ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລັດຖະມົນຕີ ປ້ອງກັນປະເທດ ສຫລ ກ່າວວ່າ ມາດຕະການລົງໂທດ ເກົາຫຼີເໜືອ ຍັງປະໄວ້ຄືເກົ່າ ຈົນກວ່າ ຈະມີການ ປົດອາວຸດນິວເຄລຍ


US Korea Mattis
please wait
Embed

No media source currently available

0:00 0:01:55 0:00

ລັດຖະມົນຕີ ປ້ອງກັນປະເທດ ສະຫະລັດ ທ່ານ ຈິມ ແມັດຕິສ ກ່າວວ່າ ການວາງມາດ
ຕະການລົງໂທດ ຂອງນານາຊາດ ຕໍ່ເກົາຫຼີເໜືອ ຈະຖືກຍົກເລີກ ກໍຕໍ່ເມື່ອ ພຽງຢາງ
ເອົາບາດກ້າວທີ່ແທ້ຈິງ ໃນການຖອນໂຄງການນິວເຄລຍຂອງຕົນ ເທົ່ານັ້ນ.

“ພວກເຮົາຈະສືບຕໍ່ຈັດຕັ້ງປະຕິບັດ ຍັດຕິທັງໝົດ ຂອງສະພາຄວາມໝັ້ນຄົງ ສະຫະ
ປະຊາຊາດ ຕໍ່ເກົາຫຼີເໜືອ”
ທ່ານ ແມັດຕິສ ໄດ້ກ່າວເວລາ ທ່ານມ້ວນທ້າຍ ການຢ້ຽມ
ຢາມ ສິງກະໂປ ໃນວັນອາທິດມື້ນີ້. ທ່ານກ່າວຕື່ມວ່າ “ເກົາຫຼີເໜືອ ຈະໄດ້ຮັບການຜ່ອນ
ຜັນ ກໍຕໍ່ເມື່ອ ຕົນໄດ້ສະແດງໃຫ້ເຫັນ ເຖິງການທີ່ຈະຢັ້ງຢືນໄດ້ ແລະ ບາດກ້າວທີ່ບໍ່
ສາມາດຕ່າວປີ້ນຄືນໄດ້ ໃນການປົດອາວຸດນິວເຄລຍ.”

ທ່ານ ແມັດຕິສ ຖະແຫລງ ໂດຍມີຄູ່ຕຳແໜ່ງ ຂອງທ່ານຈາກເກົາຫຼີໃຕ້ ແລະ ຈາກຍີີ່ປຸ່ນ
ຢູ່ຄຽງຂ້າງ ໃນການພະຍາຍາມ ທີ່ຈະລົດຄວາມຄາດໝາຍລົງຈັກໜ້ອຍ ເພື່ອການ
ເຈລະຈາ ລະຫວ່າງ ສະຫະລັດ ກັບ ເກົາຫຼືເໜືອ ສືບຕໍ່ໄປ.

ທ່ານ ແມັດຕິສ ໄດ້ກ່າວວ່າ “ພວກເຮົາ ສາມາດຄາດການໄດ້ວ່າ ດີທີ່ສຸດ ການເຈລະຈາ
ຈະໄປ ດ້ວຍຄວາມບໍ່ຄ່ອງແຄ້ວປານໃດ.”

ບັນດາເຈົ້າໜ້າທີ່ ຂອງສະຫະລັດ ແລະ ເກົາຫຼີເໜືອ ສືບຕໍ່ຈັດແຈງພື້ນຖານການທຳງານ
ກ່ອນໜ້າກອງປະຊຸມສຸດຍອດ ທີ່ຄາດໝາຍກັນໄວ້ ລະຫວ່າງ ປະທານາທິບໍດີ ສະຫະລັດ
ທ່ານດໍໂນລ ທຣຳ ກັບ ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ. ການພົບປະກັນນັ້ນ ແມ່ນມີ
ກຳນົດຈະເກີດຂຶ້ນ ໃນວັນທີ 12 ມິຖຸນາ ທີ່ປະເທດ ສິງກະໂປ.

ໃນວັນເສົາວານນີ້ ທ່ານ ແມັດຕິສ ໄດ້ກ່າວວ່າ ລະດັບທະຫານ ສະຫະລັດ ຢູ່ໃນເກົາຫຼີໃຕ້
ຈະບໍ່ນຳຂຶ້ນມາເຈລະຈາ ຢູ່ທີ່ກອງປະຊຸມສຸດຍອດ ລະຫວ່າງ ທ່ານທຣຳ ກັບທ່ານກິມ.
ການປຶກສາຫາລືເຫຼົ່ານັ້ນ ຖ້າວ່າມັນຈະເກີດຂຶ້ນ “ຈະແຍກອອກຕ່າງຫາກ ແລະ
ຊັດແຈ້ງ”
ຈາກການເຈລະຈາ ກັບພຽງຢາງ.

ມັນຍັງບໍ່ທັນຈະແຈ້ງເທື່ອວ່າ ແມ່ນຫຍັງ ທີ່ທັງສອງຝ່າຍ ພ້ອມທີ່ຈະນຳສະເໜີ ໃນ
ລະຫວ່າງ ການເຈລະຈາກັນ. ມັນຍັງບໍ່ທັນຈະແຈ້ງອີກວ່າ ການເຈລະຈາ ຈະໃຊ້ເວລາ
ດົນປານໃດ.

ທ່ານທຣຳ ໃນເບື້ອງຕົ້ນ ໄດ້ຮຽກຮ້ອງໃຫ້ຈັດຕັ້ງຂັ້ນຕອນການປົດອາວຸດນິວເຄລຍ
ຢ່າງວ່ອງໄວ ໂດຍກ່າວວ່າ ວິທີການຂອງຂັ້ນຕອນຜ່ານມາ ແມ່ນບໍ່ໄດ້ຜົນ. ແຕ່ຫລັງຈາກ
ທີ່ໄດ້ພົບປະກັບ ຜູ້ນຳອະວຸໂສຂອງເກົາຫຼີເໜືອ ໃນວັນສຸກຜ່ານມານີ້ແລ້ວ ທ່ານທຣຳ
ໄດ້ປາກົດວ່າ ຈະກັບຄືນໄປໃນວິທີທາງເກົ່າ.

“ບໍ່ຕ້ອງຟ້າວ” ທ່ານທຣຳ ໄດ້ບອກ ທ່ານ ກິມ ຢົງ ໂຊລ ທີ່ປຶກສາລະດັບສູງ ຂອງທ່ານ
ກິມ ແລະ ກ່າວຕໍ່ໄປວ່າ “ພວກເຮົາສາມາດໄປໄວໄດ້ ພວກເຮົາສາມາດໄປຢ່າງຊ້າໆ
ໄດ້.”
ທ່ານທຣຳ ຍັງໄດ້ເນັ້ນຢ້ຳວ່າ ທ່ານ “ບໍ່ເຄີຍໄດ້ກ່າວວ່າ ມັນເກີດຂຶ້ນ ຢູ່ໃນການ
ພົບປະກັນຢູ່ບ່ອນໃດ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG