້າ​ໝາຍ
ໃນ​ການເຮັດ​ໃຫ້ເກົາຫຼີ​ເໜືອລົບ​ລ້າງ​ອາວຸດ​ນິວ​ເຄລຍ​ໄປ​.

​ໃນ​ຕົ້ນ​ເດືອນ​ນີ້ ປະທາ​ນາ​ທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ​ໄດ້​ປະກາດຍຸຕິ​ການ
​ຊ້ອມ​ລົບທາ​ງທະຫານ​ກັບ​ເກົາຫຼີ​ໃຕ້​ໄວ້ ພາຍຫຼັງທີ່​ທ່ານ​ໄດ້​ຈັດ​ກອງ​ປະຊຸມ​ສຸດ​ຍອດ
ກັບ​ຜູ້ນຳ​ເກົາຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ຂຶ້ນ. ​ເກົາຫຼີ​ເໜືອ ​ໄດ້​ຮ້ອງໃຫ້ຢຸດ​ເຊົາ​ການ​ຊ້ອມ
ລົບ​ມາ​ເປັນ​ເ​ວລາດົນ​ນານ ທ່າມກາງ​ຄວາມ​ຢ້ານ​ກົວວ່າ ​ພວກ​ປະ​ເທດ​ດັ່ງກ່າວໄດ້​ແນ
​ໃສ່​ວາງ​ແຜນຮຸກ​ຮານ ຊຶ່ງກອງທັບສະຫະລັດ ​ແລະເກົາຫຼີ​ໃຕ້​ໄດ້​ປະຕິ​ເສດ​ໄປ​ນັ້ນ.

ການ​ເຄື່ອນ​ໄຫວ​ຂອງ​ປະທານາທິບໍດີ​ທຣໍາ ເຮັດ​ໃຫ້ບັນດາພັນທະ​ມິດ​ຂອງ​ສະຫະລັດ
ຢູ່​ໃນ​ຂົງ​ເຂດມີຄວາມ​ເປັນ​ຫ່ວງ​ລະຫວ່າງ​ ກ່ຽວກັບ​ວ່າສະຫະລັດຈະສືບຕໍ່​ໃຫ້ການ​ຊ່ວຍ
​ເຫລືອ​ດ້ານ​ກາ​ນຮັກສາ​ຄວາມ​ໝັ້ນຄົງ​ແກ່​ພວກ​ເຂົາ​ເຈົ້າ ຫລືບໍ່.

ທ່ານ​ແມັດ​ຕິ​ສ ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ການ​ໂຈະ​ການຝຶກຊ້ອມທະຫານ ​ເປັນ​ການ
ສ້າງ​ໂອກາດ​ທີ່​ດີ​ໃຫ້​ແກ່​ສັນຕິພາບ​ຢູ່​ແຫຼມ​ເກົາຫຼີ.

​ແຕ່​ທ່ານ​ກໍກ່າວ​ວ່າ ​ຈຳນວນ​ທະຫານ​ສະຫະລັດທີ່ຮັກສາ​ການ​ຢູ່​ທີ່​ນັ້ນ​ຈະ​ບໍ່​ປ່ຽນ​ແປງ
​ແລະ​ກອງທັບ​ຂອງ​ທັງ​ສອງປະ​ເທດຍັງ​ຈະ “ຄອຍ​ລະວັງ ​ແລະກຽມພ້ອມ​ທີ່​ຈະປ້ອງ​ກັນ​
ຕ້າ​ນກັບ​ທ້າ​ທາຍ​ໃດໆ.”

ຫົວໜ້າ​ທຳນຽບຫ້າ​ແຈ​ເດີນທາງ​ໄປ​ຍີ່​ປຸ່ນ ​ເພື່ອ​ພົບ​ປະ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ ຢູ່​
ທີ່​ນັ້ນ.

ກ່ອນໜ້ານັ້ນທ່ານ​ໄດ້​ຢຸດແວ່​ໄປ​ປະ​ເທດ​ຈີນ ບ່ອນ​ທີ່​ທ່ານ​ໄດ້​ພົບ​ປະ​ກັບປະທານ​ປະ​ເທດ
ສີ ຈິ້ນຜິ​ງ ​ແລະ​ຍົກເອົາຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ການ​ເຮັດ​ໃຫ້ທະ​ເລ​ຈີນ​ໃຕ້​ເປັນ​ເຂດ​ທະ
ຫານ ແລະ​ເສລີພາບ​ການ​ເດີນ​ເຮືອຢູ່​ເຂດ​ນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG