ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ແມັດຕິສ ພົບປະກັບ ປະທານາທິບໍດີ ອີຈິບ ເພື່ອປຶກສາຫາລື ບັນຫາ ລັດທິກໍ່ການຮ້າຍ


ລັດຖະມົນຕີປ້ອງກັນປະເທດ ທ່ານ ຈິມ ແມັດຕິສ.
ລັດຖະມົນຕີປ້ອງກັນປະເທດ ທ່ານ ຈິມ ແມັດຕິສ.

ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ ຈິມ ແມັດຕິສ ໄດ້ພົບ ປະກັບປະທານາ
ທິບໍດີປະເທດ ອີຈິບ ທ່ານ ອັບດູລ ຟັດທາ ແອລ-ຊິສຊີ ໃນນະຄອນຫຼວງ ໄຄໂຣ ກ່ອນ
ກອງປະຊຸມ ກ່ຽວກັບ ການປາບປາມລັດ ທິຫົວຮຸນແຮງ ເພັ່ງເລັງໃສ່ເຂດອາຟຣິກາຕາ
ເວັນອອກ ໃນວັນອາທິດມື້ນີ້.

ໃນລະຫວ່າງກອງປະຊຸມນັ້ນ, ລັດຖະມົນຕີ ແມັດຕິສ ໄດ້ສະແດງ ຄວາມເສົ້າສະຫຼົດໃຈ
ສຳລັບການໂຈມຕີກໍ່ການການຮ້າຍເມື່ອບໍ່ດົນມານີ້ ທີ່ວັດອິສລາມ ໃນເມືອງ ເບິີ ອາລ-
ອາເບັດ ປະເທດ ອີຈິບ, ແລະ ໄດ້ຮັບຮູ້ ອີຈິບ ວ່າເປັນຄູ່ຮ່ວມແຜນຍຸດທະສາດການ
ປ້ອງກັນປະເທດ ກັບ ສະຫະລັດ.

ທ່ານ ແມັດຕິສ ໄດ້ກ່າວຢໍ້າເຖິງຄວາມສຳຄັນຕໍ່ຄວາມໝັ້ນຄົງ ໃນເຂດຕາເວັນອອກ
ກາງຂອງ ອີຈິບ ພ້ອມກັບການຕໍ່ສູ້ກັບລັດທິກໍ່ການຮ້າຍຂອງ ອີຈິບ ແລະ ຄວາມພະຍາ
ຍາມຕ່າງໆເພື່ອປົກປ້ອງເຂດຊາຍແດນຂອງ ອີຈິບ.

ລາຍງານສະບັບນຶ່ງ ກ່ຽວກັບ ກອງປະຊຸມໄດ້ກ່າວວ່າ ຜູ້ນຳທັງສອງທ່ານ ໄດ້ປຶກສາ
ຫາລື ບັນຫາດ້ານຄວາມປອດໄພ ໃນເຂດຕາເວັນອອກກາງຢ່າງກວ້າງຂວາງ ແລະ
ໄດ້ເຈລະຈາ ກ່ຽວກັບ ຄວາມປະສົງສອງຝ່າຍ ເພື່ອຮ່ວມມື ກ່ຽວກັບ ລັດທິກໍ່ການຮ້າຍ
ແລະ ສິ່ງທ້າທາຍຕ່າງໆ ໃນພາກພື້ນ.

ກ່ອນໜ້ານັ້ນ, ໃນລະຫວ່າງການເດີນທາງໄປນະຄອນຫຼວງ ໄຄໂຣ, ທ່ານ ແມັດຕິສ ໄດ້
ກ່າວຕໍ່ບັນດານັກຂ່າວວ່າ ການຮ່ວມມືປາບປາມລັດທິກໍ່ການຮ້າຍກັບ ອີຈິບ ແມ່ນກຳ
ລັງເພີ່ມຂຶ້ນ. ທ່ານໄດ້ກ່າວວ່າ ສະຫະລັດ ຍັງຄົງມີຄວາມໝາຍໝັ້ນຕໍ່ສາຍພົວພັນອັນ
ແໜ້ນແຟ້ນກັບ ໄຄໂຣ. ເຖິງແມ່ນຈະໄດ້ຢຸດການຊ່ວຍເຫຼືອທາງທະຫານຕໍ່ ອີຈິບ ຈຳ
ນວນນຶ່ງ ກ່ຽວກັບ ຄວາມເປັນຫ່ວງເລື່ອງສິດທິຕ່າງໆໃນຕົ້ນປີນີ້ກໍຕາມ.

ນະຄອນຫຼວງ ໄຄໂຣ ແມ່ນບ່ອນຢຸດແວ່ແຫ່ງທຳອິດ ໃນການເດີນທາງຢ້ຽມຢາມສີ່ປະ
ເທດ. ຕອນນີ້ທ່ານ ແມັດຕິສ ແມ່ນຢູ່ໃນປະເທດ ຈໍແດັນ ແລະ ຫຼັງຈາກນັ້ນ ຈະເດີນ
ທາງໄປປະເທດ ຄູເຫວດ ແລະ ປາກິສຖານ.

ການເດີນທາງຄັ້ງນີ້ ໄດ້ມີຂຶ້ນໃນຂະນະທີ່ ກອງທັບ ສະຫະລັດ ໄດ້ປ່ຽນຈຸດເພັ່ງເລັງ
ຂອງເຂົາເຈົ້າໃນເຂດຕາເວັນອອກກາງ, ຫຼັງຈາກໄດ້ຂັບໄລ່ ກຸ່ມຫົວຮຸນແຮງ ລັດອິສ
ລາມ ອອກຈາກດິນແດນທີ່ສະຖາປະນາຂຶ້ນມາເອງ ໃນປະເທດ ອີຣັກ ແລະ ຊີເຣຍ.

ຈຸດເພັ່ງເລັງ ທີ່ສຳຄັນຂອງການເດີນທາງຄັ້ງນີ້ຈະເປັນການກົດດັນ ປາກິສຖານ ໃຫ້
ຢຸດສາຍພົວພັນຂອງເຂົາເຈົ້າກັບກຸ່ມຫົວຮຸນແຮງ ທີ່ໄດ້ໂຈມຕີກອງກຳລັງ ສະຫະລັດ
ແລະ ພັນທະມິດໃນ ອັຟການິສຖານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG