ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານທຣຳ ກັບທ່ານ Mattis ໃຫ້ຄວາມເຫັນບໍ່ຄືກັນ ໃນການຮັບມືກັບໂຄງການ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດເກົາຫຼີເໜືອ


ລັດ​ຖະ​ມົນຕີ​ປ້ອງ​ກັນ​ປະ​ເທດ​ ສະຫະລັດ ທ່ານ ​Jim Mattis ຕອບຄຳຖາມຂອງພວກນັກຂ່າວ ກ່ຽວກັບ ເກົາຫຼີ​ເໜືອ, ກ່ອນການພົບປະກັບລັດ​ຖະ​ມົນຕີ​ປ້ອງ​ກັນ​ປະ​ເທດ​ໂຮລັງ ​ທ່ານນາງ Jeanine Hennis-Plasschaert ທີ່ທຳນຽບຫ້າແຈ, 15 ສິງຫາ, 2017.
ລັດ​ຖະ​ມົນຕີ​ປ້ອງ​ກັນ​ປະ​ເທດ​ ສະຫະລັດ ທ່ານ ​Jim Mattis ຕອບຄຳຖາມຂອງພວກນັກຂ່າວ ກ່ຽວກັບ ເກົາຫຼີ​ເໜືອ, ກ່ອນການພົບປະກັບລັດ​ຖະ​ມົນຕີ​ປ້ອງ​ກັນ​ປະ​ເທດ​ໂຮລັງ ​ທ່ານນາງ Jeanine Hennis-Plasschaert ທີ່ທຳນຽບຫ້າແຈ, 15 ສິງຫາ, 2017.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍໂນລ ທຣຳ ກັບ ​ລັດ​ຖະ​ມົນຕີ​ປ້ອງ​ກັນ​ປະ​ເທດ​ ​
ໄດ້​ໃຫ້ຄວາມເຫັນທີ່ບໍ່ຄືກັນ ​ໃນ​ວັນ​ພຸດ​ວານ​ນີ້ ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການຄືບໜ້າ
ຂອງໂຄງການ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດແລະອາວຸດ​ນິ​ວ​ເຄີລຍຂອງ​ເກົາຫຼີ​ເໜືອ.

​ລັດ​ຖະ​ມົນຕີ​ປ້ອງ​ກັນ​ປະ​ເທດ ທ່ານ Jim Mattis ​ໄດ້​ເນັ້ນວ່າ​ “ບໍ່​ເຄີຍວ່າ ຈະ​ບໍ່​ມີ​ທາງແກ້ໄຂບັນຫາໂດຍການ​ທູດຈັກ​ເທື່ອ” ​ເວລາເວົ້າເຖິງການຮັບມືກັບເກົາຫຼີ​ເໜືອ.
ຄຳ​ເຫັນ​ຂອງ​ທ່ານ ​ແມ່ນ​ມີ​ຂຶ້ນ​ຫຼັງ​ຈາກ ປະທານາທິບໍດີ​ ທຣຳ ​ໄດ້​ກ່າວ​ວ່າ “ການ​ໂອ້​ລົມ​
ສົນທະນາ​ກັນ​ ບໍ່​ແມ່ນ​ຄຳ​ຕອບ.”

ທ່ານ Mattis ໄດ້​ຖະແຫຼງ​ຕອບ ຕໍ່ຄຳ​ຖາມ​ກ່ຽວ​ກັບ​ຂໍ້ຄວາມ​ຂອງ​ທ່ານ​ທຣຳ ທີ່​ຂຽນ​ລົງ
ໃນ Twitter ໃນເຊົ້າວັນ​ພຸດ​ວານ​ນີ້ ​ກ່ຽວ​ກັບ​ການ​ຂົ່ມຂູ່​ຂອງ​ເກົາຫຼີ​ເໜືອ ທີ່​ຕິດຕາມ​ມາ​
ດ້ວຍການ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ ທີ່ຍິງ​ຂ້າມ​ຍີ່ປຸ່ນ​ນັ້ນ.

“ສະຫະລັດ ​ໄດ້​ໂອ້​ລົມ​ສົນທະນາ​ກັບ​ເກົາຫຼີ​ເໜືອ ​ແລະໄດ້ໃຊ້​ຈ່າຍ​ເງິນຄຳໃຫ້​ພວກ​
ເຂົາມາ ​ຈຳນວນ​ຫຼວງ​ຫຼາຍ ​ເປັນ​ເວລາ 25 ປີ. ສະນັ້ນ ການ​ໂອ້​ລົມ​ສົນທະນາ​ ຈຶ່ງ​ບໍ່
ແມ່ນຄຳ​ຕອບ!​”
ຊຶ່ງ​ນັ້ນ​ແມ່ນ​ຂໍ້ຄວາມ​ຂອງ​ທ່ານ​ທຣຳ ທີ່​ຂຽນ​ລົງໃນ Twitter ນຶ່ງ​ມື້
ຫຼັງ​ຈາກທ່ານ​ໄດ້​ກ່າວ​ວ່າ “ທຸກໆທາງ​ເລືອກ​ແມ່ນ​ຈະ​ນຳ​ຂຶ້ນ​ມາ​ປຶກສາ​ຫາລື​ກັນ”
ສຳ​ຫຼັບ​ການ​ຮັບ​ມື​ກັບ​ພຽງ​ຢາງ.

ເຊີນຊົມ: ຄວາມເຫັນຂອງທ່ານທຣຳ ທີ່ວ່າ -- ການ​ໂອ້​ລົມ​ສົນທະນາ​ ຈຶ່ງ​ບໍ່
ແມ່ນຄຳ​ຕອບ!​”

Trump Warns North Korea: 'Talking is not the answer'
please wait

No media source currently available

0:00 0:02:13 0:00

​ສ່ວນໂຄສົກ​ປະຈຳ​ທຳນຽບຂາວ ທ່ານ​ນາງ Sarah Huckabee Sanders ​ແມ່ນໄດ້
ຮຽກຮ້ອງໃຫ້ມີ​ການ​ອະນຸໂລມກັນ ​ໃນ​ອັນ​ທີ່​ເບິ່ງ​ຄື​ວ່າ ເປັນ​ຄວາມ​ຂັດແຍ້ງກັນ​ ລະຫວ່າງ
​ຄຳ​ເຫັນ​ຂອງ​ທ່ານ​ທຣຳ ​ກັບ​ຂອງ​ທ່ານ Mattis ຈຶ່ງ​ບອກ​ພວກ​ນັກ​ຂ່າວ​ຢູ່ເທິງ​ເຮືອບິນປະຈຳ
ຕຳແໜ່​ງປະທາ​ນາ​ທິບໍດີ Air Force One ​ໃນ​ວັນ​ພຸດ​ວານ​ນີ້ ວ່າ ປະທານາທິບໍດີ
ກ່ອນ​ໜ້າ​ນີ້ ​ໄດ້​ກ່າວ​ວ່າ ທຸກໆທາງ​ເລືອກ​ແມ່ນ​ຈະ​ນຳ​ຂຶ້ນ​ມາ​ປຶກສາ​ຫາລື​ກັນສຳ​ຫຼັບ
​ການ​ຮັບ​ມື​ກັບເກົາຫຼີເໜືອ, “​ແລະ​ນັ້ນ ກໍຍັງເປັນ​ຄືເກົ່າຢູ່.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG