ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານແມັດຕິສ ໃຫ້ຄວາມໝັ້ນໝາຍ ຕໍ່ເກົາຫຼີໃຕ້ ໃນການສະໜັບສະໜູນ ດ້ານຄວາມໝັ້ນຄົງ


ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ ຈິມ ແມັດຕິສ ຢູ່ເທິງເຮືອບິນ ປະຈຳຕຳແໜ່ງຂອງທ່ານ ໃນການເດີນທາງ ໄປຢ້ຽມຢາມປະເທດຈີນ ເກົາຫຼີໃຕ້ ແລະຍີ່ປຸ່ນ, ວັນທີ 24 ມິຖຸນາ 2018
ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ ຈິມ ແມັດຕິສ ຢູ່ເທິງເຮືອບິນ ປະຈຳຕຳແໜ່ງຂອງທ່ານ ໃນການເດີນທາງ ໄປຢ້ຽມຢາມປະເທດຈີນ ເກົາຫຼີໃຕ້ ແລະຍີ່ປຸ່ນ, ວັນທີ 24 ມິຖຸນາ 2018

ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ ຈິມ ແມັດຕິສ ໄດ້ໃຫ້ຄວາມໝັ້ນໃຈແກ່
ເກົາຫຼີໃຕ້ ໃນວັນພະຫັດມື້ນີ້ ວ່າ ຄວາມໝັ້ນໝາຍຂອງສະຫະລັດ “ຍັງຄົງຢ່າງໜຽວ
ແໜ້ນ ຢູ່ຄືເກົ່າ.”

ຄຳເຫັນດັ່ງກ່າວໄດ້ມີຂຶ້ນ ໃນຂະນະທີ່ ທ່ານ ແມັດຕິສ ໄດ້ພົບປະກັບ ລັດຖະມົນຕີ
ປ້ອງກັນປະເທດ ຂອງເກົາຫຼີໃຕ້ ທ່ານ ຊົງ ຢັງ-ມູ ໃນນະຄອນຫຼວງ ໂຊລ ໃນເວລາ
ດຽວກັນ ບັນດານັກເຈລະຈາ ຈາກທັງສອງປະເທດ ສືບຕໍ່ປຶກສາຫາລື ໄປສູ່ເປົ້າໝາຍ
ການປົດອາວຸດນິວເຄລຍຂອງເກົາຫຼີເໜືອ.

ເມື່ອຕົ້ນເດືອນນີ້ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ປະກາດໂຈະການ
ຊ້ອມລົບກັບເກົາຫຼີໃຕ້ ຫຼັງຈາກທີ່ທ່ານໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ກັບຜູ້ນຳ
ເກົາຫຼີເໜືອ ທ່ານກິມ ຈົງ ອຶນ. ສ່ວນເກົາຫຼີເໜືອ ກໍໄດ້ຮຽກຮ້ອງໃຫ້ຍຸຕິການຊ້ອມລົບ
ດັ່ງກ່າວ ມາເປັນເວລານານແລ້ວ ທ່າມກາງທີ່ມີຄວາມຢ້ານກົວວ່າ ການຊ້ອມລົບ
ເຫຼົ່ານັ້ນ ແມ່ນມີຈຸດປະສົງແນໃສ່ ການວາງແຜນຮຸກຮານ ເຊິ່ງກອງທັບຂອງສະຫະລັດ
ແລະເກົາຫຼີໃຕ້ ໄດ້ປະຕິເສດ.

ການເຄື່ອນໄຫວຂອງທ່ານທຣຳ ໄດ້ກໍ່ໃຫ້ເກີດຄວາມເປັນຫ່ວງ ພາຍໃນກຸ່ມພັນທະມິດ
ຢູ່ໃນຂົງເຂດຂອງສະຫະລັດ ກ່ຽວກັບວ່າ ສະຫະລັດ ຈະສືບຕໍ່ສະໜອງການຊ່ອຍເຫຼືອ
ດ້ານຄວາມໝັ້ນຄົງ ຫຼືບໍ່.

ທ່ານແມັດຕິສ ໄດ້ກ່າວໃນວັນພະຫັດມື້ນີ້ ວ່າ ການໂຈະການຊ້ອມລົບນັ້ນ ຈະເປັນການ
ສ້າງໂອກາດທີ່ດີຂຶ້ນ ສຳລັບສັນຕິພາບ ຢູ່ໃນແຫຼມເກົາຫຼີ.

ແຕ່ທ່ານໄດ້ກ່າວຕື່ມວ່າ ຈຳນວນຂອງທະຫານ ສະຫະລັດ ປະຈຳການຢູ່ທີ່ເກົາຫຼີໃຕ້
ຈະບໍ່ປ່ຽນແປງ ແລະວ່າ ທັງສອງກອງທັບ ຍັງຄົງ “ລະມັດລະວັງ ແລະກຽມພ້ອມ ທີ່ຈະ
ປ້ອງກັນຕໍ່ການທ້າທາຍໃດໆ.”

ຫົວໜ້າທຳນຽບຫ້າແຈ ຈະເດີນທາງຕໍ່ ໄປຍັງປະເທດຍີ່ປຸ່ນ ສຳລັບກອງປະຊຸມຢູ່ທີ່ນັ້ນ
ກັບບັນດາເຈົ້າໜ້າທີ່ອາວຸໂສ.

ກ່ອນໜ້ານີ້ ທ່ານໄດ້ຢຸດແວ່ ໃນປະເທດຈີນ ບ່ອນທີ່ທ່ານໄດ້ພົບປະກັບປະທານປະເທດ
ສີ ຈິ້ນຜິງ ແລະ ກໍໄດ້ຍົກຄວາມເປັນຫ່ວງຂຶ້ນມາ ກ່ຽວກັບການສ້າງຄ້າຍທະຫານ ແລະ
ເສລີພາບໃນດ້ານການເດີນເຮືອ ຢູ່ໃນທະເລຈີນໃຕ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Mattis Asia
please wait
Embed

No media source currently available

0:00 0:00:40 0:00

XS
SM
MD
LG